ຂ່າວສານ

ແກ່ນໝາກມ່ວງຫິມະພານ ຫວຽດນາມ ໄດ້ມີໜ້າຢູ່ 112 ປະເທດ ແລະ ເຂດແຄ້ວນ

ໄລ່ສະເພາະເດືອນ ເມສາ 2026, ການສົ່ງອອກແກ່ນໝາກມ່ວງຫິມະພານຂອງ ຫວຽດນາມ ບັນລຸ 217.000 ໂຕນ, ວົງເງິນສົ່ງອອກບັນລຸເກືອບ 1,5 ຕື້ USD
  (ພາບ​ປະ​ກອບ: nhandan.vn)  

ຕາມ​ຕົວ​ເລກ​ຫຼ້າ​ສຸດ​ຂອງ​ກົມ​ພາ​ສີ, ປີ 2025, ຍອດ​ວົງ​ເງິນ​ສົ່ງ​ອອກ​ແກ່ນໝາກມ່ວງຫິມະພານຂອງ ຫວຽດ​ນາມ ບັນ​ລຸກວ່າ 5,4 ຕື້ USD, ສົ່ງ​ອອກ​ໄປ​ຍັງ 112 ປະ​ເທດ ແລະ ເຂດ​ແຄ້ວນ. ຜ່ານນັ້ນ, ກໍ່ຢືນ​ຢັນທີ່​ຕັ້ງ​ອັນ​ດັບ 1 ຂອງ ຫວຽດ​ນາມ ໃນ​ການ​ສົ່ງແກ່ນໝາກມ່ວງຫິມະພານອອກ​ສູ່​ໂລກ ດ້ວຍ​ການກວມ​ເອົາ​ອັດ​ຕາ​ສ່ວນ​ຕະ​ຫຼາດສົ່ງອອກ​ທົ່ວ​ໂລກ​ແມ່ນ 80%.

ໄລ່​ສະ​ເພາະ​ເດື​ອນ ເມ​ສາ 2026, ການ​ສົ່ງ​ອອກແກ່ນໝາກມ່ວງຫິມະພານຂອງ ຫວຽດ​ນາມ ບັນ​ລຸ 217.000 ໂຕນ, ວົງ​ເງິ​ນ​ສົ່ງ​ອອກ​ບັນ​ລຸ​ເກືອບ 1,5 ຕື້ USD, ເພີ່ມ​ຂຶ້ນ​ນັບ​ທັງ​ດ້ານ​ຈຳ​ນວນ ແລະ ມູນ​ຄ່າ​ເມື່ອ​ທຽບ​ໃສ່​ປີ 2025. ຄາດ​ວ່າ, ປີ 2026 ວົງ​ເງິນ​ສົ່ງ​ອອກ​ຂອງ​ຂະ​ແໜງໝາກມ່ວງຫິມະພານຈະ​ບັນ​ລຸ 5 ຕື້ USD.

ປະ​ຈຸ​ບັນ, ດົ່ງ​ນາຍ ໄດ້​ຮັບ​ຖື​ວ່າ​ແມ່ນ​ເຂດ​ປູກ​ໝາກມ່ວງຫິມະພານໃຫຍ​່​ທີ່​ສຸດ​ຂອງ ຫວຽດ​ນາມ ດ້ວຍ​ເນື້ອ​ທີ່​ປະ​ມານ 176.000 ເຮັກ​ຕາ, ບັນ​ລຸ​ປະ​ລິມານໝາກມ່ວງຫິມະພານດິບ​ປະ​ມານ 300.000 ໂຕ​ນ/ປີ. ດ້ວຍຍອດ​ວົງ​ເງິນ​ສົ່ງ​ອອກ​ບັນ​ລຸ​ປະ​ມານ 8,05 ຕື້ USD ແລະ ວົງ​ເງິນ​ນຳ​ເຂົ້າ​ບັນ​ລຸ​ປະ​ມານ 5,9 ຕື້ USD, ນະ​ຄອນ ດົ່ງ​ນາຍ ສືບ​ຕໍ່​ຮັກ​ສາ​ທີ່​ຕັ້ງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສູນ​ສົ່ງ​ອອກ​ໃຫຍ່​ທີ່​ສຸດ​ຂອງ ຫວຽດ​ນາມ.


top