ຂ່າວສານ

ແຜນນະໂຍບາຍຢ່າງສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນຫ້າມທຸກຮູບແບບການໃຊ້ແຮງງານແບບບັງຄັບ

ຫວຽດນາມ ໄດ້, ພວມ ແລະ ຈະສືບຕໍ່ແລກປ່ຽນ, ເຮັດວຽກກັບຝ່າຍ ອາເມລິກາ ບົນຈິດໃຈສ້າງສັນ, ຮ່ວມມື ເພື່ອແກ້ໄຂບັນດາຄວາມບໍ່ລົງລອຍກັນທີ່ຍັງມີຢູ່ ບົນພື້ນຖານບັນດາຄຳໝັ້ນສັນຍາດ້ານການຄ້າ 2 ຝ່າຍ
  ທ່ານນາງ ຟາມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: ກະຊວງການຕ່າງປະເທດ ຫວຽດນາມ)  

ຕອນ​ບ່າຍ​ວັນ​ທີ 04 ມິ​ຖຸ​ນາ, ທີ່ກອງ​ປະ​ຊຸ​ມ​ຖະ​ແຫຼງ​ຂ່າວ​ນັດ​ສາ​ມັນ​ຂອງກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ, ເມື່ອ​ຕອບ​ສຳ​ພາດ​ຂອງ​ນັກ​ຂ່າວ​ຕໍ່​ເລື່ອງ ຜູ້​ຕາງ​ໜ້າ​ດ້ານ​ການ​ຄ້າ ອາ​ເມ​ລິ​ກາ ສະ​ເໜີ​ຈັດ​ວາງ​ພາ​ສີ​ເພີ່ມ​ເຕີມ​ສຳ​ລັບ​ສິນ​ຄ້າ​ທີ່​ມາ​ຈາກ 60 ພື້ນ​ຖານ​ເສດ​ຖະ​ກິດ​ຕື່ມ​ອີກ, ໃນ​ນັ້ນ​ມີ​ ຫວຽດ​ນາມ, ບົນ​ພື້ນ​ຖານ​ຂໍ້​ສະ​ຫຼຸດບ​ວ່າ ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດນີ້​ຍັງ​ບໍ່​ທັນ​ປະ​ກາດ​ໃຊ້ ຫຼື​ ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ສະ​ກັດ​ກັ້ນ​ການ​ນຳ​ເຂົ້າ​ສິນ​ຄ້າ​ທີ່​ໄດ້​ຜະ​ລິດ​ດ້ວຍການ​ນຳ​ໃຊ້​ແຮງ​ງານ​ແບບ​​ບັງ​ຄັບ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ຜ່ານນັ້ນ​ກີດ​ຂວາງ​ການ​ຄ້າ ອາ​ເມ​ລິ​ກາ, ທ່ານ​ນາງ ຟາມ​ທູ​ຮັ່ງ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ, ໃຫ້​ຮູ້​ວ່າ:

“ສະ​ຫຼຸດ​ການ​ສຳຫຼວດ​ກ່ຽວ​ກັບ​ບັນ​ດາ​ການ​ກະ​ທຳ​ໃຊ້​ແຮງ​ງານ​ແບບ​ບັງ​ຄັບ​ຂອງ​ອົງ​ການ​ຕາງ​ໜ້າ​ດ້ານ​ການ​ຄ້າ ອາ​ເມ​ລິ​ກາ ແມ່ນບໍ່​ສ່ອງ​ແສງ​ຖືກ​ຕ​້ອງ​ຕົວ​ຈິງ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ປ້ອງ​ກັນ, ຫຼຸດ​ຜ່ອນ​ການ​ໃຊ້​ແຮງ​ງານ​ແບບ​ບັງ​ຄັບ, ເຄົາ​ລົບ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ອົງ​ການ​ແຮງ​ງານ​ສາ​ກົນ​ຢ່າງ​ເຂັ້ມ​ງວດ, ຂອງ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ ແລະ ແຜນ​ນະ​ໂຍ​ບາຍນີ້​ໄດ້​ກຳ​ນົດ​ຢ່າ​ງ​ລະ​ອຽດ​ໃນ​ບັນ​ດາ​ເອ​ກະ​ສານ​ດ້າ​ນ​ກົດ​ໝາຍ, ໃນ​ບັນ​ດາ​ໂຄງ​ກາ​ນ, ແຜນ​ການ​ກະ​ທຳ​ຂອງ​ລັດ​ຖະ​ບານ ແລະ ໄດ້​ຮັບ​ປະ​ກັນ​ປະ​ຕິ​ບັດ​ໃນ​ຕົວ​ຈິງ”.

ບົນ​ຈິດ​ໃຈ​ນັ້ນ, ຫວຽດ​ນາມ ໄດ້, ພວມ ແລະ ຈະ​ສືບ​ຕໍ່​ແລກ​ປ່ຽນ, ເຮັດ​ວຽກ​ກັບ​ຝ່າຍ ອາ​ເມ​ລິ​ກາ ບົນ​ຈິດ​ໃຈ​ສ້າງ​ສັນ, ຮ່ວມ​ມື ເພື່ອ​ແກ້​ໄຂ​ບັນ​ດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ທີ່​ຍັງ​ມີ​ຢູ່ ບົນ​ພື້ນ​ຖານ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ດ້ານ​ການ​ຄ້າ 2 ຝ່າຍ ກໍ​ຄື​ຫຼາຍ​ຝ່າຍ​ຂອງ​ແຕ່​ລະ​ຝ່າຍ, ພ້ອມ​ກັນ​ນັ້ນ, ຍາ​ມ​ໃດ​ກໍ່​ມາ​ນະ​ພະ​ຍາ​ຍາມ​ປົກ​ປ້ອງ​ສິດ, ຜົນ​ປະ​ໂຫຍດ​ຖືກ​ຕາມ​ກົດ​ໝາຍ, ຊອບ​ທຳ​ຂອງ​ຜູ້ອ​ອກ​ແຮງ​ງານ ແລະ ບັນ​ດາ​ວິ​ສາ​ຫະ​ກິດ.


top