ຂ່າວສານ

ແຜ່​ກະ​ຈາຍ​ຄຸນ​ຄ່າ​ ວັນ​ໝຽວ - ກວັກ​ຕື​ຢາມ ແລະ ວັດ​ທະ​ນະ​ທຳ, ມໍ​ລະ​ດົກ ຫວຽດ​ນາມ

ດ້ວຍ​ປະ​ຫວັດ​ສາດ​ເກືອບໜຶ່ງ​ສະ​ຫັດ​ສະ​ວັດ,ວັນ​ໝຽວ - ກວັກ​ຕື​ຢາມ ແມ່ນ​ສັນ​ຍາ​ລັກ​ທີ່​ພົ້ນ​ເດັ່ນ​ຂອງ​ພື້ນ​ຖານ​ອະ​ລິ​ຍະ​ທຳ ຫວຽດ​ນາມ, ບ່ອນ​ລວມຍອດ​ມູນ​ເຊື້ອ​ມັກ​ຮຽນ​, ເຄົາ​ລົບນັບ​ຖື​ຄູ​ບາ​ອາ​ຈານ, ນຳ​ໃຊ້ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ, ມີ​ຄວາມ​ເຊື່ອ​ໝັ້ນ​ຢ່າງ​ເລິກ​ເຊິ່ງວ່າ, ການ​ສຶກ​ສາ, ພູມ​ປັນ​ຍາ ແລະ ມະ​ນຸດ ແມ່ນ​ພື້ນ​ຖານ​ໃຫ້​ແກ່​ການ​ພັ​ດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ​ຊາດ.
ທ່ານ ໂງ​ເລ​ວັນ ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ, ປະ​ທານ​ຄະ​ນະ​ກຳ​ມະ​ການ UNESCO ແຫ່ງ​ຊາດ ຫວຽດ​ນາມ (ພາບ: TTXVN)

ວັນ​ທີ 17 ມິ​ຖຸ​ນາ, ຢູ່​ສຳ​ນັກ​ງານ​ອົງ​ການ UNESCO ປະ​ຈຳ​ນະ​ຄອນຫຼວງ ປາ​ຣີ, ປະ​ເທດ ຝ​ລັ່ງ, ໃນ​ຂອບ​ເຂດ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ສະ​ເຫຼີມ​ສະຫຼອງ 50 ປີ ແຫ່ງ​ການ​ພົວ​ພັນ ຫວຽດ​ນາມ - UNESCO (1976 – 2026), ຄະ​ນະ​ກຳ​ມະ​ການ​ UNESCO ແຫ່ງ​ຊາດ ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ ແລະ ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ UNESCO ​ຈັດ​ລາຍ​ການ​ວັດ​ທ​ະ​ນະ​ທຳ “ວັດ​ທ​ະ​ນະ​ທຳ​ການ​ຮຽນ” ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ ກວັກ​ຕື​ຢາມ - ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ທຳ​ອິດ​ຢູ່ ຫວຽດ​ນາມ ຄົບ​ຮອບ 950 ປີ ( 1076 – 2026).

ເມື່ອ​ກ່າ​ວ​ຄຳ​ເຫັນໄຂ​ພິ​ທີ, ທ່ານ ໂງ​ເລ​ວັນ ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ, ປະ​ທານ​ຄະ​ນະ​ກຳ​ມະ​ການ UNESCO ແຫ່ງ​ຊາດ ຫວຽດ​ນາມ ໄດ້​ເນັ້ນ​ໜັ້ກ​ວ່າ, ດ້ວຍ​ປະ​ຫວັດ​ສາດ​ເກືອບໜຶ່ງ​ສະ​ຫັດ​ສະ​ວັດ,ວັນ​ໝຽວ - ກວັກ​ຕື​ຢາມ ແມ່ນ​ສັນ​ຍາ​ລັກ​ທີ່​ພົ້ນ​ເດັ່ນ​ຂອງ​ພື້ນ​ຖານ​ອະ​ລິ​ຍະ​ທຳ ຫວຽດ​ນາມ, ບ່ອນ​ລວມຍອດ​ມູນ​ເຊື້ອ​ມັກ​ຮຽນ​, ເຄົາ​ລົບນັບ​ຖື​ຄູ​ບາ​ອາ​ຈານ, ນຳ​ໃຊ້ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ, ມີ​ຄວາມ​ເຊື່ອ​ໝັ້ນ​ຢ່າງ​ເລິກ​ເຊິ່ງວ່າ, ການ​ສຶກ​ສາ, ພູມ​ປັນ​ຍາ ແລະ ມະ​ນຸດ ແມ່ນ​ພື້ນ​ຖານ​ໃຫ້​ແກ່​ການ​ພັ​ດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ​ຊາດ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ໂງ​ເລ​ວັນ ເນັ້ນ​ໜັ້ກ​ວ່າ ຫວຽດ​ນາມ​ ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ວັດ​ທະ​ນະ​ທຳຄື​ດັ່ງ​ກຳ​ລັງ​ແຮງ​ພາຍ​ໃນ, ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ຂອງ​ບັນ​ດາ​ມໍ​ລະ​ດົກ, ພ້ອມ​ທັງ​ເປັນ​ເຈົ້າ​ການ​ປະ​ກອບ​ສ່ວນເຂົ້າ​ໃນ​ການແລ​ກ​ປ່ຽນ​ວັດ​ທະ​ນະ​ທຳ, ການ​ຮ່ວມ​ມືຫຼາຍ​ຝ່າຍ ແລະ ບັນ​ດາ​ເປົ້າ​ໝາຍ​ລວມ​ຂອງ UNESCO ເພື່ອ​ສັນ​ຕິ​ພາບ, ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ຄວາມ​ກ້າວ​ໜ້າ​ຂອງ​ມວນມະ​ນຸດ.


top