ວັດທະນະທຳ

ໂຮງສິລະປະ ຕີ໋ຕວ໋າຍ-ສະຖານທີ່ ສຳລັບ ການປະດິດສ້າງ ຂອງເດັກນ້ອຍ

ໂຮງສິລະປະ ຕີ໋ຕວ໋າຍ (Tí Toáy Atelier) ເປັນສະຖານທີ່ ຊຶ່ງພວກນ້ອງນ້ອຍ ສາມາດ ພັດທະນາພອນສະຫວັນ ດ້ານສິລະ ປະ ໂດຍບໍ່ມີການບັງຄັບ ແລະ  ບໍ່ຕ້ອງໄປ ຕາມມາດຕະຖານຄົງທີ່ໃດໆ. ຢູ່ທີ່ນີ້, ພວກນ້ອງ ສາມາດທຳການປະດິດຄິດສ້າງ ກ່ຽວກັບສິລະປະ ຕາມຄວາມນຶກຄິດ ຂອງຕົນເອງ. 
ນັກສິລະປິນ ຫງວຽນຖຸ່ຍຈາງ, ຜູ້ອຳນວຍການ ໂຮງສິລະປະ ຕີ໋ຕວ໋າຍ ໃຫ້ຮູ້ວ່າ: “ໂຮງສິລະປະ ຕີ໋ຕວ໋າຍ ມີຄວາມຫວັງຢາກ ປ່ຽນແປງ, ປະກອບເພີ່ມເຕີມ ສິ່ງຕ່າງໆ ທີ່ບໍ່ພໍ ຄະແນນ ໃນການ ສຶກສາສິລະປະທັນສະໄໝ ທີ່ທາງໂຮງຮຽນ ແລະ ຄອບຄົວຍັງບໍ່ ທັນ ປະຕິບັດໄດ້ດີ.

ນັກສິລະປີນ ຫງວຽນຖຸ່ຍຈາງ ໄດ້ກັບຄືນຫວຽດນາມ ເມື່ອປີ 2012 ຫຼັງຈາກຮຽນຈົບຈາກມະຫາວິທະຍາໄລ Ecole superieure des Beaux-Arts d’Angers (ຝຣັ່ງ). ຫຼັງຈາກ ນັ້ນປະມານ ໜຶ່ງປີ, ນາງ ໄດ້ເຂົ້າຮ່ວມ ການສິດສອນ ທີ່ສູນບຳ ລຸງ ສ້າງສິລະປະຈຳນວນໜຶ່ງ ຢູ່ ຮ່າໂນ້ຍ.

ໃນຊ່ວງເວລານີ້, ນາງ ຈາງ ຮັບຮູ້ໄດ້ ຫຼາຍສິ່ງຫຼາຍຢ່າງ ຍັງບໍ່ເຖິງຖອງ ໃນການສຶກສາ ດ້ານສິລະປະ ຕາມແບບມູນເຊື້ອ. ໂດຍເປັນຜູ້ທີ່ຮັກເດັກນ້ອຍ, ຮັກສິລະປະ ແລະ ມີຄວາມປາດຖະໜາ ເຜີຍແຜ່ ສິລະປະ ເຖິງ ພວກນ້ອງ ແບບທຳມະດາສາມັນທີສຸດ, ເພາະສະນັ້ນ ນາງ ຈາງ ໄດ້ຕັດສິນໃຈ ເລີ່ມຕົ້ນທິດທາງກ້າວເດີນຂອງຕົນ ດ້ວຍການເປີດ ໂຮງສິລະປະ ຕີ໋ຕວ໋າຍ ໃນປີ 2013. 


ຕໍ່ຈາກນັ້ນສອງປີ, ນາງຈາງ ແລະ ບັນດາເພື່ອນຮ່ວມງານ ໄດ້ ສ້າງ ສຳເລັດຫຼັກສູດການຮຽນສິລະປະ ສຳລັບເດັກນ້ອຍ ໃນໄວອາຍຸ ແຕ່ 4-15 ປີ ຢ່າງມີແບບແຜນ. ແຕ່ລະກຸ່ມອາຍຸ ຈະມີລະ ດັບ ພາກປະຕິບັດຕົວຈິງຕ່າງກັນ, ໃນຂະນະນັ້ນ ຫຼັກສູດການຮຽນໄດ້ແບ່ງ ເປັນໄລຍະປະຫວັດສາດ ສິລະປະກຳ ຂອງໂລກຕາມແຕ່ລະຊຸດຮຽນ. 

ຢູ່ໂຮງສິລະປະ ຕີ໋ຕວ໋າຍ, ພວກນ້ອງໄດ້ແນະນຳ ກ່ຽວກັບ ຮູບຊົງ ແລະ ບັນດາລາຍແຕ້ມພື້ນຖານ.


ເມື່ອເຂົ້າມາໂຮງສິລະປະນີ້, ພວກນ້ອງຈະໄດ້ ພັດທະນາ ຈິນຕະ ນາການ ກ່ຽວກັບສິລະປະ ໂດຍບໍ່ຖືກບັງຄັບ ໄປຕາມຕົວແບບໃດໆ. 


ນ້ອງຄົນໜຶ່ງກຳລັງໃຊ້ລາຍແຕ້ມຊື່ ທີ່ໄດ້ຮຽນມາຈາກ ຫ້ອງ ຮຽນ ເພື່ອແຕ້ມລົດໂອໂຕຄັນໜ່ຶງ. 


ການຊ່ວຍສ້າງຮູບຊົງ ຊ່ວຍໃຫ້ພວກນ້ອງ ເພີ່ມຄວາມຮູ້ສຶກ ແລະ ສະດຸ້ງໄວຂອງຄູ່ມື. 


ແຕ່ລະຄາບຮຽນຈະມີຫົວເລື່ອງໜຶ່ງ ເພື່ອໃຫ້ພວກນ້ອງ ສາມາດຊອກຄົ້ນຫາສິ່ງທີ່ຢູ່ອ້ອມຕົວເຊັ່ນ: ສັດສາວາສິ່ງ, ທຳມະຊາດ ຢູ່ອ້ອມຂ້າງ. 


ພວກນ້ອງຈະໄດ້ສຳຜັດກັບຫຼາຍຮູບການສິລະປະ ແຕ່ມູນ ເຊື້ອ ເຖິງ ທັນສະໄໝ ຈາກຫຼາຍປະເທດ ໃນໂລກ. 


ໂຮງສິລະປະ ຕີ໋ຕວ໋າຍ ໄດ້ຮັບເອົາຄວາມຮູ້ ແລະ ການສິດສອນ ໃໝ່ຫຼ້າສຸດ ແລະ ປ່ຽນໃໝ່ຢູ່ສະເໝີ
ເພື່ອສ້າງຄວາມສະໜຸກສະໜານ ທາງດ້ານສິລະປະ ສຳລັບ ພວກນ້ອງ. 



ພວກນ້ອງໄດ້ແນະນຳວິທີ ລະບາຍສີຢູ່ເທິງເຈ້ຍ “ສາ”. 


ພວກນ້ອງໄດ້ຮັບການສິດສອນ ນັບແຕ່ການຈັບຟອຍແຕ້ມ... 


... ໄປຈົນເຖິງວິທີຈຸ່ມຟອຍແຕ້ມໃສ່ນ້ຳ ໃຫ້ຊື່ ກ່ອນຈະແຕ້ມ.


ພວກນ້ອງ ໄດ້ແຕ້ມແຕ່ງປະດິດສ້າງຕາມຄວາມມັກ.


ບັນດາຄູສອນຢູ່ໂຮງສິລະປະ ຕີ໋ຕວ໋າຍ ຈະບໍ່ແຊກແຊກເຂົ້າ ຜົນ ການປະດິດແຕ່ງຂອງພວກນ້ອງ,
ແຕ່ຈະໃຫ້ພວກນ້ອງ ປະດິດ ສ້າງຕາມຄວາມນຶກຄິດຂອງຕົນເອງ. 

 
ດ້ວຍແນວຄິດການສຶກສາ ສ້າງ ຕີ໋ຕວ໋າຍ ເປັນບ່ອນໄຝ່ຫາຂອງເດັກນ້ອຍທຸກຄົນ, ໃນເບື້ອງຕົ້ນ ນາງ ຈາງ ແລະ ບັນດາເພື່ອນຮ່ວມງານ ໄດ້ປະສົບກັບຄວາມຫຍຸ້ງຍາກ ຍ້ອນ ພໍ່ແມ່ ນັກຮຽນຫຼາຍຄົນ ບໍ່ທັນລື້ງເຄີຍ ກັບການສິດສອນແບບໃໝ່ ຢູ່ໂຮງສິລະປະ ຕີ໋ຕວ໋າຍ. ແຕ່ດ້ວຍຄວາມມຸ້ງໝັ້ນຕັ້ງໃຈ, ຫຼັງຈາກນັ້ນສອງປີ, ໂຮງສິລະປະ ຕີ໋ຕວ໋າຍ ໄດ້ກາຍເປັນພື້ນຖານ ແຫ່ງທຳອິດ ໝູນໃຊ້ ວິທີສິດສອນໃໝ່ນີ້ ຢູ່ຮ່າໂນ້ຍ ດ້ວຍຈຳນວນ ນັກຮຽນ ນັບມື້ເພີ່ມຂຶ້ນ. 
ຢູ່ ຕີ໋ຕວ໋າຍ ບໍ່ມີແນວຄິດວ່າ ງາມ ຫຼື ບໍ່ງາມ, ຖືກ ຫຼື ຜິດ. ທຸກໆ ແນວຄວາມຄິດ ແລະ ການສະແດງ ຂອງ ພວກນ້ອງ ແມ່ນຍິນດີຕ້ອນຮັບ”. 

ເນື້ອໃນຫຼັກສູດຂອງ ຕີ໋ຕວ໋າຍ ແມ່ນມຸ່ງສູ່ຄວາມແຕກຕ່າງ ເມື່ອ ໃຫ້ພວກນ້ອງ ໄດ້ສຳຜັດກັບສິລະປະ ທັນສະໄໝ ແລະ ຍຸກໃໝ່ ຂອງ ຕາເວັນຕົກ ໄປພ້ອມໆ ກັບການຊອກຮູ້ ສິລະປະ ທີ່ເປັນມູນເຊື້ອຂອງອາຊີຄື: ຫວຽດນາມ, ສປ ຈີນ, ຍີ່ປຸ່ນ. ນອກຈາກນັ້ນ, ຄູສອນ ໄດ້ບັນຍາຍຕື່ມອີກ ກ່ຽວກັບ ຝ່າຍສິລະປະ ທີ່ມີທ່າອຽງ ແລະ ແນວຄິດສະເພາະໃດໜຶ່ງ, ນັກຈິດຕະກອນ ຜູ້ມີຊື່ສຽງແລະ ບັນດາຜົນການປະດິດແຕ່ງທີ່ໂດ່ງດັງ ຜ່ານໄລຍະຕ່າງໆ, ຜ່ານນັ້ນ ປະກອບສ່ວນ ກຳເນີດຂຶ້ນ ແຫຼ່ງວິຊາຄວາມຮູ້ດ້ານສິລະປະຢ່າງ ກວ້າງຂວາງເລິກເຊິ່ງ ຢູ່ໃນຕົວ ຂອງ ພວກນ້ອງ ເອງ.

ບົດຮຽນທັງໝົດນັ້ນ ຈະໄດ້ຖ່າຍທອດສູ່ພວກນ້ອງ ພາຍໃຕ້ຮູບການຫຼິ້ນ ແລະ ຜ່ານການສຳຜັດດ້ວຍຕາ. ນາງ ຈາງ ມີຄວາມເຊື່ອໝັ້ນວ່າ ການທີ່ສ້າງໂຮງສິລະປະ ຂຶ້ນມາເພື່ອໃຫ້ພວກນ້ອງ ມີໂອກາດ ໄດ້ສຳຜັດກັບ ສິລະປະ ແຕ່ຄາວຍັງນ້ອຍ ຈະຊ່ວຍໃຫ້ພວກເຂົາເຈົ້າ ມີຄວາມໝັ້ນໃຈ ຕົນເອງ ກໍຄືການພັດທະນາຕົນເອງ ໃນອະນາຄົດ ອີກດ້ວຍ.

ນາງ ຫງວຽນຖຸ່ຍຈາງ ກ່າວອີກວ່າ: “ຕີ໋ຕວ໋າຍ ຈະບໍ່ສອນແຕ້ມຕາມແບບເດີມ, ຜ່ານຫຼັກສູດການຮຽນ ແລະ ບົດເຝິກຫັດ. ຂ້າ ພະເຈົ້າ ຫວັງຢາກໃຫ້ ພວກນ້ອງມີຄວາມຮູ້ພື້ນດ້ານຄວາມງາມ, ມີຄວາມຮູ້ກ່ຽວກັບ ປະຫວັດສາດ ສິລະປະກຳ ຂອງ ໂລກ ຜ່ານໄລຍະຕ່າງໆ, ມີຄວາມຮູ້ ກ່ຽວກັບ ສິລະປະ ແລະ ແບບລີລາສິລະປະ. ຢູ່ ຕີ໋ຕວ໋າຍ ບໍ່ມີແນວຄິດວ່າ ງາມ ຫຼື ບໍ່ງາມ, ຖືກ ຫຼື ຜິດ. ທຸກໆ ແນວຄວາມຄິດ ແລະ ການສະແດງ ຂອງ ພວກນ້ອງ ແມ່ນຍິນດີຕ້ອນຮັບ”.


ພາບແຕ້ມຕົ້ນໄຜ່ ຢູ່ເທິງເຈ້ຍ “ສາ” ຂອງ ນ້ອງ ຫງວຽນຫືວຈຸງ. 


ຫຼັງຊົ່ວໂມງຮຽນ, ພາບແຕ້ມຂອງພວກນ້ອງ ຈະໄດ້ ຮັກສາໄວ້ຢູ່ໃນປຶ້ມສ່ວນຕົວຂອງແຕ່ລະຄົນ. 


ຜົນການປະດິດແຕ່ງຂອງພວກນ້ອງ ຫຼັງຊົ່ວໂມງຮຽນ.


ນອກຈາກການຮຽນຢູ່ໃນສູນ, ພວກນ້ອງ ຍັງໄດ້ໄປທັດສະນະສຶກສາ ຢູ່ຫໍພິພິທະພັນ ຫຼື ຫ້ອງວາງສະແດງ
ຂອງ ນັກຈິດຕະ ກອນ ທັງພາຍໃນ ແລະ ຕ່າງປະເທດ. ພາບ: ເອກະສານ

ບັນດາໂຄງການສິລະປະຂອງ ຕີ໋ຕວ໋າຍ ແມ່ນສະຫງວນໃຫ້ແກ່ ພວກນ້ອງໃນໄວອາຍຸ ແຕ່ 4-15 ປີ. ຫ້ອງໜຶ່ງມີ 6-10 ຄົນ, ຊຸດຮຽນໜຶ່ງລວມ 36 ຄາບຮຽນ. ຫຼັກຈາກ ເຂົ້າຮ່ວມຊຸດຮຽນ, ພວກນ້ອງ ສ່ວນຫຼາຍ ຕ່າງກໍມີ ຄວາມເບີກບານມ່ວນຊື່ນ ຮັກມັກກັບສິລະປະຫຼາຍກວ່າ, ໃນນັັ້ນມີຫຼາຍຄົນໄດ້ສະແດງໃຫ້ ເຫັນຄວາມມີພອນສະຫວັນ  ແລະ  ຈິນຕະນາການ ປະດິດສ້າງຂອງຕົນ.  


ໂຮງສິລະປະ ຕີີ໋ຕວ໋າຍ ໄດ້ສ້າງຂຶ້ນ ເມື່ອເດືອນ ມິຖຸນາ 2013. ປັດຈຸບັນມີ ສອງສະຖານທີ່ຄືຢູ່ ເມືອງ ຮວ່ານກ໋ຽມ ແລະ ເມືອງໂດ໋ງດາ, ຮ່າໂນ້ຍ. ຕີ໋ຕວ໋າຍ ໄດ້ຮັບຮອງເປັນ ໂຮງສິລະປະແຫ່ງທຳອິດຢູ່ຮ່າໂນ້ຍ ນຳມາຄວາມປ່ຽນແປງ ໃນວິທີສຳຜັດ ແລະ ຜັນຂະຫຍາຍ ບັນດາໂຄງການສຶກສາ ດ້ານສິລະປະສຳ ລັບເດັກນ້ອຍ ໃນໄວອາຍຸ ແຕ່ 4-15 ປີ. 


ບົດ: ຖຸກຮ່ຽນ - ພາບ: ແຄ໋ງລອງ ແລະ ເອກະສານu


top