ຂ່າວສານ

ແຂວງ ກ໋ວາງຫງ໊າຍ (ຫວຽດນາມ) ໜູນຊ່ວຍແຂວງ ຈຳປາສັກ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19

      ຄະນະກຳມະການປະຊາຊົນແຂວງ ກ໋ວາງຫງ໊າຍ ຫາກໍ່ຕົກລົງໜູນຊ່ວຍອຸປະກອນການແພດໃຫ້ແຂວງ ຈຳປາສັກ ຂອງ ລາວ ໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19.
        ຕາມນັ້ນແລ້ວ, ກອງບັນຊາການທະຫານແຂວງ ກ໋ວາງຫງ໊າຍ ໄດ້ສົມທົບກັບພະແນກສາທາລະນະສຸກ, ພະແນກພົວພັນຕ່າງປະເທດແຂວງ ມອບເຄື່ອງອຸປະກອນການແພດທີ່ຈຳເປັນໃຫ້ກອງບັນຊາການທະຫານແຂວງ ຈຳປາສັກ ຄື: ເຄື່ອງວັດແທກອຸນຫະພູມຮ່າງກາຍເອເລັກໂຕນິກ, ຜ້າອັດປາກ-ດັງຂ້າເຊື້ອ, ຊຸດເຄື່ອງປ້ອງກັນພະຍາດ, ຖົງມືອະນາໄມ, ນ້ຳຢາລ້າງມືຂ້າເຊື້ອ, ເຄື່ອງພົ່ນທາດເຄມີ…ດ້ວຍມູນຄ່າກ່ວາ 400 ລ້ານດົ່ງ.
 (ແຫຼ່ງຄັດຈາກ VOV)


top