ວັດທະນະທຳ

ແມ່ຍິງ ຫວຽດນາມ - ຈາກບ່ອນໄດ້ຮັບການມອບສິດ ໄປສູ່ການເປັນຜູ້ນໍາພາການພັດທະນາ

ໃນສະພາບການທີ່ ຫວຽດນາມ ພວມເຊື່ອມໂຍງ ເຂົ້າກັບສາກົນ ຢ່າງກວ້າງຂວາງເລິກເຊິ່ງນັ້ນ, ແມ່ຍິງ ນັບມື້ນັບຢືນຢັນບົດບາດຂອງຕົນ ບໍ່ພຽງແຕ່ເປັນຜູ້ໄດ້ຮັບການຊົມໃຊ້ເທົ່ານັ້ນ, ແຕ່ຍັງເປັນຜູ້ມີສ່ວນຮ່ວມ ໃນການພັດທະນາອີກດ້ວຍ. ນັບແຕ່ການສຶກສາ, ເສດຖະກິດ ໄປຈົນເຖິງການມີສ່ວນຮ່ວມໃນການວາງນະໂຍບາຍ, ບາດກ້າວຂະຫຍາຍຕົວ ຂອງແມ່ຍິງ ໄດ້ສ່ອງແສງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມມຸ່ງໝັ້ນ ຂອງ ຫວຽດນາມ ໃນການສົ່ງເສີມສິດທິມະນຸດ ແລະ ຄວາມສະເໝີພາບຍິງ - ຊາຍ.

ໃນສະພາບການທີ່ ຫວຽດນາມ ພວມເຊື່ອມໂຍງ ເຂົ້າກັບສາກົນ ຢ່າງກວ້າງຂວາງເລິກເຊິ່ງນັ້ນ, ແມ່ຍິງ ນັບມື້ນັບຢືນຢັນບົດບາດຂອງຕົນ ບໍ່ພຽງແຕ່ເປັນຜູ້ໄດ້ຮັບການຊົມໃຊ້ເທົ່ານັ້ນ, ແຕ່ຍັງເປັນຜູ້ມີສ່ວນຮ່ວມ ໃນການພັດທະນາອີກດ້ວຍ. ນັບແຕ່ການສຶກສາ, ເສດຖະກິດ ໄປຈົນເຖິງການມີສ່ວນຮ່ວມໃນການວາງນະໂຍບາຍ, ບາດກ້າວຂະຫຍາຍຕົວ ຂອງແມ່ຍິງ ໄດ້ສ່ອງແສງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມມຸ່ງໝັ້ນ ຂອງ ຫວຽດນາມ ໃນການສົ່ງເສີມສິດທິມະນຸດ ແລະ ຄວາມສະເໝີພາບຍິງ - ຊາຍ.

ໃນຊຸມປີມໍ່ໆ ມານີ້, ແມ່ຍິງ ຫວຽດນາມ ນັບມື້ນັບເປັນເຈົ້າການ ໃນການຍາດແຍ່ງກາລະໂອກາດ ເພື່ອການພັດທະນາຕົນເອງ ຢ່າງຮອບດ້ານ. ຄວາມສາມາດໃນການເຂົ້າເຖິງການສຶກສາ, ວຽກເຮັດງານທໍາ ແລະ ແຫຼ່ງກໍາລັງແຮງຕ່າງໆ ໃນສັງຄົມໄດ້ຮັບການເປີດກວ້າງ ອັນໄດ້ສ້າງເງື່ອນໄຂ ໃຫ້ແກ່ເຂົາເຈົ້າ ມີສ່ວນຮ່ວມ ຢ່າງເລິກເຊິ່ງ ເຂົ້າໃນພື້ນຖານເສດຖະກິດ ແລະ ຊີວິດການເປັນຢູ່ຂອງສັງຄົມ. ນັບແຕ່ການເລີ່ມສ້າງອາຊີບໃໝ່, ການດຳເນີນທຸລະກິດ ໄປຈົນເຖິງຂົງເຂດຕ່າງໆ ທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ, ແມ່ຍິງ ຫວຽດນາມ ພວມຄ່ອຍໆ ຢືນຢັນຄວາມອາດສາມາດ ແລະ ບົດບາດຂອງຕົນ ໃນຂະບວນວິວັດແຫ່ງການພັດທະນາ.n.

ຄວາມງາມຂອງແມ່ຍິງ ຫວຽດນາມ ໃນຊຸດອາພອນພື້ນເມືອງ. ພາບ: ເລມິງ/VNP
ສິລະປິນປະຊາຊົນ ຍືກີ່ວງ (ກາງ), ນັກສະແດງທີ່ມີຊື່ສຽງ ຂອງວົງການຮູບເງົາ ຫວຽດນາມ. ພາບ: ແຄ໋ງລອງ/VNP
ພາບລວມສະສົມຮູບແຕ້ມດອກບົວ ທີ່ຕິດພັນກັບຄວາມງາມຂອງແມ່ຍິງ ຫວຽດນາມ ຂອງນັກສະສົມ ຖຸ໋ຍແອັງ ທີ່ໄດ້ຮັບການນຳສະແດງ ຢູ່ ຝຣັ່ງ. ພາບ: ເອກະສານ
ຍິງສາວ ຫວຽດນາມ ທີ່ສວຍງາມສົດໃສ ໃນຊຸດ ອ໋າວຢ່າຍ (ເສື້ອຍາວ) ປະຈຳຊາດ.

ໄປຄຽງຄູ່ກັນນັ້ນ, ລະບົບນະໂຍບາຍ ກ່ຽວກັບຄວາມສະເໝີພາບຍິງ - ຊາຍ ແລະ ການມອບສິດ ໃຫ້ແກ່ແມ່ຍິງ ຫວຽດນາມ ໄດ້ຮັບການປັບປຸງໃຫ້ສົມບູນແບບ ຢ່າງບໍ່ຢຸດຢັ້ງ. ບັນດາຂໍ້ກຳນົດທາງດ້ານນິຕິກໍາ ນັບມື້ນັບ ອໍານວຍຄວາມສະດວກ ໃຫ້ແມ່ຍິງ ເຂົ້າຮ່ວມໃນກົງຈັກການນຳພາ, ການຄຸ້ມຄອງ ກໍຄືການປະກອບສ່ວນສຽງເວົ້າ ໃນວິວັດການສ້າງ ແລະ ຈັດຕັ້ງປະຕິບັດນະໂຍບາຍ. ນີ້ແມ່ນພື້ນຖານ ອັນສຳຄັນ ເພື່ອຮັບປະກັນສິດໃນການມີສ່ວນຮ່ວມ ແລະ ສິດໃນການພັດທະນາ ຂອງ ແມ່ຍິງ ໃນສັງຄົມທີ່ທັນສະໄໝ.

 

ໃນຊຸມປີມໍ່ໆ ມານີ້, ແມ່ຍິງ ຫວຽດນາມ ນັບມື້ນັບເປັນເຈົ້າການ ໃນການຍາດແຍ່ງກາລະໂອກາດ ເພື່ອການພັດທະນາຕົນເອງ ຢ່າງຮອບດ້ານ. ຄວາມສາມາດໃນການເຂົ້າເຖິງການສຶກສາ, ວຽກເຮັດງານທໍາ ແລະ ແຫຼ່ງກໍາລັງແຮງຕ່າງໆ ໃນສັງຄົມໄດ້ຮັບການເປີດກວ້າງ ອັນໄດ້ສ້າງເງື່ອນໄຂ ໃຫ້ແກ່ເຂົາເຈົ້າ ມີສ່ວນຮ່ວມ ຢ່າງເລິກເຊິ່ງ ເຂົ້າໃນພື້ນຖານເສດຖະກິດ ແລະ ຊີວິດການເປັນຢູ່ຂອງສັງຄົມ. 

 

ຮສຈ.ປອ ເຈືອງແທັງຮືອງ - ລາງວັນ Kovalevskaia ພ້ອມກັບຜົນງານການຄົ້ນຄວ້າ "ສ້າງແຜນທີ່ການກາຍພັນຂອງຢີນພະຍາດໄຂມັນໃນເລືອດສູງ ໃນຄອບຄົວ ແລະ ສະເໜີຮູບແບບການຄຸ້ມຄອງພະຍາດ ຢູ່ ຫວຽດນາມ". ພາບ: ແທງຢາງ/VNP
ແມ່ຍິງ ຫວຽດນາມ ນັບມື້ນັບມີການປະກອບສ່ວນອັນສຳຄັນ ໃນບັນດາຂົງເຂດວິທະຍາສາດ ຂອງປະເທດຊາດ.

ນອກຈາກບັນດາຜົນສຳເລັດແລ້ວ, ຫວຽດນາມ ຍັງໃຫ້ຄວາມສຳຄັນຕໍ່ການປົກປ້ອງແມ່ຍິງ ຈາກສິ່ງທ້າທາຍໃໝ່ໆ, ນັບແຕ່ການໃຊ້ຄວາມຮຸນແຮງໃນຄອບຄົວ, ຄວາມຮຸນແຮງ ບົນພື້ນຖານທາງເພດ ໄປຈົນເຖິງຄວາມສ່ຽງ ໃນໂລກເຕັກໂນໂລຊີ ສາລະສົນເທດ. ການເພີ່ມທະວີນະໂຍບາຍປະກັນສັງຄົມ, ການປົກປ້ອງສຸຂະພາບ ແລະ ສິດທິໃນການຈະເລີນພັນ ຂອງແມ່ຍິງ ເຊິ່ງໄດ້ສະແດງໃຫ້ເຫັນເຖິງ ວິທີການເຂົ້າເຖິງຢ່າງຮອບດ້ານ ໃນການຮັບປະກັນສິດທິມະນຸດ.

ແມ່ຍິງ ຫວຽດນາມ ເສີມຂະຫຍາຍຈຸດແຂງ ໃນບັນດາຂົງເຂດສິລະປະ.
ທ່ານນາງ ຫງວຽນຈາງເຟືອງ (ຜູ້ນອກສຸດ, ເບື້ອງຊ້າຍ) ເຈົ້າຂອງບໍລິສັດ ດອກໄມ້ແຫ້ງ Xavia
ແມ່ຍິງ ພາກເໜືອ ໃນຊຸດເສື້ອສີປ່ຽງ, ຫົວພັບແພພັບຫົວ ຮູບສົບກາໄປຮ່ວມງານບຸນປະເພນີຂອງໝູ່ບ້ານ. ພາບ: ຈິ້ງໂບ້/VNP
ຟ້ອນສາມັກຄີ ຂອງແມ່ຍິງຊົນເຜົ່າ ໝາງ (ແຂວງ ລາຍເຈົາ). ພາບ: ກົງດາດ/VNP
ແມ່ຍິງບັນດາເຜົ່າ ໃນບັນດາງານກິດຈະກຳໃຫຍ່ ຂອງຊຸມຊົນ.

ໃນປັດຈຸບັນ, ແມ່ຍິງ ຫວຽດນາມ ບໍ່ພຽງແຕ່ເປັນຜູ້ໄດ້ຮັບການຊົມໃຊ້ ຈາກນະໂຍບາຍ ເທົ່ານັ້ນ, ແຕ່ໄດ້ກາຍເປັນກຳລັງແຮງ ທີ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດການພັດທະນາ. ການເພີ່ມຂຶ້ນ ຂອງ ອັດຕາສ່ວນແມ່ຍິງ ທີ່ເຂົ້າຮ່ວມ ໃນອົງການຕົວແທນປະຊາຊົນ ແລະ ຕຳແໜ່ງ ການນຳພາ ໄດ້ສະແດງໃຫ້ເຫັນບົດບາດ ທີ່ນັບມື້ນັບຈະແຈ້ງ ຂອງແມ່ຍິງ ໃນຊີວິດການເມືອງ ແລະ ສັງຄົມ. ດ້ວຍບາດກ້າວຂະຫຍາຍຕົວດັ່ງກ່າວ, ແມ່ ຍິງ ຫວຽດນາມ ພວມປະກອບສ່ວນ ສ້າງສັງຄົມໜຶ່ງທີ່ກວມລວມ, ຍຸຕິທຳ ແລະ ພັດທະນາຢ່າງຍືນຍົງ.

ບົດ: ບິກເວິນ/VNP - ພາບ: VNP - ແປໂດຍ: ບິກລຽນ


top