ຂ່າວສານ

ໂທລະເລກຢື້ຢາມຖາມຂ່າວຍ້ອນຝົນຕົກ, ນ້ຳຖ້ວມຢູ່ລາວ

      ໂດຍໄດ້ຮັບຂ່າວວ່າ, ມີບາງແຂວງທາງພາກກາງ ແລະ ພາກໃຕ້ຂອງລາວ ພວມຖືກນ້ຳຖ້ວມ ຍ້ອນຝົນຕົກໜັກແກ່ຍາວໃນຊຸມວັນຜ່ານມາ, ໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງທັງທາງດ້ານຊັບສິນ ແລະ ຊີວິດອິນຊີ

ສະພາບຝົນຕົກ, ນ້ຳຖ້ວມຢູ່ລາວ
(ພາບອີນເຕີແນັດ)
      ວັນທີ 06 ກັນຍາ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວເຖິງທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸສິດ ແລະ ທ່ານນາງປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້.
        ໃນໂທລະເລກ, ການນຳຫວຽດນາມ ໄດ້ສະແດງຄວາມເອົາໃຈໃສ່ຕໍ່ສະພາບນ້ຳຖ້ວມໃນປະຈຸບັນຢູ່ລາວ; ສົ່ງຄຳຢື້ຢາມຖາມຂ່າວຢ່າງຈິງໃຈ ແລະ ເລິກເຊິ່ງທີ່ສຸດເຖິງບັນດາການນຳ ແລະ ປະຊາຊົນລາວອ້າຍນ້ອງ, ໂດຍສະເພາະແມ່ນອຳນາດການປົກຄອງບັນດາທ້ອງຖິ່ນ ແລະ ຄອບຄົວຖືກຜົນສະທ້ອນ; ເຊື່ອໝັ້ນວ່າ, ພາຍໃຕ້ການຊີ້ນຳນຳພາ ແລະ ການເອົາໃຈໃສ່ຢ່າງໃກ້ຊິດຕິດແທດຂອງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດລາວ, ປະຊາຊົນລາວ ອ້າຍນ້ອງຈະຜ່ານຜ່າຄວາມຫຍຸ້ງຍາກຄືໃນປະຈຸບັນ, ຮັບປະກັນຊີວິດການເປັນຢູ່ໃຫ້ເປັນປົກກະຕິໂດຍໄວ.
        ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ກໍ່ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວເຖິງທ່ານລັດຖະມົນຕີການຕ່າງປະເທດລາວ ສະເລີມໄຊ ກົມມະສິດ ເຊັ່ນດຽວກັນ.
 (ແຫຼ່ງຄັດຈາກ VOV)

top