ຕັ້ງຢູ່ແຄມແມ່ນ້ຳ ທູໂບ່ນ, ໃກ້ກັບຄຸ້ມເມືອງເກົ່າ ໂຮ້ຍອານ, ໝູ່ບ້ານ ເຄື່ອງປັ້ນດິນເຜົາ ແທັງຮ່າ ແມ່ນໜຶ່ງໃນໝູ່ບ້ານອາຊີບຫັດຖະກຳ ທີ່ເກົ່າແກ່ທີ່ສຸດ ຂອງ ພາກກາງ ຫວຽດນາມ. ຜ່ານມາ ກວ່າ 5 ສະຕະວັດແລ້ວ, ນາຍຊ່າງຢູ່ທີ່ນີ້ ຍັງຄົງຮັກສາເຕັກນິກການເຮັດ ເຄື່ອງປັ້ນດິນເຜົາ ດ້ວຍມືທັງໝົດ ໂດຍນຳໃຊ້ດິນໜຽວ ຈາກແຄມແມ່ນ້ຳ, ສ້າງເປັນຜະລິດຕະພັນ ທີ່ລຽບງ່າຍ ແລະ ເຕັມໄປດ້ວຍເອກະລັກ ທາງວັດທະນະທຳ ຂອງໝູ່ບ້ານອາຊີບຫັດຖະກຳ ດັ້ງເດີມ.
ຕັ້ງຢູ່ແຄມແມ່ນ້ຳ ທູໂບ່ນ, ໃກ້ກັບຄຸ້ມເມືອງເກົ່າ ໂຮ້ຍອານ, ໝູ່ບ້ານ ເຄື່ອງປັ້ນດິນເຜົາ ແທັງຮ່າ ແມ່ນໜຶ່ງໃນໝູ່ບ້ານອາຊີບຫັດຖະກຳ ທີ່ເກົ່າແກ່ທີ່ສຸດ ຂອງ ພາກກາງ ຫວຽດນາມ. ຜ່ານມາ ກວ່າ 5 ສະຕະວັດແລ້ວ, ນາຍຊ່າງຢູ່ທີ່ນີ້ ຍັງຄົງຮັກສາເຕັກນິກການເຮັດ ເຄື່ອງປັ້ນດິນເຜົາ ດ້ວຍມືທັງໝົດ ໂດຍນຳໃຊ້ດິນໜຽວ ຈາກແຄມແມ່ນ້ຳ, ສ້າງເປັນຜະລິດຕະພັນ ທີ່ລຽບງ່າຍ ແລະ ເຕັມໄປດ້ວຍເອກະລັກ ທາງວັດທະນະທຳ ຂອງໝູ່ບ້ານອາຊີບຫັດຖະກຳ ດັ້ງເດີມ.
ໝູ່ບ້ານເຄື່ອງປັ້ນດິນເຜົາ
ແທັງຮ່າ ກຳເນີດຂຶ້ນໃນປະມານສະຕະວັດທີ 16,
ຜ່ານຜ່າຄວາມຂຶ້ນໆລົງໆ ເປັນເວລາເກືອບ 500 ປີ,
ແຕ່ໝູ່ບ້ານແຫ່ງນີ້ ຍັງຄົງຮັກສາອາຊີບແບບດັ້ງເດີມໄວ້ໄດ້
ໂດຍຕັ້ງຢູ່ຫ່າງຈາກຄຸ້ມເມືອງເກົ່າ ໂຮ້ຍອານ ໄປທາງທິດ ຕາເວັນ ຕົກປະມານ 2 ກມ, ໝູ່ບ້ານເຄື່ອງປັ້ນດິນເຜົາ ແທັງຮ່າ ຂຶ້ນກັບ
ຕາແສງ ໂຮ້ຍອານໄຕ (ນະຄອນ ດ່າໜັງ) ເຊິ່ງເປັນທີ່ຮູ້ຈັກກັນມາດົນນານແລ້ວວ່າ ເປັນໝູ່ບ້ານອາຊີບຫັດຖະກຳທີ່ມີຊື່ສຽງຂອງ
ດິນແດນ ກວ່າງນາມ. ບັນຍາກາດໝູ່ບ້ານທີ່ງຽບສະຫງົບ, ເຕົາເຜົາທີ່ຮຸ່ງໄປດ້ວຍແສງໄຟ ແລະ
ສຽງທີ່ຄຸ້ນເຄີຍ ຂອງວົງລໍ້ປັ້ນດິນເຜົາ ໄດ້ກາຍເປັນພາບ ທີ່ຜູກພັນກັບຜູ້ຄົນຢູ່ທີ່ນີ້ມາຫຼາຍເສັ່ນຄົນ.
ຕາມເອກະສານ ທາງປະຫວັດສາດ, ເມື່ອກວ່າ 500 ປີກ່ອນ, ບາງຕະກຸນເຊັ່ນ: ຫງວຽນວັນ, ຫງວຽນວ໋ຽດ, ຫງວຽດດຶກ, ຫງວຽນກິມ, ຫງຸຍຍື, ບຸ່ຍເຟືອກ...
ຈາກ ແທງຮ໋ວາ ແລະ ເງະອານ ໄດ້ຍົກຍ້າຍເຂົ້າມາຕັ້ງຖິ່ນຖານຢູ່ ດິນແດນແຫ່ງນີ້, ສ້າງຕັ້ງໝູ່ບ້ານ
ແທັງຮ່າ ແລະ ເລີ່ມຕົ້ນອາຊີບ ເຮັດເຄື່ອງປັ້ນ ດິນເຜົາ. ນັບແຕ່ນັ້ນມາ, ອາຊີບນີ້
ໄດ້ຄ່ອຍໆ ພັດທະນາ ແລະ ກາຍເປັນອາຊີບຕົ້ນຕໍ ເພື່ອຫາລ້ຽງຊີບ ຂອງ ປະຊາຊົນ
ໃນທ້ອງຖິ່ນ.
ໃນປີ 2025, ໝູ່ບ້ານແຫ່ງນີ້ ໄດ້ຮັບກຽດຈາກ ກະຊວງວັດທະນະທຳ, ກິລາ
ແລະ ການທ່ອງທ່ຽວ ໃຫ້ເປັນຈຸດໝາຍປາຍທາງການທ່ອງທ່ຽວຊຸມຊົນ ທີ່ດີທີ່ສຸດຂອງ ຫວຽດນາມ
ມາຮອດ ຍຸກສະໄໝ ແກ່ງຮຶງ ທີ 7 (1746), ອາຊີບເຄື່ອງປັ້ນດິນ ເຜົາ ແທັງຮ່າ ໄດ້ກ້າວເຂົ້າສູ່ໄລຍະການພັດທະນາຢ່າງແຂງແຮງ. ຜະລິດຕະພັນ ຂອງໝູ່ບ້ານ ໄດ້ຮັບການບັນທຶກໄວ້ ໃນປຶ້ມ “ດ້າຍນາມເຍິດຖົ໋ງຈີ໋” ຂອງ
ລາຊະວົງ ຫງວຽນ ວ່າເປັນຜະລິດຕະພັນພື້ນເມືອງ ທີ່ມີຊື່ສຽງ ຂອງເຂດ ກວ່າງນາມ.
ຊ່າງປັ້ນຫຼາຍຄົນໃນໝູ່ບ້ານ ຍັງໄດ້ຮັບປະດັບ ຍົດຖາບັນດາສັກ ຈາກລາຊະວົງ ຫງວຽນ, ເຊິ່ງນີ້ໄດ້ສະແດງໃຫ້ເຫັນເຖິງບົດບາດສຳຄັນຂອງອາຊີບນີ້ ໃນຊີວິດເສດຖະກິດ-ວັດທະນະທຳ
ສະໄໝນັ້ນ.
ຄວາມລຽບງ່າຍ ທີ່ເຕັມໄປດ້ວຍເອກະລັກ ຂອງໝູ່ບ້ານອາຊີບດັ້ງເດີມ ຢູ່ດິນແດນ ກວາງ (ນະຄອນ ດ່າໜັງໃນປັດຈຸບັນ).
ໜຶ່ງໃນຈຸດທີ່ໂດດເດັ່ນ ຂອງ ເຄື່ອງປັ້ນດິນເຜົາ ແທັງຮ່າ ແມ່ນຜະ ລິດຕະພັນ ທັງໝົດ ລ້ວນແຕ່ຖືກເຮັດດ້ວຍມື, ບໍ່ໃຊ້ແມ່ພິມ ແລະ ບໍ່ເຄືອບ. ວັດຖຸດິບຫຼັກ ແມ່ນດິນໜຽວ ສີນ້ຳຕານ
ທີ່ມີຄວາມໜຽວສູງ ເອົາມາຈາກບໍລິເວນແຄມແມ່ນໍ້າ ທູໂບ່ນ. ຫຼັງຈາກປະສົມໃຫ້ລະອຽດ ແລະ
ໝັກຈົນໜຽວ ແລ້ວ ກໍຈະນຳມາວາງເທິງແປ້ນໝູນ ເພື່ອຂຶ້ນຮູບດ້ວຍຝີມື ທີ່ຄ່ອງແຄ່ວ ຂອງ
ນາຍຊ່າງ. ຫຼັງຈາກນັ້ນ, ຜະລິດຕະພັນ ຈະຖືກເຜົາດ້ວຍຟືນ, ເຮັດໃຫ້ເກີດສີສັນ ທຳມະຊາດເຊັ່ນ: ສີແດງດິນຈີ່, ສີເຫຼືອງນ້ຳຕານ ຫຼື ສີແດງເຂັ້ມ, ເຊິ່ງແມ່ນສີສັນ ທີ່ເປັນເອກະລັກສະເພາະ ຂອງເຄື່ອງດິນເຜົາ
ແທັງຮ່າ.
ການຮ່ວມແຮງຮ່ວມໃຈ ແລະ ສືບທອດ ລະຫວ່າງ ຮຸ່ນສິລະປິນອາວຸໂສ ແລະ ສິລະປິນໜຸ່ມ
ຊ່ວຍໃຫ້ເຕັກນິກການເຮັດເຄື່ອງປັ້ນດິນເຜົາ ຂອງ ແທັງຮ່າ ທັງຮັກສາໄດ້ຄວາມເກົ່າແກ່
ແຕ່ກໍຍັງສາມາດຕອບສະໜອງໄດ້ຕາມທ່າອ່ຽງການເຮັດເຄື່ອງປັ້ນດິນເຜົາແບບໃໝ່
ໃນຊຸມປີມໍ່ໆ ມານີ້, ໄປຄຽງຄູ່ກັບການພັດທະນາ ຂອງ ການທ່ອງ ທ່ຽວ ໂຮ້ຍອານ, ອາຊີບເຄື່ອງປັ້ນດິນເຜົາ ແທັງຮ່າ ມີໂອກາດຟື້ນຕົວຄືນໃໝ່. ບັນດາສິລະປິນ ໄດ້ສ້າງໃຫ້ມີຜະລິດຕະພັນຮູບແບບ ໃໝ່ໆ ເຊັ່ນ: ຮູບປັ້ນ, ຮູບສັດນ້ອຍ, ແຈກັນດອກໄມ້, ໜ້າກາກດິນເຜົາ ແລະ ໂຄມໄຟ ເພື່ອຮັບໃຊ້ຄວາມຕ້ອງການ ຕົບແຕ່ງ
ແລະ ເປັນຂອງຕ້ອນທີ່ລະນຶກ ໃຫ້ແກ່ນັກທ່ອງທ່ຽວ. ບາງຜະລິດ ຕະພັນ ຍັງໄດ້ສົ່ງອອກໄປຍັງ
ຍີ່ປຸ່ນ, ເປີດທິດທາງການພັດທະນາ ໃໝ່ ໃຫ້ແກ່ໝູ່ບ້ານ.
ບັນດາເຕົາເຜົາແບບດັ້ງເດີມ ແລະ ເຕັກນິກການນວດດິນແບບເກົ່າແກ່ ຍັງຄົງມີໃຫ້ເຫັນ ຢູ່ໝູ່ບ້ານເຄື່ອງປັ້ນດິນເຜົາ
ແທັງຮ່າ
ຕາມຄຳເວົ້າຂອງ ທ່ານ ຫງວຽນເຊົ໋າ, ສິລະປິນອາວຸໂສຂອງໝູ່ບ້ານ, ເຄື່ອງປັ້ນດິນເຜົາ ແທັງຮ່າ ມີຄວາມພິເສດສະເພາະຍ້ອນແຫຼ່ງດິນໜຽວສີນ້ຳຕານ ຕາມແມ່ນ້ຳ ທູໂບ່ນ. ທ່ານກ່າວວ່າ:
“ຖ້າເຄື່ອງປັ້ນດິນເຜົາ ໂຖຮ່າ ຢູ່ ບັກນິງ ເຮັດມາຈາກດິນໜຽວ ສີຂຽວ, ເຄື່ອງປັ້ນດິນເຜົາ ບາດຈ່າງ ຢູ່ ຮ່າໂນ້ຍ ເຮັດຈາກດິນໜຽວສີຂາວ, ເຄື່ອງປັ້ນດິນເຜົາ ຟູ່ຫຼ໊າງ ເຮັດຈາກດິນໜຽວ ສີນໍ້າຕານອົມເຫຼືອງ, ແຕ່ເຄື່ອງປັ້ນດິນເຜົາ ແທັງຮ່າ ແມ່ນເຮັດຈາກດິນໜຽວສີນ້ຳຕານ
ທີ່ມີຄວາມໜຽວ ແລະ ເກາະຕິດກັນສູງ. ໃນສະໄໝກ່ອນ, ຜະລິດ ຕະພັນນີ້ ຍັງຖືກນຳໄປຖວາຍ ເຈົ້າຊີວິດ ອີກດ້ວຍ”.
ຄວາມງາມທີ່ເປັນເອກະລັກ ຂອງຜະລິດຕະພັນເຄື່ອງປັ້ນດິນເຜົາ ແທັງຮ່າ
ປັດຈຸບັນ, ໝູ່ບ້ານເຄື່ອງປັ້ນດິນເຜົາ ແທັງຮ່າ ມີປະມານ 100 ຄົວເຮືອນ ດ້ວຍຈໍານວນກວ່າ 200 ຄົນ ທີ່ມີສ່ວນຮ່ວມໃນອາຊີບນີ້. ນັກທ່ອງທ່ຽວ ເມື່ອມາຍັງນີ້ ບໍ່ພຽງແຕ່ໄດ້ຢ້ຽມຊົມເຕົາເຜົາ ແບບດັ້ງເດີມເທົ່ານັ້ນ, ແຕ່ຍັງສາມາດທົດລອງເຮັດເຄື່ອງປັ້ນດິນເຜົາດ້ວຍຕົນເອງ
ດ້ວຍການແນະນຳ ຂອງ ຊ່າງປັ້ນ. ນີ້ແມ່ນປະສົບການທີ່ໜ້າປະທັບໃຈ ແລະ ຊ່ວຍໃຫ້ນັກທ່ອງທ່ຽວ
ເຂົ້າໃຈ ກ່ຽວກັບຄຸນຄ່າ ຂອງ ໝູ່ບ້ານຫັດຖະກຳ.
ດ້ວຍຄຸນຄ່າທາງວັດທະນະທຳ ທີ່ໂດດເດັ່ນ, ໝູ່ບ້ານເຄື່ອງປັ້ນ ດິນເຜົາ ແທັງຮ່າ ໄດ້ຮັບການຮັບຮອງເປັນມໍລະດົກ ທາງວັດທະ ນະທຳ ທີ່ເປັນນາມມະທຳ ລະດັບຊາດ. ພິເສດ, ໝູ່ບ້ານຍັງໄດ້ຮັບກຽດເປັນ “ຈຸດທ່ອງທ່ຽວ ຊຸມຊົນດີເດັ່ນ ປີ 2025”, ເພື່ອເປັນການຮອງຮັບຄວາມພະຍາຍາມ ຂອງ ຊຸມຊົນທ້ອງຖິ່ນ
ໃນການອະນຸລັກ ແລະ ສົ່ງເສີມຄຸນຄ່າ ພື້ນເມືອງ.
- ບົດ ແລະ ພາບໂດຍ: ແທັງຮ່ວາ/VNP - ແປໂດຍ: ບິກລຽນ