ແບັ໋ງຢໍ່ ຂອງຕ້ອນຈາກ ຮ່າໂນ້ຍ. ພາບ: ເຈິ່ນແທັງຢາງ/VNP
ເບື້ອງຫຼັງຮູບຮ່າງພາຍນອກ ທີ່ລຽບງ່າຍນັ້ນ ແມ່ນຄວາມຄ່ອງ ແຄ້ວຂອງຜູ້ເຮັດອາຊີບນີ້. ຊັ້ນນອກຂອງ ແບັ໋ງຢໍ່
ແມ່ນເຮັດຈາກ ແປ້ງເຂົ້າຈ້າວ ຕົ້ມໃຫ້ສຸກ ພໍມາດໆ. ສ່ວນໄສ້ແມ່ນປະກອບມີ ຊີ້ນໝູບົດ, ເຫັດຫູໜູ, ເຫັດຫອມ, ຫອມບົ່ວແຫ້ງ ແລະ ໝາກພິກໄທ, ສ້າງຄວາມກົມກືນ ລະຫວ່າງລົດຊາດມັນ ເຂັ້ມຂຸ້ນ ແລະ ກິ່ນຫອມອ່ອນໆ.
ເມື່ອປອກຊັ້ນໃບກ້ວຍທີ່ຍັງ ຮ້ອນໆ ອອກ ພ້ອມກັບກິ່ນຫອມ ຂອງ ແບັ໋ງຢໍ່ ໄດ້ສ້າງ ຄວາມຮູ້ສຶກ
ທີ່ຄຸ້ນເຄີຍສະເພາະຕົວ ຂອງ ຮ່າໂນ້ຍ.
ຕາມການບອກເລົ່າ ຂອງແມ່ຕູ້ ຫງວຽນທິວິງ, ຜູ້ເຮັດ ແບັ໋ງຢໍ່ ມາເປັນເວລາຫຼາຍປີ ຢູ່ຄຸ້ມຖະໜົນ
ຖຸ້ຍເຄວ ໃຫ້ຮູ້ວ່າ ອາຫານ ເຍື່ອງນີ້ໄດ້ ຮັບຄວາມນິຍົມ ຍ້ອນຄວາມລຽບງ່າຍ, ສະດວກສະບາຍ ແລະ ເໝາະກັບຫຼາຍຄົນ. ການເຮັດ ແບັ໋ງຢໍ່ ບໍ່ຈຳເປັນຕ້ອງ ມີເຄື່ອງປຸງທີ່ຫຍຸ້ງຍາກ
ແຕ່ກໍ່ຍັງເຮັດໃຫ້ຮູ້ສຶກ ອົບອຸ່ນ ແລະ ອີ່ມທ້ອງ.
ແບັ໋ງຢໍ່ ຈະຖືກຕົ້ມໃນໝໍ້ນ້ຳຮ້ອນ. ພາບ: ເຈິ່ນແທັງຢາງ/VNP
ປັດຈຸບັນ, ບັນດາຮ້ານ ແບັ໋ງຢໍ່ ທີ່ມີມາແຕ່ດົນນານ ເຊັ່ນ: ຮ້ານ “ແບັ໋ງຢໍ່ ໂກດດ້ຽນ” (ເສົາໄຟຟ້າ) ຢູ່ຄຸ້ມຖະໜົນ ໂງທີ່ເຍີ້ມ, ຮ້ານ ແບັ໋ງຢໍ່ ຂອງ ແມ່ຕູ້ ອິກ ຢູ່ຄຸ້ມຖະໜົນ ເຕ້ວຕິ໊ງ
ຫຼື ບັນດາຮ້ານ ແບັ໋ງຢໍ່ ຢູ່ ຄຸ້ມຖະໜົນ ຖຸ້ຍເຄວ, ຫງວຽນກົງຈື໋, ດົງກ໋າກ ຍັງຄົງດຶງດູດແຂກ ມາຮັບປະທານ ເປັນຈຳນວນຫຼວງຫຼາຍ.
ແບັ໋ງຢໍ່ ທີ່ສຳເລັດຮູບ ຈະມີສີຂາວ, ຄວາມຫວານ ຂອງຊີ້ນ, ກິ່ນ ຫອມຂອງເຫັດ ແລະ ຄວາມໜຽວມຸ້ມ ຂອງ ເຫັດຫູໜູ. ພາບ: ເຈິ່ນແທັງຢາງ/VNP
ສຳລັບນັກທ່ອງທ່ຽວ ຕ່າງປະເທດ, ແບັ໋ງຢໍ່ ທີ່ຮ້ອນໆ ຢູ່ຂ້າງທາງ ຂອງ ຮ່າໂນ້ຍ ບໍ່ພຽງແຕ່ແມ່ນປະສົບການ ດ້ານອາຫານການກິນເທົ່ານັ້ນ, ແຕ່ຍັງແມ່ນວິທີການຮັບຮູ້ ຈັງຫວະຊີວິດ ທີ່ຄ່ອຍເປັນຄ່ອຍໄປ, ລະອຽດອ່ອນ ແລະ ເຕັມໄປດ້ວຍຄວາມຜູກພັນ ຂອງ ເມືອງຫຼວງ ທີ່ມີອາລິຍະທຳ
ນັບພັນປີແຫ່ງນີ້.