ມາຍັງໂຮງລະຄອນ ຢວຽດທິເດື່ອງ ຕັ້ງຢູ່ ດ້າຍໂນ້ຍ ເຫວ້ (ພະລາຊະວັງ ເຫວ້). ນັກທ່ອງທ່ຽວຈະໄດ້ເຈືອຈານ ເຂົ້າກັບ ຫວ່າງເວຫາ ທີ່ເຕັມໄປດ້ວຍວັດທະນະທຳ ທີ່ເປັນເອກະລັກສະເພາະ, ໄດ້ຊອກຮູ້ກ່ຽວກັບປະຫວັດສາດ ແລະ ສະຖາປັດຕະຍະກຳຂອງລາຊະວົງຫງວຽນ, ພ້ອມນັ້ນ ຍັງໄດ້ຮັບຊົມ ລາຍການສະແດງດົນຕີໃນພະລາຊະວັງ ທີ່ບໍ່ອາດລືມໄດ້.
ມາຍັງໂຮງລະຄອນ ຢວຽດທິເດື່ອງ ຕັ້ງຢູ່ ດ້າຍໂນ້ຍ ເຫວ້ (ພະລາຊະວັງ ເຫວ້). ນັກທ່ອງທ່ຽວຈະໄດ້ເຈືອຈານ ເຂົ້າກັບ ຫວ່າງເວຫາ ທີ່ເຕັມໄປດ້ວຍວັດທະນະທຳ ທີ່ເປັນເອກະລັກສະເພາະ, ໄດ້ຊອກຮູ້ກ່ຽວກັບປະຫວັດສາດ ແລະ ສະຖາປັດຕະຍະກຳຂອງລາຊະວົງຫງວຽນ, ພ້ອມນັ້ນ ຍັງໄດ້ຮັບຊົມ ລາຍການສະແດງດົນຕີໃນພະລາຊະວັງ ທີ່ບໍ່ອາດລືມໄດ້.
ເມື່ອກ້າວເຂົ້າສູ່ ໂຮງລະຄອນ ຢວຽດທິເດື່ອງ, ນັກທ່ອງທ່ຽວເບິ່ງຄືວ່າ ຈະຫຼົງເຂົ້າໄປໃນຫວ່າງເວຫາທີ່ໜ້າດຶງດູດໃຈ ແລະ ເຕັມໄປດ້ວຍ ຄວາມລຶກລັບ. ສ້າງຂຶ້ນໃນປະມານປີ 1826 ພາຍໃຕ້ການປົກຄອງ ຂອງກະສັດມິງມ້າງ, ໂຮງລະຄອນ ແຫ່ງນີ້ ຖືກໃຊ້ເປັນສະຖານທີ່ ສະຫງວນໄວ້ໃຫ້ກະສັດ, ຍາດຕິພີ່ນ້ອງຂອງລາຊະວົງ, ອາດຍາ ເຈົ້ານາຍ ແລະ ແຂກຄົນມາຈາກຕ່າງປະເທດ ໄດ້ຊົມບັນດາລາຍການ ສະແດງຕ່ວງ ໃນພະລາຊະວັງ. ຜ່ານການຜັນແປທາງປະຫວັດສາດຫຼາຍຢ່າງ, ຢວຽນທິເດື່ອງ ຍັງຄົງຮັກສາໄດ້ ສະຖາປັດຕະຍະກຳທີ່ເປັນເອກະລັກສະເພາະ, ກາຍເປັນຫຼັກຖານພະຍານໃຫ້ແກ່ຄວາມສັນທັດ ແລະ ຊ່າງຝີມື ໃນສະໄໝລາຊະວົງ ຫງວຽນ.
ນັກທ່ອງທ່ຽວຖ່າຍຮູບທີ່ລະນຶກ ພາຍໃນໂຮງລະຄອນ. ພາບ: ແທງຢາງ/VNP
ເຄື່ອງດົນຕີແມ່ນໄດ້ນໍາມາສະເໜີຢູ່ໃນຮ້ານວາງສະແດງຂອງໂຮງລະຄອນ. ພາບ: ແທງຢາງ/VNP
ໂຮງລະຄອນ ຢວຽນທິເດື່ອງ ຖືກສ້າງຂຶ້ນໃນພື້ນທີ່ກວ້າງ11.740 ມ2 (ລວມທັງເດີ່ນສວນ ແລະ ໂຮງລະຄອນມີເນື້ອທີ່ 1.182 ມ2) ດ້ວຍການອອກແບບ ຕາມແບບ ເຮືອນຮ້ານມູນເຊື້ອ, ປະກອບມີ 2 ຊັ້ນຄື: ຊັ້ນທີ 1 ແມ່ນສະຫງວນໄວ້ໃຫ້ກະສັດ, ຍາດຕິພີ່ນ້ອງ ຂອງ ລາຊະວົງ ແລະ ອາດຍາ ເຈົ້ານາຍ ມາຮັບຊົມການສະແດງ ຕ່ວງ. ເຂດນີ້ໄດ້ຮັບການຕົກແຕ່ງຢ່າງຟຸ່ມເຟືອຍຄືຕັ່ງທຸກໜ່ວຍໄດ້ເຮັດດ້ວຍ ໄມ້ກະຈະ, ຖືກແກະສະຫຼັກດ້ວຍຮູບແບບທີ່ສະຫຼັບສັບຊ້ອນ. ດ້ານເທິງເພດານໄດ້ປະດັບປະດາດ້ວຍຮູບແຕ້ມ ຕື໋ບິ່ງ (ດອກໄມ້ 4 ຊະນິດ, ເປັນສັນຍະລັກຂອງ 4 ລະດູ ຄື: ລະດູບານໃໝ່, ລະດູຮ້ອນ, ລະດູໃບໄມ້ຫຼົ່າ ແລະ ລະດູໜາວ), ຕື໋ລິງ (ສັດສີ່ໂຕ ທີ່ສັກສິດຄື: ມັງກອນ, ກິເລນ, ເຕົ່າ ແລະ ຫົງ), ສະແດງໃຫ້ເຫັນສິດອຳນາດ ແລະ ຊົນຊັ້ນວັນນະຂອງລາຊະວົງ ຫງວຽນ. ຊັ້ນທີສອງແມ່ນບ່ອນໃຫ້ນາງກຳນັນ ແລະ ຂັນທີ ຢືນເບິ່ງ. ພື້ນທີ່ນີ້ມີຫວ່າງເວຫາທີ່ກວ້າງ ຂວາງ, ປອດໂປ່ງ ແລະ ເຢັນດີ, ເຮັດໃຫ້ນັກທ່ອງທ່ຽວສາມາດເຫັນໄດ້ ທັງໝົດເວທີ.
ຈຸດພິເສດຂອງ ຢວຽນທິເດື່ອງ ແມ່ນລະບົບສຽງ. ຍ້ອນໄດ້ມີການ ອອກແບບທີ່ສະຫຼາດ, ສຽງຈາກເວທີໄດ້ຂະຫຍາຍອອກຢ່າງສົມບູນ, ຊ່ວຍເຮັດໃຫ້ນັກທ່ອງທ່ຽວສາມາດ ຮັບຊົມບັນດາສຽງເພງ, ຈັງຫວະຟ້້ອນ ໃນບັນດາບົດ ຕ່ວງ ໄດ້ຢ່າງຄົບຖ້ວນ.
ຜ່ານການຜັນແປຂອງການເວລາ ແລະ ສົງຄາມມາເປັນເວລາເກືອບ 200 ປີ, ໂຮງລະຄອນ ຢວຽນທິເດື່ອງ ໄດ້ປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ. ສະຖານທີ່ແຫ່ງນີ້ໄດ້ຮັບການຊຸດໂຊມຢ່າງໜັກໜ່ວງ, ເຮັດໃຫ້ມັນຕ້ອງໄດ້ຮັບການບູລະນະປະຕິສັງຂອນ ແລະ ສ້ອມແປງ ຫຼາຍຄັ້ງ ເພື່ອຮັກສາຄຸນຄ່າທາງປະຫວັດສາດ ແລະ ວັດທະນະທຳ ອັນລໍ້າຄ່າ. ໄລຍະແຕ່ປີ 1995-2002 ແມ່ນຈຸດຫັນປ່ຽນທີ່ສຳຄັນໃນການບູລະນະປະຕິສັງຂອນໂຮງລະຄອນ ຢວຽນທິເດື່ອງ. ດ້ວຍຄວາມພະຍາຍາມ ຂອງນັກໂບຮານຄະດີ, ນັກສະຖາປະນິກ ແລະນັກສິລະປິນ, ໂຮງລະຄອນແຫ່ງນີ້ ໄດ້ຮັບການຟື້ນຟູຢ່າງສົມບູນ, ຮັກສາໄດ້ສະຖາປັດຕະຍະກໍາທີ່ເປັນເອກະລັກຂອງຕົນ ແລະ ນໍາມາຮູບລັກສະນະ ທີ່ສວຍງາມແບບດັ້ງເດີມ.
ປະຈຸບັນ, ໂຮງລະຄອນ ຢວຽດທິເດື່ອງ ຍັງຈັດຕັ້ງລາຍການສະແດງດົນຕີລາດຊະວົງເພື່ອຮັບໃຊ້ນັກທ່ອງທ່ຽວ. ພາບ: ແທງຢາງ/VNP
ເຖິງເດືອນ ມີນາ 2003, ໂຮງລະຄອນ ຢວຽດທິເດື່ອງ ໄດ້ເປີດນຳໃຊ້ຢ່າງເປັນທາງການ ພາຍໃຕ້ການຄຸ້ມຄອງຂອງໂຮງລະຄອນພື້ນເມືອງ ສັງກັດ ສູນອະນຸລັກຮັກສາມໍລະດົກກຸງເກົ່າ ເຫວ້. ການຟື້ນຟູ ໂຮງລະຄອນ ບໍ່ພຽງແຕ່ປະກອບສ່ວນ ຮັກສາມໍລະດົກວັດທະນະທຳ ອັນລໍ້າຄ່າເທົ່ານັ້ນ, ແຕ່ຍັງສ້າງສະຖານທີ່ວັດທະນະທຳ, ສິລະປະ ທີ່ເປັນເອກະລັກສະເພາະ, ດຶງດູດນັກທ່ອງທ່ຽວ ໃຫ້ເຂົ້າມາຢ້ຽມຊົມ ເປັນຈຳນວນຫຼວງຫຼາຍ.
ທຸກໆມື້, ໂຮງລະຄອນ ຢວຽດທິເດື່ອງ ຈະເປີດການສະແດງດົນຕີ, ຟ້ອນ ແລະ ຕ່ວງ ໃນພະລາຊະວັງ 2 ຄັ້ງ:
ຄັ້ງທີໜຶ່ງ: ແຕ່ 10 ໂມງ-10 ໂມງ 35 ນາທີ
ຄັ້ງທີສອງ: ແຕ່ 15 ໂມງ-15 ໂມງ 35 ນາທີ
ລາຄາປີ້: 200.000 ດົ່ງ/ປີ້/ຄົນ
ບົດ ແລະ ພາບ: VNP/ແທງຢາງ - ແປໂດຍ: ຢືຟຽນ