ຂ່າວສານ

ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ​ສິ່ງ​ທີ່​ຄ້າງ​ຄາ​ຍ້ອນ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ​ຢ່​າງທັນ​ການ

ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບກົນໄກແກ້ໄຂຄວາມຫຍຸ້ງຍາກ, ສິ່ງທີ່ຄ້າງຄາຍ້ອນຂໍ້ກຳນົດຂອງກົດໝາຍ; ປຶກສາຫາລືເປັນກຸ່ມກ່ຽວກັບຮ່າງກົດໝາຍວ່າດ້ວຍການໜູນຊ່ວຍຕຸລາການທາງອາຍາ, ຮ່າງກົດໝາຍວ່າດ້ວຍການໜູນຊ່ວຍຕຸລາການທາງແພ່ງ.
ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ XV

ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ XV, ວັນທີ 23 ມິຖຸນາ, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບກົນໄກແກ້ໄຂຄວາມຫຍຸ້ງຍາກ, ສິ່ງທີ່ຄ້າງຄາຍ້ອນຂໍ້ກຳນົດຂອງກົດໝາຍ; ປຶກສາຫາລືເປັນກຸ່ມກ່ຽວກັບຮ່າງກົດໝາຍວ່າດ້ວຍການໜູນຊ່ວຍຕຸລາການທາງອາຍາ, ຮ່າງກົດໝາຍວ່າດ້ວຍການໜູນຊ່ວຍຕຸລາການທາງແພ່ງ, ຮ່າງກົດໝາຍວ່າດ້ວຍສະພາວະສຸກເສີນ, ຮ່າງກົດໝາຍວ່າດ້ວຍການມອບສົ່ງຜູ້ພວມປະຕິບັດຄຳຕັດສິນຂອງສານຈຳຄຸກ ແລະ ຮ່ວມກົດໝາຍວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ.

ກ່ອນໜ້ານັ້ນ, ຢູ່ນອກສະພາແຫ່ງຊາດ, ບັນດາຜູ້ແທນໄດ້ຕີລາຄາສູງການປະກາດໃຊ້ມະຕິເພື່ອແນໃສ່ສ້າງພື້ນຖານນິຕິກຳເພື່ອແກ້ໄຂຄວາມຫຍຸ້ງຍາກ, ສິ່ງທີ່ຄົງຄ້າງຍ້ອນຂໍ້ກຳນົດຂອງກົດໝາຍໃນບັນດາຂົງເຂດສຳຄັນ, ບຸລິມະສິດ, ຮີບດ່ວນທີ່ຕ້ອງໄດ້ຮັບການແກ້ໄຂຢ່າງທັນການເພື່ອສ້າງແຫຼ່ງກຳລັງ, ຊຸກຍູ້ການພັດທະນາເສດຖະກິດ, ນຳກົດໝາຍກາຍເປັນທ່າແຮງໃນການແກ້ງແຍ້ງຢ່າງທັນການ. ທ່ານນາງ ຫງວຽນທິຊຶວ ສະມາຊິກສະພາແຫ່ງຊາດແຂວງ ເທື່ອທຽນເຫ້ວ ຖືວ່າ:

ການແກ້ໄຂບັນດາຄວາມຫຍຸ້ງຍາກຢ່າງທັນການຕ້ອງມີກົນໄກ, ນະໂຍບາຍພິເສດບຸກທະລຸ ແລະ ຂ້ຽວຂາດ. ໃນໄລຍະຈະມາເຖິງ, ລັດຖະບານຈະຍື່ນສະເໜີກົນໄກ, ນະໂຍບາຍເພື່ອແກ້ໄຂບັນດາບັນຫາຕິດຂັດ, ຂັ້ນຕອນ, ລະບຽບການເວົ້າລວມ ແລະ ຈຳກັດບັນດາການປະຕິບັດລະບຽບການທີ່ກ່ຽວຂ້ອງເຖິງປະຊາຊົນຢ່າງສຸດຂີດເພື່ອສ້າງອຳນາດການປົກຄອງທ້ອງຖິ່ນສອງຂັ້ນ.


top