ນາງ ຫງວຽນເຍິດມິງເຟືອງ, ບ້ານເກີດຢູ່ ກູຈີ, ນະຄອນ ໂຮ່ຈີມິນ ໄດ້ ນຳ ໃຊ້ເສັ້ນທອງ ຫຼາຍເສັ້ນເພື່ອປະດິດສ້າງເປັນຜະລິດຕະພັນ ສິລະປະ ຫຼາຍຢ່າງ ທີ່ໄດ້ຮັບຄວາມນິຍົມຊົມຊອບຈາກຊາວຕ່າງປະເທດ ຢ່າງຫຼວງຫຼາຍ.
ເລີ່ມມີຄວາມມັກຮັກກັບເສັ້ນທອງ ຕັ້ງແຕ່ 13 ປີກ່ອນ, ໄລຍະທຳ ອິດ, ບັນດາຜະລິດຕະພັນທີ່ນາງ ເຟືອງ ຜະລິດອອກມາ ສ່ວນຫຼາຍ ຈະແມ່ນເຄື່ອງແຕ່ງຕົວທີ່ເຮັດໄດ້ງ່າຍດາຍຄື: ແຫວນ, ສາຍແຂນ, ສາຍຄໍຄຳ ແລະ ອື່ນໆ. ດ້ວຍພອນສະຫວັນ ແລະ ຄວາມມັກຮັກ ຂອງ ຕົນ, ນາງ ເຟືອງ ໃຊ້ເວລາພຽງ 1-2 ຊ່ົວໂມງ ໃນການຜະລິດ ອອກມາ ຜະລິດຕະພັນໜຶ່ງທີ່ຕົນເອງຮູ້ສຶກຖືກໃຈ.
ສຳລັບບັນດາຜະລິດຕະພັນ ທຳອິດ, ນາງ ເຟືອງ ເກັບໄວ້ເພື່ອເອົາ ໄປມອບໃຫ້ໝູ່ເພື່ອນ ແລະ ພີ່ນ້ອງ. ເມື່ອໄດ້ຮັບ ຂອງ ຂວັນຈາກ ເຟືອງ, ຫຼາຍຄົນຍ້ອງວ່າ ງາມ ແລະ ແປກຕາ ແລ້ວສັ່ງນາງ ເຮັດໃຫ້ ຕື່ມ ອີກຫຼາຍອັນ. ຄວາມດີຊ່າລືໄປໄກ, ລູກຄ້າມາສັ່ງຊື້ ສິນຄ້ານັບ ມື້ນັບຫຼາຍຂຶ້ນ, ທັງມີລູກຄ້າທີ່ອາໄສຢູ່ ຕ່າງປະເທດຄື: ສ ອາເມລິ ກາ, ຍີ່ປຸ່ນ, ຟິລິບປິນ ແລະ ນິວຊີແລນ. ຕັ້ງແຕ່ນັ້ນເປັນຕົ້ນມາ, ນາງ ເຟືອງ ຈຶ່ງຄິດເຖິງເລື່ອງຫາເງິນຈາກຄວາມມັກຮັກ ເກັບເສັ້ນທອງ ຂອງ ຕົນ.
ປັດຈຸບັນ, ນາງ ເຟືອງ ສ້າງຕັ້ງເຄື່ອງໝາຍການຄ້າ Uma ດ້ວຍ ບັນ ດາຜະລິດຕະພັນສິລະປະ ເຮັດດ້ວຍເສັ້ນທອງ ຕາມແບບຫັດຖະກຳ ແລະ ໄດ້ຮັບຄວາມນິຍົມຊົມຊອບຈາກເພື່ອນມິດຊາວຕ່າງປະ ເທດ ຢ່າງຫຼວງຫຼາຍ. ນາງ ເຟືອງ ພວມຮ່ວມມືກັບໝູ່ ເພື່ອນຊາວຕ່າງ ປະ ເທດຈຳນວນໜຶ່ງ ໃນການຜະລິດເຄື່ອງ ແຕ່ງຕົວ ດ້ວຍເສັ້ນທອງ. ນອກຈາກນັ້ນ, ນາງ ເຟືອງ ພ້ອມກັບເພື່ອນຮ່ວມງານທີ່ເປັນຜູ້ພິການ ໄດ້ປະຕິບັດ 4 ຮູບແບບການຜະລິດ ຄື: ຮູບແຕ້ມ, ເຄື່ອງແຕ່ງຕົວ, ເຄື່ອງປະດັບ ແລະ ເຄື່ອງສຳຮອງ.
ບົດ: ເງິນຮ່າ - ພາບ: ທົງຫາຍ