ຂ່າວສານ

ໂທ​ລະ​ເລກ​ຊົມ​ເຊີຍ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້​, ທ້ອນ​ໂຮມ​ປະ​ເທດ​ເປັນ​ເອ​ກະ​ພາບ

ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດ, ລັດຖະບານ, ສະພາແຫ່ງຊາດ ແລະ ຄະນະກຳມະການສູນກາງແນວລາວສ້າງຊາດ ໄດ້ສົ່ງໂທລະເລກດຊົມເຊີຍໄປຍັງຄະຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ, ລັດຖະບານ, ສະພາແຫ່ງຊາດ ແລະ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ.
ການນຳບັນດາປະເທດ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດເປັນເອກະພາບ (ພາບ: VGP)

ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (30/4/1975 - 30/4/2025), ພ້ອມກັບຄະນະຜູ້ແທນບັນດາພັກ, ບັນດາປະເທດມາ ຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ, ມີການນຳບັນດາພັກການເມືອງ, ບັນດາປະເທດໄດ້ສົ່ງໂທລະເລກຊົມເຊີຍໄປຍັງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ພ້ອມກັບບັນດາການນຳ ຫວຽດນາມ.

ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດ, ລັດຖະບານ, ສະພາແຫ່ງຊາດ ແລະ ຄະນະກຳມະການສູນກາງແນວລາວສ້າງຊາດ ໄດ້ສົ່ງໂທລະເລກຊົມເຊີຍໄປຍັງຄະຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ, ລັດຖະບານ, ສະພາແຫ່ງຊາດ ແລະ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ສົ່ງຈົດໝາຍອວຍພອຍໄປຍັງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.

ທ່ານປະທານພັກປະຊາຊົນ ກຳປູເຈຍ Samdech Techo Hun Sen  ໄດ້ສົ່ງຈົດໝາຍອວຍພອນໄປຍັງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ໂຕເລິມ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Hun Manet ໄດ້ສົ່ງຈົດໝາຍອວຍພອນໄປຍັງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ກຳປູເຈຍ ໄດ້ສົ່ງຈົດໝາຍໄປຍັງທ່ານປະທານສະພາແຫ່ງຊາດ Khuon Sudary  ເຈິ່ນແທັງເໝິນ.

ພັກກອມມູນິດ ອິນເດຍ ໄດ້ສົ່ງຈົດໝາຍພອຍພອນ ໄປຍັງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ. ທ່ານລັດຖະມົນຕີການຕ່າງປະເທດ ອິນເດຍ S. Jaishankar  ໄດ້ສົ່ງຈົດໝາຍໄປຍັງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ.


top