ຂ່າວສານ

ແຂວງ ກວ໋າງນີງ ຍາດແຍ່ງທ່າແຮງເພື່ອພັດທະນາການທ່ອງທ່ຽວ, ກະຕຸກຊຸກຍູ້ທ່ອງທ່ຽວພາຍໃນປະເທດ

      ຫນ້າທີ່ສຳຄັນແຖວຫນ້າຂອງແຂວງ ກວ໋າງນີງ ແມ່ນສຳເລັດບັນດາຄາດໝາຍພັດທະນາເສດຖະກິດສັງຄົມທີ່ໄດ້ວາງອອກ

ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການເຮັດວຽກກັບການນຳຫລັກແຫລ່ງແຂວງ ກວ໋າງນີງ 
ພາບ:chinhphu.vn
      ຕອນເຊົ້າວັນທີ 24 ພຶດສະພາ ຢູ່ ນະຄອນ ຮ້າລອງ ແຂວງ ກວ໋າງນີງ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການເຮັດວຽກກັບການນຳຫລັກແຫລ່ງແຂວງ ກວ໋າງນີງ ກ່ຽວກັບການປະຕິບັດຫນ້າທີ່ເສດຖະກິດ ສັງຄົມ.  ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ຫນ້າທີ່ສຳຄັນແຖວຫນ້າຂອງແຂວງ ກວ໋າງນີງ ແມ່ນສຳເລັດບັນດາຄາດໝາຍພັດທະນາເສດຖະກິດສັງຄົມທີ່ໄດ້ວາງອອກ, ປະກອບສ່ວນເຂົ້າໃນຄາດໝາຍລວມຂອງປະເທດຊາດ ເປັນຕົ້ນໃນສະພາບປະເທດຊາດພວມປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດ ໂຄວິດ 19. ທ່ານນາຍົກລັດຖະມົນຕີ ຖືວ່າ ທ່າແຮງຂອງແຂວງ ກວ໋າງນີງ ແມ່ນພັດທະນາຕົວເມືອງ. ທ່ານນາຍົກລັດຖະມົນຕີ ສະເຫນີ ໃຫ້ແຂວງກວ໋າງນີງ ແລະ ບັນດາກະຊວງ, ຂະແຫນງການ, ກຸຸ່ມບໍລິສັດຖ່ານຫີນ ແລະ ບໍ່ແຮ່ ຫວຽດນາມ ສືບຕໍ່ເອົາໃຈໃສ່ເຖິງຊີວິດການເປັນຢູ່ຂອງກຳມະກອນໃຫ້ຫລາຍກວ່າອີກ.
 (ແຫຼ່ງຄັດຈາກ VOV)


top