ຂ່າວສານ

ໂລກລະບາດອັກເສບປອດ Covid – 19: WHO ເລັ່ງທວງ ບັນດາປະເທດບຸລິມະສິດການຕ້ານໂລກລະບາດຢູ່ແຖວໜ້າ

      ຕາມສຳນັກຂ່າວສານຊິນຫວາແລ້ວ, ບົດລາຍງານທີ່ໄດ້ປະກາດໃນຕອນເຊົ້າວັນທີ 7 ມີນາ ຂອງຄະນະກຳມະການສາທາລະນະສຸກແຫ່ງຊາດຈີນ ໃຫ້ຮູ້ວ່າ ໃນວັນທີ 6 ມີນາ, ວົງການເຈົ້າໜ້າທີ່ທາງການແພດຈີນໄດ້ຮັບເອົາຜູ້ຕິດເຊື້ອໄວຣັດ Sars – CoV – 2 ໃໝ່ຕື່ມອີກ 99 ຄົນ ແລະ ມີຜູ້ເສຍຊີວິດຕື່ມອີກ 28 ຄົນ. ບັນດາກໍລະນີເສຍຊີວິດທັງໝົດລ້ວນແຕ່ຢູ່ ແຂວງຮູເປີຍ.

ພະນັກງານການແພດພວມວິໄຈແບບພະຍາດຂອງຄົນເຈັບຕິດ Covid -19 ຢູ່ ໂຮນລັງ ໃນວັນທີ 4 ມີນາ 2020 ( ພາບ: AFP/ TTXVN)
      ໃນເຫດການທີ່ກ່ຽວຂ້ອງ, ໃນວັນທີ 6 ມີນາ ອົງການອະນາໄມໂລກ (WHO) ໄດ້ສະເໜີໃຫ້ທຸກໆປະເທດໃນໂລກວາງເປົ້າໝາຍສະກັດກັ້ນ, ຕ້ານໂລກລະບາດ Covid – 19 ຢູ່ແຖວໜ້າ. ຄຽງຄູ່ກັນນັ້ນ, WHO ກໍ່ໄດ້ສະເໜີໃຫ້ບັນດາປະເທດຈຳກັດການໂຕ້ຖຽງກັນ, ສຸມໃສ່ເຂົ້າການຄວບຄຸມໂລກລະບາດ.
            ແລະກໍ່ໃນວັນດຽວກັນ, ທ່ານ Tijiani Muhammad – Bande ປະທານສະມັດຊາໃຫຍ່ ສປຊ ແລະ ສະພາເສດຖະກິດສັງຄົມ ສປຊ ໄດ້ຮຽກຮ້ອງໃຫ້ຈັດຕັ້ງກອງປະຊຸມກັບບັນດາປະເທດສະມາຊິກເພື່ອຮັບຟັງບົດລາຍງານຈາກ ຄະນະເລຂາ ສປຊ ກ່ຽວກັບຄວາມສ່ຽງທີ່ວ່າ ເຊື້ອໄວຣັດ SARS – CoV – 2 ອາດຈະແຜ່ລາມເຂົ້າບັນດາສຳນັກງານຂອງອົງການນີ້.
 (ແຫຼ່ງຄັດຈາກ VOV)


top