ອາຊຽນ

ແນວທາງແກ້ໄຂ ເພື່ອປ້ອງກັນ ການເຊາະເຈື່ອນແຄມ ຝັ່ງທະເລ ໃນ ອາຊີຕາເວັນອອກສ່ຽງໃຕ້

ຄະນະກຳມະການ ລະຫວ່າງລັດຖະບານ ວ່າດ້ວຍ ການປ່ຽນແປງສະ ພາບດິນຟ້າອາກາດ (IPCC) ໄດ້ອອກຄຳເຕືອນວ່າ ລະດັບນ້ຳທະເລອາດ ຈະສູງຂຶ້ນ 0,8 ມ ໃນປີ 2100. ຖ້າລະດັບນ້ຳທະເລສູງຂຶ້ນ 1 ມ, ບາງເຂດທົ່ງພຽງ ທີ່ມີປະຊາກອນ ຈຳນວນຫຼາຍ ຈະຈົມຢູ່ໃຕ້ນ້ຳ, ໂດຍມີປະຊາກອນ 28 ລ້ານຄົນຢູ່ ອິນໂດເນເຊຍ, 23 ລ້ານຄົນ ຢູ່ ໄທ ແລະ 38 ລ້ານຄົນຢູ່ ຫວຽດນາມ ອາດຈະປະເຊີນກັບໄພອັນຕະລາຍ ດັ່ງກ່າວ, ເພາະສະນັ້ນ ບັນດາປະເທດໃນອາຊີຕາເວັນອອກສ່ຽງໃຕ້ ຈຶ່ງໄດ້ ແລະ ກຳລັງຜັນຂະຫຍາຍບາງມາດຕະການເພື່ອປ້ອງ ກັນ ການ ເຊາະເຈື່ອນ ແຄມຝັ່ງທະເລ.

ອາຊີຕາເວັນອອກສ່ຽງໃຕ້ ເປັນເຂດທີ່ໄດ້ຮັບການບັນທຶກ ເຖິງການ ເຊາະເຈື່ອນຫຼາຍທີ່ສຸດໃນໂລກ. ຢູ່ ກຳປູເຈຍ, ການເຊາະເຈື່ອນຫາດ ຊາຍ ເກີດຂຶ້ນໃນ 4 ແຂວງ ແຄມຝັ່ງທະເລ. ປະມານ 35% ຄວາມ ຍາວທັງໝົດ ຂອງ ແຄມຝັ່ງທະເລ ອິນໂດເນເຊຍ ໄດ້ປະສົບກັບການ ເຊາະເຈື່ອນດ້ວຍຄວາມໄວປານກາງ, ສູງ ແລະ ສູງຫຼາຍ. ຕົວເລກນີ້ ຢູ່ ມາເລເຊຍ ແມ່ນ 29%, ຟີລິບປິນ 10%, ຢູ່ ໄທ ມີ 11,1% ແຄມ ຝັ່ງທະເລ ຂອງ ອ່າວໄທ ຖືກເຊາະເຈື່ອນຢ່າງ ຮຸນແຮງ.

ອິນໂດເນເຊຍ ຖືກເອີ້ນວ່າ “ດິນແດນໝື່ນເກາະ” ເພາະວ່າ ດິນແດນ ປະກອບ ດ້ວຍຫຼາຍກວ່າ 17 ພັນເກາະ ທີ່ປະກອບເປັນໝູ່ເກາະ. ເກາະນ້ອຍເກືອບທັງໝົດຂອງ ອິນໂດເນເຊຍ ມີຄວາມສູງພຽງແຕ່ 1 ມ ເມື່ອທຽບກັບລະດັບນ້ຳທະເລ ແລະ ຫຼາຍເຂດແຄມຝັ່ງ ທະເລກຳ ລັງຖືກຄຸກຄາມຈາກການປ່ຽນແປງຂອງສະພາບດິນຟ້າອາກາດ. ບັນ ດານັກຊ່ຽວຊານ ຄາດຄະເນວ່າ ກ່ອນປີ 2050, ເກາະນ້ອຍຫຼາຍພັນ ເກາະ ແລະ ເຮືອນຫຼາຍລ້ານຫຼັງຢູ່ແຄມຝັ່ງທະເລໃນ ອິນໂດເນເຊຍ ຈະຫາຍໄປ. ດັ່ງນັ້ນ, ອີງຕາມ Jakarta Post, ທ່ານ Airlangga Hartarto ລັດຖະມົນຕີກະຊວງເສດຖະກິດ ອິນໂດເນເຊຍ ໃຫ້ຮູ້ວ່າ ປະເທດນີ້ ຈະສ້າງລະບົບເຂື່ອນກັນນໍ້າທະເລອ້ອມຮອບເຂດພາກ ເໜືອ ຂອງເກາະ Java ທັງໝົດ ມີຊື່ວ່າ “Great Garuda, ຄາດວ່າ ຄ່າໃຊ້ ຈ່າຍທັງໝົດຂອງໂຄງການອາດຈະສູງເຖິງ 60 ຕື້ ໂດລາສະຫະລັດ.

ເສັ້ນທາງພາຍໃນແຄມຝັ່ງທະເລຢູ່ຫາດຊາຍ ຝູ໋ຖ້ວນ (ແຂວງ ເທື່ອທຽນເຫວ້) ໄດ້ຮັບຄວາມເສຍຫາຍຈາກຄື້ນທະເລ. ພາບ: ເຕື່ອງວີ/VNA


ນອກຈາກນັ້ນ, ອົງການຜູ້ກ່ຽວຂ້ອງ ໄທ ຍອມຮັບວ່າ ການເຊາະເຈື່ອນ ແຄມຝັ່ງທະເລ ເປັນສາເຫດໂດຍກົງຂອງການເສື່ອມໂຊມສິ່ງແວດ ລ້ອມຂອງປະເທດ. ສະຖິຕິສະແດງໃຫ້ເຫັນວ່າ ມີທັງໝົດ 830 ກມ ທີ່ ກຳລັງຖືກເຊາະເຈື່ອນຢ່າງຮຸນແຮງ, ກວມເອົາປະມານ 27% ຄວາມ ຍາວທັງໝົດຂອງແຄມຝັ່ງທະເລຂອງປະເທດ. ສະຖານະການ ເຊາະ ເຈື່ອນແຄມຝັ່ງທະເລໃນ ໄທ ຄຸກຄາມລະບົບນິເວດ ແລະ ຊັບພະຍາ ກອນທຳມະຊາດ; ລວມທັງປ່າໄມ້ໂກງກາງ ຊາຍເລນແຄມ ຝັ່ງ ທະ ເລ, ແນວປະກາລັງ...

ຕັ້ງແຕ່ຊຸມປີ 80 ຂອງສະຕະວັດ ທີ່ຜ່ານມາ, ກະສັດ ພູມິພົນ ແລະ ລາ ຊີນີ ໄດ້ສ້າງຕັ້ງສູນຄົ້ນຄວ້າ ພັດທະນາ ຢູ່ເຂດສະອໍາ, ຂຶ້ນກັບແຂວງ ເພັດຊະບູລີ, ດຳເນີນຫຼາຍໂຄງການເຊັ່ນ: ການກໍ່ສ້າງອ່າງເກັບນ້ຳ, ເຂື່ອນກັ້ນນ້ຳຢູ່ເທິງພູເຂົາ, ປູກຕົ້ນໄມ້... ຕໍ່ມາ, ໄດ້ມີການຈັດຕັ້ງໂຄງ ການໜຶ່ງ ແນໃສ່ຟື້ນຟູລະບົບນິເວດປ່າ ໄມ້ໂກງກາງ ຊາຍເລນ ທີ່ມີ ຄຸນຄ່າຂອງ ໄທ ເພື່ອຮຽກຮ້ອງໃຫ້ປະຊາຊົນ ທົ່ວປະເທດ ເຂົ້າຮ່ວມ ປູກຕົ້ນໂກງກາງ. ພວກເຂົາປູກຕົ້ນໂກງກາງ ນ້ອຍຕາມເສົາໄມ້ໄຜ່, ຊ່ວຍຮັກສາດິນ ແລະ ຕ້ານຄື້ນທະເລ ທີ່ພັດເຂົ້າມາເຮັດໃຫ້ເກີດການ ເຊາະເຈື່ອນ.

ກຳມະກອນກຳລັງປັບໜ້າດິນຂອງຮ່ອງຫີນຢູ່ເທິງຕົວເຂື່ອນ ຂຶ້ນກັບໂຄງການເຂື່ອນກັນເຊາະເຈື່ອນແຄມຝັ່ງທະເລ ຢໍຫາຍ-ເກືອຫວຽດ (ແຂວງ ກວາງຈີ້). ພາບ: ຫງວຽນລິງ/VNA

ໃນໄລຍະ 2 ທົດສະວັດ ທີ່ຜ່ານມາ, ຫວຽດນາມ ໄດ້ບັນທຶກ ລະດັບ ການເຊາະເຈື່ອນຫາດຊາຍທະເລ ທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ທັງໃນດ້ານ ຂອບເຂດ ແລະ ຄວາມຮຸນແຮງ. ຫາດຊາຍທະເລ ມັກຈະເປັນເຂດ ທີ່ ນຳມາເຊິ່ງຄຸນຄ່າທາງດ້ານເສດຖະກິດ, ພູມສັນຖານ, ພ້ອມທັງ ມີບົດ ບາດສຳຄັນໃນການປົກປ້ອງເຂດແຄມຝັ່ງ, ດັ່ງນັ້ນ ຄວາມເສຍຫາຍທີ່ ເກີດຈາກການເຊາະເຈື່ອນແມ່ນໃຫຍ່ຫຼວງຫຼາຍ ແລະ ມີແນວໂນ້ມ ເພີ່ມຂຶ້ນຢ່າງຈະແຈ້ງຕາມເວລາ. ເພື່ອຕ້ານການເຊາະເຈື່ອນ ຫາດ ຊາຍ ທະເລ ແລະ ປົກປ້ອງແຄມຝັ່ງທະເລ, ບາງທ້ອງຖິ່ນໄດ້ນຳ ໃຊ້ ໜຶ່ງໃນສອງກຸ່ມມາດຕະການແກ້ໄຂຄື ກຸ່ມມາດຕະການແກ້ໄຂ ດ້ານ ວິສະວະກຳ ແລະ ກຸ່ມມາດຕະການແກ້ໄຂທີ່ບໍ່ແມ່ນດ້ານ ວິສະວະກຳ.

ຢູ່ພາກໃຕ້ ຟີລິບປິນ, ກຸ່ມຊົນເຜົ່າພື້ນເມືອງທ້ອງຖິ່ນ ກຳລັງຖືກບັງ ຄັບ ໃຫ້ ປັບຕົວເຂົ້າກັບຜົນກະທົບທີ່ໜ້າຕົກໃຈຂອງການປ່ຽນແປງ ສະ ພາບ ດິນຟ້າອາກາດ. ດ້ວຍການສະໜັບສະໜູນຂອງກອງທຶນປັບ ຕົວ ຕໍ່ການ ປ່ຽນແປງ ສະພາບດິນຟ້າອາກາດ ນະວັດຕະກຳ ຂອງໂຄງ ການພັດທະນາສະຫະປະຊາຊາດ (AFCIA), ຊຸມຊົນກຳລັງ ກ້າວໄປຂ້າງໜ້າຢ່າງຫຼວງຫຼາຍ, ເພື່ອສ້າງມາດຕະການແກ້ໄຂແບບ ຍືນຍົງ.

ເຂື່ອນກັນຄື້ນສ້າງການຕົກຕະກອນ, ສ້າງຫາດຊາຍເພື່ອປູກປ່າປ້ອງກັນຢູ່ເຂດເຂື່ອນກັນທະເລໃນບໍລິເວນ ເມືອງ ຮ່ອນເດີດ (ແຂວງ ກຽນຢາງ). ພາບ: ເລຮຸຍຫາຍ/VNA

ເນັ້ນໜັກເຖິງຄຸນຄ່າ ຂອງ ໄມ້ໄຜ່ ໃນການປົກປ້ອງປ່າ ໄມ້ໂດຍການ ຊ່ວຍຕ້ານທານການເຊາະເຈື່ອນ ແລະ ຟື້ນຟູດິນທີ່ເສື່ອມໂຊມ, ທ່ານ Perino (ຜູ້ນຳຊົນເຜົ່າທ້ອງຖິ່ນ Jemuel, ຟີລິບປິນ) ກ່າວວ່າ ໂຄງການ ດັ່ງກ່າວ ມີເປົ້າໝາຍປູກພືດພັນ 20 ເຮັກຕາ ຕາມແຄມແມ່ນ້ຳ Pulangi. ນອກຈາກນັ້ນ, ໄມ້ໄຜ່ ຍັງເປັນທີ່ນິຍົມຂອງຊຸມຊົນໃນການ ກໍ່ສ້າງເຮືອນ ທີ່ສາມາດຕ້ານທານກັບພາຍຸ ແລະ ນ້ຳຖ້ວມໄດ້ດີກວ່າ.

ການເຊາະເຈື່ອນຫາດຊາຍ ເປັນບັນຫາທີ່ສັບສົນຫຼາຍ ແລະ ມັກຈະ ປ່ຽນແປງຕາມເວລາ ແລະ ສະຖານທີ່. ຜົນສະທ້ອນຂອງປະກົດການ ນີ້ ຕໍ່ສິ່ງແວດລ້ອມ, ລະບົບນິເວດ ແລະ ຕໍ່ເສດຖະກິດ ແມ່ນນັບບໍ່ ຖ້ວນ, ດັ່ງນັ້ນ ການທ່ີບັນດາປະເທດໃນອາຊີຕາເວັນອອກສ່ຽງໃຕ້ ຜັນ ຂະຫຍາຍ ບັນດາມາດຕະການແກ້ໄຂ ເພື່ອຕ້ານການເຊາະເຈື່ອນ ຫາດຊາຍທະເລ, ປົກປ້ອງແຄມຝັ່ງທະເລ ແມ່ນມີຄວາມຈຳເປັນ ຢ່າງຍິ່ງ.

 

ບົດ: VNP - ພາບ: VNA - ແປໂດຍ: ຢືຟຽນ


top