Wheel House Café ເປັນສະຖານທີ່ທີ່ໃນສ່ວນໃດໜຶ່ງປະກົດໃຫ້ເຫັນຄືນຢ່າງມີຊີວິດຊີວາເລື່ອງຮູບເງົາ“ໂລກແຫ່ງລົດຍົນ” ຢູ່ນີ້ ໄດ້ວາງສະແດງຮູບຈຳລອງລົດຍົນທຸກຊະນິດນັບແຕ່ລົດ ບັນທຸກຂະໜາດໃຫຍ່, ລົດເກງແຕ່ລະລຸ້ນ, ຈົນເຖິງລົດແຂ່ງ ເຊິ່ງຈໍາລອງໄວ້ຢູ່ເທິງຝາ, ເທິງຕູ້ຖ້ານ ແລະ ໃນຕູ້ແກ້ວ. ເຈົ້າຂອງຮ້ານກໍ່ມີໃຈກວ້າງຂວາງພ້ອມທີ່ຈະເອົາໃຫ້ແຂກຜູ້ໃດກໍ່ຕາມຕ້ອງການຢາກຢືມຮູບຈໍາລອງລົດມາເບີ່ງມາຊົມ, ຊອກຮູ້ຊອກເຫັນຫລືແລ່ນລອງຢູ່ເທິງໂຕະ. ຄວາມຈິງແລ້ວ, ບັນດາຮູບຈຳລອງລົດຍົນທີ່ວາງສະແດງຢູ່ Wheel House Café ແມ່ນຜົນຈາກຄວາມນິຍົມຊົມຊອບລົດຍົນຂອງເຈົ້າຂອງຮ້ານ ໃນເມື່ອເສຍສະຫລະເວລາກວ່າໜຶ່ງປີ ເພື່ອໄປຊອກຊື້ຮູບຈຳລອງລົດຍົນທີ່ຮ້ານຕ່າງໆຢູ່ພາຍໃນ ແລະ ຕ່າງປະເທດ.

ມູນໜຶ່ງການວາງສະແດງຮູບຈຳລອງລົດຍົນຊະນິດຕ່າງໆທີ່ Wheel House Café.












ຊຸດສະສົມຮູບຈຳລອງລົດຍົນທີ່ Wheel House Café.


ພ້ອມກັບບັນດາຮູບແຕ້ມກ່ຽວກັບລົດຍົນລຸ້ນຕ່າງໆໃນຕົ້ນສະຕະວັດທີ 20. |
ໃນຫວ່າງເວຫາພິເສດຂອງWheel House Café, ຜູ້ທີ່ມີ ຄວາມນິຍົມຊົມຊອບລົດຍົນສາມາດຄົ້ນພົບຄວາມ ຈັບໃຈໃນວິທີການປະດັບປະດາຢູ່ທີ່ນີ້. ສະແດງອອກຢ່າງຈະແຈ້ງທີ່ສຸດແມ່ນວິທີອອກແບບໂຕະຕັ່ງໃນຮ້ານລ້ວນແລ້ວແຕ່ເຮັດດ້ວຍວັດຖຸ ແລະຈໍາລອງຕາມຮູບຊົງຂອງລົດຍົນຊະນິດຕ່າງໆ. ຕົວຢ່າງຄື: ຕັ່ງເຮັດດ້ວຍກົງລົດສອງ ໜ່ວຍປະກອບເຂົ້າກັນ, ໂຄງໂຕະເຮັດດ້ວຍກົງລົດໜຶ່ງກົງ, ໜ້າໂຕະວາງດ້ວຍແຜ່ນກະຈົກໄສ, ທັງໝົດປະສານກົມກືນກັນ, ສ້າງຄວາມສະບາຍໃຈໃຫ້ແກ່ແຂກທີ່ມາດື່ມກາເຟເປັນຢ່າງຍິ່ງ.
ພ້ອມໆກັບໂຕະຕັ່ງ, ດອກໄຟປະດັບປະດາກໍ່ເຮັດດ້ວຍບັນດາເຄື່ອງອາໄຫຼ່ຂອງລົດຍົນ, ຊຸດສະສົມປ້າຍທະບຽນລົດຍົນ51 ລັດຂອງ ອາເມລິກາ…ກໍ່ເຮັດໃຫ້ແຂກທີ່ມາທີ່ນີ້ ຮູ້ສຶກ ແປກໃຈ ແລະ ມີຄວາມປະທັບໃຈຕໍ່ຄວາມອະອຽດລະອໍຄວາມພະຍາຍາມອັນລຳ້ເລີດ ຂອງເຈົ້າຂອງຮ້ານ.
ສັ້ນສອງຂອງ Wheel House Caféມີຄວາມແຕກຕ່າງ ໜ້ອຍໜຶ່ງທຽບກັບສັ້ນໜຶ່ງ ຍ້ອນແສງສະຫວ່າງອ່ອນໂຍນພໍດີໃຫ້ແຂກຮູ້ສຶກຄືກຳລັງຍ່າງເຂົ້າອູ່ສ້ອມແປງລົດຍົນແຫ່ງໜຶ່ງ. ນັ້ນແມ່ນຫວ່າງເວຫາທີ່ເຕັມໄປດ້ວຍເຄື່ອງມືສ້ອມແປງ:ກະເລ, ໄຂຄວງ, ຈານແຂ້ວເຟືອງ ແລະ ອຸປະກອນຖືກຈັດວາງຢູ່ທຸກມູມ, ທຸກແຈໃນຫ້ອງ.
ລາຍການອາຫານເຄື່ອງດື່ມຂອງ Wheel House Caféມີຫຼາກຫຼາຍຮູບ ແບບ, ພິເສດແມ່ນ W.H Drink, ປະເພດເຄື່ອງດື່ມທີ່ໄດ້ ຕັ້ງຊື່ຕາມບັນດາຍີ່ຫໍ້ລົດຍົນທີ່ມີຊື່ສຽງໃນໂລກ. ຕົວຢ່າງຄືຊື່ສຽງຂອງລົດຍີ່ຫໍ້ Mercedes ເໝາະສົມກັບລົດຊາດ ທີ່ສຸດຍອດຂອງນຳ້ໝາກໄມ້ຈອກໜຶ່ງ. ຄວາມທົນທານຂອງລົດຍົນຍີ່ຫໍ້ BMW ເໝາະສົມກັບນໍ້າປັ່ນຈອກໜຶ່ງ, ກາເຟກົງກັບ Lamborghini, milkshare ກົງກັບ Ferrari ທີ່ມີຊື່ສຽງ ໃນດ້ານຄວາມໄວ ແລະ ອື່ນໆ.

ໂຕະຕັ່ງຂອງ Wheel House Caféກໍ່ເຮັດມາຈາກບັນດາ ເຄື່ອງອາໄຫຼ່ ແລະ ອອກແບບຕາມຮູບຊົງຂອງລົດ.

ຫວ່າງເວຫາເທິງສັ້ນສອງຂອງ Wheel House Café ໄດ້ປະດັບປະດາຄືຮ້ານສ້ອມແປງລົດຍົນແຫ່ງໜຶ່ງ.

ບັນດາຕັ່ງນັ່ງທີ່ເຮັດດ້ວຍ“ກົງລົດ” ເປັນເອກະລັກສະເພາະຂອງຮ້ານ.



ຫວ່າງເວຫາຂອງ Wheel House Café ເຕັມໄປດ້ວຍກະເລ, ໄຂຄວງ, ຈານແຂ້ວເຟືອງ ແລະ ອຸປະກອນຕ່າງໆ
ຮັບໃຊ້ໃຫ້ແກ່ການສ້ອມແປງລົດ.

ດອກໄຟປະດັບປະດາເຮັດດ້ວຍເຄື່ອງອາໄຫຼ່ຂອງລົດໃຫຍ່.

ປ້າຍໂຄສະນາຮູບເງົາ “I Love Lucy”-ຮູບເງົາເລື່ອງໜຶ່ງ ທີ່ມີຊື່ສຽງໃນທົດສະວັດທີ 50 ຂອງສະຕະວັດກ່ອນ. |
ເວລາຫວ່າງເມື່ອນັ່ງກິນກາເຟຢູ່ Wheel House Café, ແຂກກໍ່ສາມາດຊອກຮູ້ ແລະ ອ່ານວາລະສານຫຼາຍສະບັບທີ່ໄດ້ ຂຽນກ່ຽວກັບລົດຍົນປະເພດຕ່າງໆທີ່ມີຊື່ສຽງໃນໂລກ.
Wheel House Caféຈຶ່ງແມ່ນໂລກແຫ່ງລົດຍົນຢ່າງແທ້ຈິງ ຕາມຄວາມໝາຍຂອງມັນ, ຍາມໃດກໍ່ເປັນບ່ອນຄອຍຕ້ອນຮັບບັນດາຊາວໜຸ່ມຍິງສາວຊາວນະຄອນ ໂຮ່ຈີມິນ ທີ່ມັກຈະສະແຫວງຫາບັນຍາກາດສະຖານທີ່ແປກໃໝ່ເພື່ອລິ້ມລອງລົດຊາດກາເຟຢູ່ສະເໝີ.
ບົດ: ຫງວຽນຫວູແທ່ງດາດ - ພາບ: ເລມິນ