ຕອນຄ່ຳວັນທີ 27 ກັນຍາ, ຢູ່ສະໜາມບິນສາກົນ ເຕິນເຊີນເຍິດ (ນະຄອນໂຮ່ຈິມິນ), ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດພິທີຕ້ອນຮັບ ໂຮງໝໍກາງສະໜາມຂັ້ນ 2 ເລກ 7 ກັບເມືອປະເທດ, ພາຍຫຼັງປະຕິບັດສຳເລັດພາລະໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດ ຢູ່ຄະນະປະຕິບັດງານ ຊູດັງໃຕ້.
ທ່ານພົນຈັດຕະວາ ຟ້າມແມ້ງທັງ, ຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ (ພາບ: VNA)
ທີ່ພິທີ, ທ່ານພົນຈັດຕະວາ ຟ້າມແມ້ງທັງ, ຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ, ໄດ້ຮັບຮູ້ວ່າ ໃນໄລຍະໜຶ່ງປີທີ່ປະຕິບັດໜ້າທີ່, ໂຮງໝໍກາງສະໜາມຂັ້ນ 2 ເລກ 7 ໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈດີທີ່ສຸດ, ແມ່ນສະຖານທີ່ກວດ, ປິ່ນປົວພະຍາດທີ່ມີຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ການນຳ, ພະນັກງານສະຫະປະຊາຊາດ, ອຳນາດການປົກຄອງ ແລະ ປະຊາຊົນທ້ອງຖິ່ນ, ເຊິ່ງໄດ້ສ້າງຄວາມປະທັບໃຈອັນດີງາມ ຕໍ່ກັບປະຊາຊົນທ້ອງຖິ່ນ ແລະ ເພື່ອນມິດສາກົນ.
ລາຍງານກ່ຽວກັບໝາກຜົນການປະຕິບັດພາລະກິດ, ທ່ານພັນໂທ, ປະລິນຍາເອກ, ທ່ານໝໍ ເຈິ່ນດຶກຕ່າຍ, ຫົວໜ້າໂຮງໝໍກາງສະໜາມຂັ້ນ 2 ເລກ 7, ໃຫ້ຮູ້ວ່າ ໃນໄລຍະປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານ, ໂຮງໝໍໄດ້ຕ້ອນຮັບ, ກວດ ແລະ ປິ່ນປົວໃຫ້ຄົນເຈັບກວ່າ 2.200 ເທື່ອຄົນ; ປະຕິບັດການຜ່າຕັດສຸກເສີນຫຼາຍກວ່າ 30 ຄັ້ງຢ່າງສຳເລັດຜົນ, ໃນນັ້ນມີຫຼາຍກໍລະນີທີ່ສັບສົນ, ຄົນເຈັບທີ່ມີອາການສາຫັດ. ດ້ວຍຈິດໃຈທີ່ເປັນເຈົ້າການ, ມີຄວາມຮັບຜິດຊອບ, ພະນັກງານ, ພາລະກອນຂອງໂຮງໝໍໄດ້ຈັດການ ແລະ ປິ່ນປົວກໍລະນີທີ່ຫຍຸ້ງຍາກຫຼາຍກໍລະນີຢ່າງວ່ອງໄວ ແລະ ມີປະສິດທິພາບ, ປະກອບສ່ວນເຂົ້າໃນການຮັບປະກັນສຸຂະພາບ, ຮັບໃຊ້ການເຄື່ອນໄຫວຂອງພະນັກງານ, ພາລະກອນສະຫະປະຊາຊາດ ແລະ ບັນດາກຳລັງຢູ່ຄະນະປະຕິບັດງານຢ່າງມີປະສິດທິຜົນ.
ໂຮງໝໍກາງສະໜາມຂັ້ນ 2 ເລກ 7 ໄດ້ຜັນຂະຫຍາຍຢູ່ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດຢູ່ ຊູດັງໃຕ້ ໃນເດືອນກັນຍາ 2025 ຢ່າງເປັນທາງການ. ໂຮງໝໍລວມມີພະນັກງານ, ພາລະກອນທັງໝົດ 63 ຄົນ.