ຕາມເວັບໄຊສະຖິຕິ Worldometers.Info ແລ້ວ, ໄລ່ຮອດເວລາ 8 ໂມງເຊົ້າວັນທີ 14 ກໍລະກົດ (ຕາມເວລາ ຫວຽດນາມ), ໂລກໄດ້ຢັ້ງຢືນມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 13.229.600 ຄົນ, ໃນນັ້ນມີຜູ້ເສຍຊີວິດແມ່ນ 574.981 ຄົນ.

ບຣາຊິນ ແມ່ນປະເທດມີຈຳນວນຜູ້ຕິດເຊື້ອພະຍາດ Covid - 19 ຫຼາຍທີ 2 ໃນໂລກ (ພາບ: Reuters)
ອາເມລິກາຍັງແມ່ນໃຈກາງແຜ່ລະບາດຂອງໂລກດ້ວຍຈຳນວນຜູ້ຕິດເຊື້ອພະຍາດແມ່ນ 3.479.388 ຄົນ ແລະ ຜູ້ເສຍຊີວິດແມ່ນ 138.247 ຄົນ, ຖັດຈາກນັ້ນແມ່ນ ບຣາຊິນ, ອິນເດຍ, ລັດເຊຍ…
ແລະກໍ່ໃນວັນທີ 13 ກໍລະກົດ, ອົງການອະນາໄມໂລກ -WHO ໄດ້ສືບຕໍ່ອອກຄຳກ່າວເຕືອນວ່າ ມີຫຼາຍປະເທດໃນໂລກພວມເດີນຜິດດທາງໃນບັ້ນຕໍ່ສູ້ກັບໂລກລະບາດ Covid – 19 ແລະ ໂລກລະບາດ ນີ້ພວມນັບມື້ນັບຮ້າຍແຮງກ່ວາເກົ່າໃນທົ່ວໂລກ. ທ່ານ Tedros Adhanom ຜູ້ອຳນວຍການໃຫຍ່ ອົງການອະນາໄມໂລກ (WHO) ໃຫ້ຮູ້ວ່າ: ປັດຈຸບັນມີຜູ້ຕິດເຊື້ອກ່ວາ 13ລ້ານຄົນໃນນັ້ນມີຜູ້ເສຍຊີວິດກ່ວາ 500.000ຄົນ ນັບແຕ່ເວລາເກີດໂລກລະບາດ Covid – 19 ມາຮອດປັດຈຸບັນ. ສິ່ງທີ່ໜ້າວິຕົກກັງວົນແມ່ນ ເຖິງວ່າ ຢູ່ຫຼາຍປະເທດລະດູຮ້ອນວຽນມາແລ້ວ ແຕ່ຈຳນວນຜູ້ຕິດເຊື້ອຍັງສືບຕໍ່ເພີ່ມຂຶ້ນ.
(ແຫຼ່ງຄັດຈາກ VOV)