ແຕ່ລະສີສັນວັດທະນະທຳລ້ວນແຕ່ສ້າງເປັນຈຸດຄວາມງາມຂອງໝູ່ບ້ານ, ບ້ານເກີດເມືອງນອນ, ປະເທດຊາດ.
ຄວາມງາມທາງດ້ານວັດທະນະທຳເຜົ່າໄທ ຢູ່ ແຂວງ ດ້ຽນບຽນ.
ດ້ຽນບຽນ, ເຂດດິນແດນທາງທິດຕາເວັນຕົກພາກເໜືອຂອງປະເທດຊາດ ບໍ່ພຽງແຕ່ມີຊື່ສຽງດ້ວຍມູນເຊື້ອປະຫວັດສາດອັນສະຫງ່າລາສີເທົ່ານັ້ນ, ຫາກຍັງໄດ້ຮັບການຮູ້ຈັກເຖິງແມ່ນເຂດດິນແດນທີ່ມີສີສັນວັດທະນະທຳບັນດາເຜົ່າອັນອຸດົມສົມບູນອີກດ້ວຍ. ໃນວິວັດການຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ເປັນມູມເຊື້ອນັ້ນ, ແມ່ຍິງຂຶ້ນກັບ 19 ຊົນເຜົ່າອ້າຍນ້ອງທີ່ດຳລົງຊີວິດຢູ່ ດ້ຽນບຽນ ໄດ້ ແລະ ພວມກາຍເປັນກຳລັງແກ່ນສານໃນການປົກປັກຮັກສາ, ເສີມຂະຫຍາຍຈຸດຄວາມງາມດ້ານວັດທະນະທຳ.
ຮີດຄອງປະເພນີ “ຕັ້ງເກົ້າ” (ເກົ້າຜົມຂຶ້ນເທິງຫົວ) ຂອງຊາວເຜົ່າ ໄທດຳ
ຄວາມງາມທາງດ້ານວັດທະນະທຳເຜົ່າໄທ ຢູ່ ແຂວງ ດ້ຽນບຽນ.ແມ່ຍິງເຜົ່າ ກົ້ງ ຢູ່ ແຂວງ ດ້ຽນບຽນ ຮ່ວມກັນປົກປັກຮັກສາ “ຈິດວິນຍານ” ຂອງເຜົ່າຕົນ.
ໂດຍຍາດເວລາຫວ່າງ, ເມື່ອບັນດາລູກ, ຫຼານຮຽນໜັງສືແລ້ວ; ຫຼືຕອນທ້າຍອາທິດ, ປ້າ ຮວ່າງທິເຟື້ອງ, ຊາວເຜົ່າ ຜູ້ໄທ, ຢູ່ຕາແສງ ດ້ຽນບຽນ, ແຂວງ ດ້ຽນບຽນ ໄດ້ສອນບັນດາບົດເພງຂອງຊາວເຜົ່າ ຜູ້ໄທ ໃຫ້ລູກ, ຫຼານຂອງຕົນ.
ຮີດຄອງປະເພນີການຢູ່ເຮືອນຮ້ານ ຍັງໄດ້ຮັບການອະນຸລັກຮັກສາໄວ້ ໂດຍພີ່ນ້ອງບັນດາເຜົ່າ ໄທ, ຊິງມູນ, ເຄີມຸ... ຢູ່ ແຂວງ ດ້ຽນບຽນ - ພາກຕາເວັນຕົກສ່ຽງເໜືອ.
ປ້າ ເຟື້ອງ ໃຫ້ຮູ້ວ່າ ປະຈຸບັນ ວົງຄະນະຍາດຊາວເຜົ່າ ຜູ້ໄທ ມີຈຳນວນພົນລະເມືອງຫຼາຍທີ່ສຸດຢູ່ ດ້ຽນບຽນ, ກວມເອົາກວ່າ 38% ຈຳນວນພົນລະເມືອງຂອງທັງແຂວງ. ໂດຍໄດ້ດຳລົງຊີສິດຢູ່ ດ້ຽນບຽນ ແລະ ເຂດຕາເວັນຕົກພາກເໜືອ ກວ່າ 10 ສະຕະວັດ, ພໍ່ແມ່ປະຊາຊົນຊາວເຜົ່າ ຜູ້ໄທ ຍັງຮັກສາສີສັນວັດທະນະທຳທີ່ເປັນເອກະລັກສະເພາະຂອງຊົນເຜົ່າຕົນ. ໃນນັ້ນແມ່ນຮີດຄອງປະເພນີ “ຕັ້ງເກົ້າ” (ເກົ້າຜົມຂຶ້ນເທິງຫົວ) ຂອງຊາວເຜົ່າ ໄທດຳ. ນັ້ນແມ່ນຈຸດວັດທະນະທຳທີ່ເປັນມູນເຊື້ອ, ທັງສະແດງໃຫ້ເຫັນການດຳລົງຊີວິດທີ່ມີນ້ຳໃຈ, ມີຄວາມຮັກແພງ, ທັງສະແດງຈຸດຄວາມງາມຢູ່ພາຍນອກຂອງແມ່ຍິງເຜົ່າ ຜູ້ໄທ. ປ້າ ຮວ່າງທິເຟື້ອງ ໃຫ້ຮູ້ວ່າ:
“ຕາມຮີດຄອງປະເພນີຂອງແມ່ຍິງຊາວເຜົ່າ ໄທດຳ, ເມື່ອເອົາຜົວແລ້ວຈະເກົ້າຜົມຂຶ້ນ. ຖ້າໂຊກບໍ່ດີ, ຜົວເສຍຊີວິດແມ່ນຈະເກົ້າຜົມງ່ຽງໄປເບື້ອງຊ້າຍ; ຖ້າເອົາຜົວໃໝ່ແມ່ນຈະເກົ້າຜົມງ່ຽງໄປເບື້ອງຂວາ”.
ຍ້ອນໄດ້ຮັບການສິດສອນຈາກແມ່ ແລະ ເອື້ອຍມາແຕ່ຍັງນ້ອຍ, ເມື່ອເຕີບໃຫຍ່ຂຶ້ນມາ ແມ່ຍິງຫຼາຍທ່ານ ຈຶ່ງມີຄວາມຊໍານານໃນການຕ່ຳແຜ່ນແພລວດລາຍພື້ນເມືອງ.
ແມ່ຍິງຢູ່ ດ້ຽນບຽນ ພວມປະກອບສ່ວນຢ່າງມິດງຽບເພື່ອຮັກສາວັດທະນະທຳຂອງຊົນເຜົ່າຕົນໄວ້
ຈາກບັນດາຮີດຄອງປະເພນີ ຕະຫຼອດຮອດງານບຸນເມື່ອກ່ອນ, ຫຼືບັນດາເລື່ອງລາວກ່ຽວກັບບົດເພງ, ວາດຟ້ອນ, ເລື່ອງລາວກ່ຽວກັບບັນພະບຸລຸດຂອງຄົນຊົນເຜົ່າ ຜູ້ໄທ ບຸກເບີກບ້ານເມືອງ… ປ້າ ເຟື້ອງ ແລະ ບັນດາແມ່ຍິງອາຍຸສູງ ລ້ວນແຕ່ຖ່າຍທອດໃຫ້ແກ່ລຸ້ນໜຸ່ມໄດ້ຮູ້ ແລະ ຮັກສາ, ເສີມຂະຫຍາຍ.
ຈາກບັນດາເລື່ອງລາວທີ່ລຽບງ່າຍນັ້ນ, ເອື້ອຍ ຫໍເຟື້ອງຮວ່າຍ, ຢູ່ຕາແສງ ດ້ຽນບຽນ, ໄດ້ປະດິດແຕ່ງຫຼາຍບົດປະພັນວັນນະຄະດີກ່ຽວກັບຫົວຂໍ້ວັດທະນະທຳທີ່ເປັນມູນເຊື້ອບັນດາເຜົ່າ, ໂດຍສະເພາະແມ່ນບັນດາບົດກະວີກ່ຽວກັບຮີດຄອງປະເພນີຂອງຊາວເຜົ່າ ຜູ້ໄທ. ເອື້ອຍ ຮວ່າຍ ແບ່ງປັນວ່າ:
“ຂ້າພະເຈົ້າຄິດວ່າ ບົດກະວີ ຈະມີວິນຍານເມື່ອໄດ້ເລີ່ມຈາກຄວາມຮັກຕໍ່ບ້ານເກີດເມືອງນອນ, ປະເທດຊາດ ແລະ ຄວາມຮັກລະຫວ່າງມະນຸດດ້ວຍກັນ. ຂ້າພະເຈົ້າຈະສືບຕໍ່ຂຽນ ເພື່ອຮັກສາມູນເຊື້ອອັນດີງາມຂອງຊົນເຜົ່າຢ່າງບໍ່ຢຸດຢັ້ງ, ຮັກສາໃຫ້ແກ່ລຸ້ນຕໍ່ໆໄປ”.
ສ່ວນເພື່ອນ ຈາວທິຕອນ, ຊາວເຜົ່າ ຢ້າວ, ຢູ່ບ້ານ ເດເຕົາ, ຕາແສງ ຊາງແຍ່, ແຂວງ ດ້ຽນບຽນ ໃຫ້ຮູ້ວ່າ ດ້ວຍຄວາມອົດທົນ, ລະອຽດລະອໍຂອງບັນດາແມ່ເຖົ້າ, ບັນດາແມ່, ພ້ອມກັບຈິດໃຈຮ່ຳຮຽນຂອງລຸ້ນໜຸ່ມ, ມີເອື້ອຍນ້ອງແມ່ຍິງຊາວເຜົ່າ ຢ້າວ ຢູ່ ເດເຕົາ ຫຼາຍຄົນກໍ່ຄ່ອຍໆຊຳນານ, ມີຄວາມໝັ້ນໃຈອອກແບບບັນດາລວດລາຍ ແລະ ເຮັດເປັນຊຸດອາພອນທີ່ເປັນເອກະລັກສະເພາະ.
“ນັບແຕ່ຄາວຍັງນ້ອຍ ນ້ອງມີຄວາມມັກຮັກຕໍ່ມູນເຊື້ອຂອງຊົນເຜົ່າຕົນ. ເມື່ອຍັງເປັນເດັກ ເຫັນບັນດາແມ່ໆຖັກແສ່ວນັ້ນ ນ້ອງມັກທີ່ສຸດ. ເຖິງວ່າຍັງເປັນເດັກ ແຕ່ນ້ອງກໍ່ຢາກຮຽນຖັກແສ່ວ ສະນັ້ນບັນດາແມ່ເຖົ້າ, ບັນດາແມ່ກໍ່ສອນໃຫ້. ມາຮອດປະຈຸບັນ, ນ້ອງສາມາດເຮັດຊຸດອາພອນທີ່ເປັນມູນເຊື້ອໃຫ້ແກ່ຕົນເອງ. ເພື່ອນຜູ້ໃດທີ່ຍັງບໍ່ທັນຮູ້, ຖ້າຢາກຮຽນ ນ້ອງກໍ່ພ້ອມແລ້ວທີ່ຈະບອກວິທີເຮັດ”.
ສິລະປະການຂັບລຳ ແລະ ຟ້ອນພື້ນເມືອງ ແມ່ນພາກສ່ວນໜຶ່ງທີ່ຂາດບໍ່ໄດ້ ໃນຊີວິດການເປັນຢູ່ທາງດ້ານຈິດໃຈ ຂອງພີ່ນ້ອງບັນດາເຜົ່າ.
ປະຈຸບັນ, ຢູ່ບັນດາເຂດຊຸມຊົນຢູ່ ດ້ຽນບຽນ ລ້ວນແຕ່ສ້າງຕັ້ງກອງສິລະປະມະຫາຊົນ, ຫຼື ບັນດາສະໂມສອນຟ້ອນລຳທຳເພງ. ປ້າ ລູ່ທິອວານ, ສະມາຊິກໃນສະໂມສອນ, ແບ່ງປັນວ່າ:
“ພວກຂ້າພະເຈົ້າຕ້ອງຮັກສາສີສັນທີ່ເປັນມູນເຊື້ອຂອງຊົນເຜົ່າໄວ້, ບໍ່ປະໃຫ້ຖືກສູນຫາຍໄປ. ເຖິງວ່າຈະທັນສະໄໝຄືແນວໃດກໍ່ຕາມ ແຕ່ກໍ່ບໍ່ສາມາດປະມູນເຊື້ອໄດ້. ວັດທະນະທຳທີ່ເປັນມູນເຊື້ອຂອງພວກຂ້າພະເຈົ້າແມ່ນມີການຟ້ອນລຳທຳເພງ, ຟ້ອນກຸບ…”
. ແຕ່ລະສີສັນວັດທະນະທຳລ້ວນແຕ່ສ້າງເປັນຈຸດຄວາມງາມຂອງໝູ່ບ້ານ, ບ້ານເກີດເມືອງນອນ, ປະເທດຊາດ. ໃນວິວັດການປົກປັກຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳຊົນເຜົ່ານັ້ນ, ບັນດາແມ່ຍິງຢູ່ ດ້ຽນບຽນ ພວມປະກອບສ່ວນຢ່າງມິດງຽບເພື່ອຮັກສາວັດທະນະທຳຂອງຊົນເຜົ່າຕົນໄວ້.