ກ່າວຄຳເຫັນທີ່ກອງປະຊຸມຂ່າວໃນວັນທີ 26 ກຸມພາ, ທ່ານ Stephane Dujarric ໂຄສົກຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ສະແດງຄວາມຊົມເຊີຍຕໍ່ກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງການນຳ ອາເມລິກາ ແລະ ສປປ.ເກົາຫຼີ ຢູ່ ຮ່າໂນ້ຍ.
ແລະກໍ່ໃນວັນດຽວກັນ, ລັດເຊຍ ໄດ້ຊົມເຊີຍ ແລະ ສະໜັບສະໜູນການແກ້ໄຂບັນຫາປອດນິວເຄຼຍ, ຫລຸດຜ່ອນຄວາມເຄັ່ງຕຶງຢູ່ແຫຼມ ເກົາຫຼີ.
ວັນທີ 26 ກຸມພາ, ຈີນ ກໍ່ສະແດງຄວາມຫວັງຕໍ່ກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ.ເກົາຫຼີ Kim Jong-un ຈະປະສົບຜົນສຳເລັດ.
(ແຫຼ່ງຄັດຈາກ VOV)