ຂ່າວສານ

ໂລກລະບາດໂຄວິດ - 19 ເຮັດໃຫ້ຫຼາຍກວ່າ 2,5 ລ້ານຄົນ ເສຍຊີວິດ

      ອາເມລິກາ ຍັງຄົງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19. 
ການຂົນສົ່ງຄົນເຈັບຕິດເຊື້ອພະຍາດໂຄວິດ - 19 ຢູ່ບຣາຊິນ (ພາບ: AFP/TTXVN)
      ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 1 ມີນາ (ຕາມເວລາ UTC), ທົ່ວໂລກ ຢັ້ງຢືນ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 114.672.267 ຄົນ, ໃນນັ້ນ ມີກວ່າ 2,5 ລ້ານຄົນ ເສຍຊີວິດ, ກວ່າ 90,22 ລ້ານຄົນ ໄດ້ຮັບການປິ່ນປົວຫາຍດີ, ໃນຂະນະນັ້ນ ຍັງມີຄົນເຈັບກວ່າ 21,9 ລ້ານຄົນ ກຳລັງປິ່ນປົວຢູ່.
        ອາເມລິກາ ຍັງຄົງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19, ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 29.247.577 ຄົນ ແລະ ມີ 525.860 ຄົນ ເສຍຊີວິດ. ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ, ລັດເຊຍ ແລະ ອັງກິດ.
 (ແຫຼ່ງຄັດຈາກ VOV)


top