ຂ່າວສານ ໂທລະເລກອວຍພອນ 65 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 23/03/2020 ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22 ມີນາ 1955 – 22 ມີນາ 2020), ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມໄດ້ສົ່ງໂທລະເລກອວຍພອນເຖິງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ. ທ່ານນາງສູນທອນ ໄຊຍະຈັກ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ແລະ ທ່ານຫງວຽນບ໊າຮູ່ງເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວ (ພາບ: TTXVN) ໂທລະເລກໄດ້ຊີ້ແຈ້ງວ່າ: 65 ປີທີ່ຜ່ານມາ, ພາຍໃຕ້ການຊີ້ນຳນຳພາຢ່າງສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວບັນລຸໄດ້ບັນດາໄຊຊະນະອັນຍິ່ງໃຫຍ່, ມີຄວາມໝາຍດ້ານປະຫວັດສາດໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍປະເທດຊາດ, ສ້າງສາແລະປົກປັກຮັກສາປະເທດຊາດ. ພັກກອມມູນິດຫວຽດນາມແລະປະຊາຊົນຫວຽດນາມໄດ້ຕີລາຄາສູງແລະສະແດງຄວາມຊົມເຊີຍຕໍ່ບັນດາຜົນງານແລະໄຊຊະນະອັນຍິ່ງໃຫຍ່ເຊິ່ງພັກປະຊາຊົນປະຕິວັດລາວບັນລຸໄດ້ໃນຕະຫຼອດໄລຍະເວລາທີ່ຜ່ານມາ. ບັນດາຜົນງານຂອງພັກປະຊາຊົນປະຕິວັດລາວບໍ່ພຽງແຕ່ມີຄວາມໝາຍເລິກເຊິ່ງສຳລັບພາລະກິດແຫ່ງການສ້າງສາ, ປົກປັກຮັກສາແລະພັດທະນາປະເທດລາວເທົ່ານັ້ນແຕ່ຍັງແມ່ນແຫຼ່ງກຳລັງໃຈອັນໃຫຍ່ຫຼວງຕໍ່ພັກ, ລັດແລະປະຊາຊົນຫວຽດນາມໃນວິວັດແຫ່ງການປ່ຽນແປງໃໝ່, ສ້າງສາແລະປົກປັກຮັກສາປະເທດຊາດອີກດ້ວຍ. (ແຫຼ່ງຄັດຈາກ VOV)

ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22 ມີນາ 1955 – 22 ມີນາ 2020), ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມໄດ້ສົ່ງໂທລະເລກອວຍພອນເຖິງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ. ທ່ານນາງສູນທອນ ໄຊຍະຈັກ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ແລະ ທ່ານຫງວຽນບ໊າຮູ່ງເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວ (ພາບ: TTXVN) ໂທລະເລກໄດ້ຊີ້ແຈ້ງວ່າ: 65 ປີທີ່ຜ່ານມາ, ພາຍໃຕ້ການຊີ້ນຳນຳພາຢ່າງສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວບັນລຸໄດ້ບັນດາໄຊຊະນະອັນຍິ່ງໃຫຍ່, ມີຄວາມໝາຍດ້ານປະຫວັດສາດໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍປະເທດຊາດ, ສ້າງສາແລະປົກປັກຮັກສາປະເທດຊາດ. ພັກກອມມູນິດຫວຽດນາມແລະປະຊາຊົນຫວຽດນາມໄດ້ຕີລາຄາສູງແລະສະແດງຄວາມຊົມເຊີຍຕໍ່ບັນດາຜົນງານແລະໄຊຊະນະອັນຍິ່ງໃຫຍ່ເຊິ່ງພັກປະຊາຊົນປະຕິວັດລາວບັນລຸໄດ້ໃນຕະຫຼອດໄລຍະເວລາທີ່ຜ່ານມາ. ບັນດາຜົນງານຂອງພັກປະຊາຊົນປະຕິວັດລາວບໍ່ພຽງແຕ່ມີຄວາມໝາຍເລິກເຊິ່ງສຳລັບພາລະກິດແຫ່ງການສ້າງສາ, ປົກປັກຮັກສາແລະພັດທະນາປະເທດລາວເທົ່ານັ້ນແຕ່ຍັງແມ່ນແຫຼ່ງກຳລັງໃຈອັນໃຫຍ່ຫຼວງຕໍ່ພັກ, ລັດແລະປະຊາຊົນຫວຽດນາມໃນວິວັດແຫ່ງການປ່ຽນແປງໃໝ່, ສ້າງສາແລະປົກປັກຮັກສາປະເທດຊາດອີກດ້ວຍ. (ແຫຼ່ງຄັດຈາກ VOV)