ຂ່າວສານ

ແຜ່​ກະ​ຈາຍ​ຄຸນ​ຄ່າ​ມໍ​ລະ​ດົກ​ໃນ​ຄ່ຳ​ຄືນ​ສະ​ແດ​ງ​ສິ​ລະ​ປະ “ພູ​ ອຽນ​ຕື ສັກ​ສິດ - ພະ​ລັງຈິດ​ໃຈ​ນັບ​ພັນ​ປີ”

ລາຍການສະແດງສິລະປະ “ພູ ອຽນຕື ສັກສິດ - ພະລັງຈິດໃຈນັບພັນປີ” ໄດ້ດຳເນີນໃນຕອນຄ່ຳວັນທີ 7 ມີນາ, ຢູ່ແຂວງ ກວາງນິງ, ດ້ວຍການເຂົ້າຮ່ວມຂອງຜູ້ຊົມກວ່າ 10.000 ຄົນ, ເຊິ່ງເປັນເຫດການນອນໃນບັນດາກິດຈະກຳຂອງງານບຸນລະດູບານໃໝ່ ທີ່ເປັນເອກະລັກ ມີຂອບຂະໜາດຂອງມໍລະດົກວັດທະນະທຳໂລກ.
  ລາຍການສະແດງສິລະປະ “ພູ ອຽນຕື ສັກສິດ - ພະລັງຈິດໃຈນັບພັນປີ”   

ບໍ່ພຽງແຕ່ໄດ້ຮັບການສະແດງຜ່ານບັນດາສຽງຂັບຮ້ອງອັນດັບໜຶ່ງເທົ່ານັ້ນ, ເວທີສະແດງກໍພົ້ນເດັ່ນຂຶ້ນກັບບັນດາລາຍການຟ້ອນ, ສະແດງສິລະປະຕີມວຍ, ກາຍຍະສິນ ສົມທົບກັບແສງສີ, ການຍິງບັ້ງໄຟດອກ, ວາດພາບຄຸນຄ່າທາງດ້ານຈິດໃຈຂອງເຂດດິນແດນສັກສິດກັບພະພຸດ ເຈົ້າຊີວິດເຈິ່ນເຍິນຕົງ ຢ່າງມີຊີວິດຊີວາ. ບັນດາບົດເພງທີ່ເລິກເຊິ່ງ ພ້ອມກັບຮູບພາບສິລະປະທີ່ເຕັມໄປດ້ວຍຄວາມຮູ້ສຶກໄດ້ປະກອບສ່ວນເຊີດຊູຄຸນຄ່າວັດທະນະທຳ, ຈິດວິນຍານຂອງ ອຽນຕື, ບ່ອນເຕົ້າໂຮມສິ່ງຍອດຍິ່ງທາງດ້ານປະຫວັດສາດ, ວັດທະນະທຳ ແລະ ການເຫຼື້ອມໃສຂອງຊາດ.

        ຄ່ຳຄືນສະແດງສິລະປະແມ່ນເຫດການທີ່ມີຈຸດເນັ້ນໜັກໃນລະບົບການເຄື່ອນໄຫວວັດທະນະທຳຂອງ ງານບຸນລະດູບານໃໝ່ ອຽນຕື ປີ 2026 ທີ່ແກ່ຍາວພາຍໃນ 3 ເດືອນ.


top