ຕາມຕົວເລກສະຖິຕິແລ້ວ, ເດືອນ ກັນຍາ 2026, ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວສາກົນປະມານ 1,77 ລ້ານເທືື່ອຄົນ, ເພີ່ມຂຶ້ນ 16% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025.
ແຂກທ່ອງທ່ຽວສາກົນມາ ຫວຽດນາມ ເພີ່ມຂຶ້ນ 14,5% ໃນ 9 ເດືອນຕົ້ນປີ 2026 (ພາບ: VNA)
ໄລ່ລວມ 9 ເດືອນ, ຍອດຈຳນວນແຂກທ່ອງທ່ຽວສາກົນບັນລຸ 17,7 ລ້ານເທື່ອຄົນ, ເພີ່ມຂຶ້ນ 14,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ. ຕໍ່ກັບໝາກຜົນນີ້, ຂະແໜງທ່ອງທ່ຽວ ໄດ້ປະຕິບັດສຳເລັດເກືອບ 71% ເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວສາກົນໃນປີ 2026 ໃຫ້ບັນລຸ 25 ລ້ານເທື່ອຄົນ.
ໃນສະພາບການລາຍຈ່າຍສຳລັບການຂົນສົ່ງ, ພະລັງງານເພີ່ມຂຶ້ນ, ເສດຖະກິດໂລກຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຄວາມສ່ຽງດ້ານພູມສາດການເມືອງໄດ້ປະກົດຂຶ້ນໃນຕົວຈິງ ແລະ ການແກ່ງແຍ້ງລະຫວ່າງບັນດາສະຖານທີ່ປາຍທາງທີ່ນັບມື້ນັບເຄັ່ງຕຶງນັ້ນ, ໝາກຜົນນີ້ຂອງ ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມອາດສາມາດເປີດກວ້າງຕະຫຼາດ ແລະ ຮັກສາກຳລັງດຶງດູດສຳລັບກຸ່ມແຂກທ່ອງທ່ຽວສາກົນ.
ໃນໂຄງປະກອບແຂກທ່ອງທ່ຽວສາກົນ ມາ ຫວຽດນາມ, ເມື່ອຕີລາຄາຕາມພາກພື້ນ, ອາຊີ ກວມອັດຕາສ່ວນຫຼາຍສຸດ, ດ້ວຍ 74,5% ຍອດຈຳນວນແຂກທ່ອງທ່ຽວທັງໝົດ. ຖັດມາແມ່ນແຂກທ່ອງທ່ຽວມາຈາກ ທະວີບ ເອີລົບ, ອາບຟຣີກາ, ທະວີບ ອົດສະຕາລີ ແລະ ທະວີບ ອາເມລິກາ. ຈີນ ແລະ ສ.ເກົາຫຼີ ສືບຕໍ່ແມ່ນສອງຕະຫຼາດມີແຂກທ່ອງທ່ຽວມາ ຫວຽດນາມ ຫຼາຍທີ່ສຸດ, ປະກອບສ່ວນເກືອບ 40% ຍອດຈຳນວນແຂກທ່ອງທ່ຽວສາກົນ.