ໝູ່ບ້ານ ລົກອຽນ ຕັ້ງຢູ່ຮ່ອມພູທີ່ສວຍງາມ ໃນຕອນກາງ ຂອງຕາແສງ ຕຽນແກງ, ເມືອງ ຕຽນເຟືອກ, ແຂວງ ກວາງນາມ. ສະຖານທີ່ ແຫ່ງນີ້ຍັງຄົງຮັກສາເຮືອນບູຮານ 8 ຫຼັງທີ່ມີອາຍຸແຕ່ 100 ຫາ 150 ປີ ຂຶ້ນໄປ. ເຮືອນ ສ່ວນຫຼາຍແມ່ນເຮັດດ້ວຍໄມ້ມີ້, ເປັນຕົ້ນໄມ້ກິນໝາກທີ່ອຸດົມສົມບູນຢູ່ທ້ອງຖິ່ນ, ໄດ້ຮັບການອອກແບບ ສາມຫ້ອງ ສອງເທີບ ຂອງຊາວ ກວາງນາມ. ຜ່ານການເວລາ, ບັນດາເຮືອນບູຮານຢູ່ ລົກອຽນ ໄດ້ຮັບການອະນຸລັກຮັກສາ ຄວາມງາມຕາມການເວລາ ແລະ ສັນຍະລັກດ້ານວັດທະນະທຳຂອງຊາວ ກວາງນາມ ແບບດັ້ງເດີມ, ເປັນຈຸດນັດພົບທີ່ໜ້າປະທັບໃຈຂອງນັກທ່ອງທ່ຽວທັງຢູ່ໃກ້ ແລະ ໄກ. ເດືອນ ກັນຍາ 2019, ລົກອຽນ ໄດ້ຖືກຈັດອັນດັບ ເປັນຮ່ອງຮອຍແຫ່ງຊາດ ແລະ ເປັນໜຶ່ງໃນ 4 ໝູ່ບ້ານ ບູຮານ ທີ່ສວຍງາມທີ່ສຸດ ຂອງ ຫວຽດນາມ.
ໜຶ່ງໃນຈຳນວນເຮືອນບູຮານ 8 ຫຼັງທີ່ຍັງເຫຼືອຂອງໝູ່ ລົກອຽນ. ພາບ: ແທງຮ່ວາ/VNP
ໝູ່ບ້ານ ລົກອຽນ ຕັ້ງຢູ່ຮ່ອມພູທີ່ສວຍງາມ ໃນຕອນກາງ ຂອງຕາແສງ ຕຽນແກງ, ເມືອງ ຕຽນເຟືອກ, ແຂວງ ກວາງນາມ. ສະຖານທີ່ ແຫ່ງນີ້ຍັງຄົງຮັກສາເຮືອນບູຮານ 8 ຫຼັງທີ່ມີອາຍຸແຕ່ 100 ຫາ 150 ປີ ຂຶ້ນໄປ. ເຮືອນ ສ່ວນຫຼາຍແມ່ນເຮັດດ້ວຍໄມ້ມີ້, ເປັນຕົ້ນໄມ້ກິນໝາກທີ່ອຸດົມສົມບູນຢູ່ທ້ອງຖິ່ນ, ໄດ້ຮັບການອອກແບບ ສາມຫ້ອງ ສອງເທີບ ຂອງຊາວ ກວາງນາມ. ຜ່ານການເວລາ, ບັນດາເຮືອນບູຮານຢູ່ ລົກອຽນ ໄດ້ຮັບການອະນຸລັກຮັກສາ ຄວາມງາມຕາມການເວລາ ແລະ ສັນຍະລັກດ້ານວັດທະນະທຳຂອງຊາວ ກວາງນາມ ແບບດັ້ງເດີມ, ເປັນຈຸດນັດພົບທີ່ໜ້າປະທັບໃຈຂອງນັກທ່ອງທ່ຽວທັງຢູ່ໃກ້ ແລະ ໄກ. ເດືອນ ກັນຍາ 2019, ລົກອຽນ ໄດ້ຖືກຈັດອັນດັບ ເປັນຮ່ອງຮອຍແຫ່ງຊາດ ແລະ ເປັນໜຶ່ງໃນ 4 ໝູ່ບ້ານ ບູຮານ ທີ່ສວຍງາມທີ່ສຸດ ຂອງ ຫວຽດນາມ.
ລົກອຽນ ແມ່ນດິນແດນ “ເກີດໃໝ່ໃຫຍ່ລຸນ” ໃນຂະບວນການເຄື່ອນຍ້າຍມາຢູ່ພາກໃຕ້ ຂອງ ເຈົ້າຊີວິດ ຫງວຽນ. ໝູ່ບ້ານ ລົກອຽນ ຖືກສ້າງຂຶ້ນ ໃນທ້າຍ ສະຕະວັດທີ XVIII ເມື່ອບັນດາຕະກຸນ ຈາກເຂດ ແທງເຫງ້ ຕິດຕາມ ເຈົ້າຊີວິດຫງວຽນ ເຂົ້າສ້າງໝູ່ບ້ານ ຢູ່ເຂດທົ່ງພຽງ ແຄມທະເລພາກກາງ ແລະ ຈາກນັ້ນ ຂະຫຍາຍຕົວອອກໄປຍັງພາກຕາເວັນຕົກ ຂອງ ກວາງນາມ.
ຄວາມງາມຜ່ານການເວລາຂອງບັນດາເຮືອນບູຮານ ໄດ້ດຶງດູດນັກທ່ອງທ່ຽວ ເມື່ອມາເຖິງເຂດພາກກາງ ກວາງນາມ. ພາບ: ແທງຮ່ວາ/VNP
ສິ່ງທີ່ໜ້າສົນໃຈຂອງໝູ່ບ້ານ ລົກອຽນ ແມ່ນປະຊາຊົນ ຂຸດຄົ້ນຫີນຢູ່ເຂດດັ່ງກ່າວ ມາສ້າງນໍ້າສາງ, ຮົ້ວ, ປະຕູຮົ້ວ, ເດີ່່ນບ້ານ, ເສັ້ນທາງໃນບ້ານ, ທາງຊອຍ...ເມື່ອການເວລາຜ່ານໄປ ດ້ວຍ ລົມ, ຝົນ ແລະ ໄຄຫີນ ໄດ້ເກີດຕິດໃສ່ຫີນ ສ້າງຄວາມເກົ່າແກ່ ແບບງຽບສະຫງົບຂອງເຂດພາກກາງໃຫ້ແກ່ ໝູ່ບ້ານແຫ່ງນີ້. ເທິງຖານຂອງ ຫີນພູເຂົາ, ປະຊາຊົນໄດ້ສ້າງເຮືອນໄມ້ທີ່ສວຍງາມຫຼາຍຫຼັງ. ເຮືອນສ່ວນຫຼາຍ ປຸກ ຫັນໜ້າ ໃສ່ທົ່ງນາ, ຫັນຫຼັງໃສ່ ພູເຂົາ, ຈາກເຮືອນ ລົງທາງ ຕ້ອງຜ່ານ ຊອຍຫີນຫຼາຍຂັ້ນທີ່ສວຍງາມ, ໂດຍສະເພາະຢ່າງຍິ່ງ ເມື່ອລະດູຝົນ ມາເຖິງ, ຫຍ້າ ແລະ ໄຄ ຈະປົກຄຸມຂຽວຂະຈີ ຝັ່ງຫີນ ທັງໝົດ.
ເຮືອນບູຮານ ແມ່ນບ່ອນດຳລົງຊີວິດ ແລະ ຮັກສາຄວາມຊົງຈຳ ຂອງ ຊາວບ້ານ ລົກອຽນ. ພາບ: ແທງຮ່ວາ/VNP
ຜ່ານຫຼາຍຮ້ອຍປີ, ໂຄງສ້າງທີ່ເຮັດດ້ວຍໄມ້ພາຍໃນເຮືອນຍັງຄົງທົນທານ ແລະ ສວຍງາມ ດ້ວຍລວດລາຍແກະສະຫຼັກຢ່າງ ປານີດ. ເຮືອນບູຮານຢູ່ ລົກອຽນ ບໍ່ພຽງແຕ່ມີຄຸນຄ່າທາງດ້ານ ວັດຖຸ ເທົ່ານັ້ນ, ຫາກຍັງເປັນບ່ອນດຳລົງຊີວິດ ຂອງ ປະຊາ ຊົນ, ເປັນບ່ອນເກັບຮັກສາພື້ນຖານດ້ານວັດທະນະທຳ, ປະ ຫວັດສາດອັນລ້ຳຄ່າ ຂອງ ບັນດາຕະກຸນ ແລະ ໝູ່ບ້ານ ອີກດ້ວຍ.
ເຮືອນບູຮານ ໃຫຍ່ ແລະ ສວຍງາມທີ່ສຸດ ໃນໝູ່ບ້ານ ມີອາຍຸປະມານ 200 ປີ, ເປັນ ຂອງ ສອງອ້າຍນ້ອງ ຫງວຽນດິ່ງຊືວ. ໄດ້ຍິນວ່າ ກ່ອນປີ 1975, ປະທານາທິບໍດີ ໂງດິ່ງຢ້ຽນ ເຄີຍສະເໜີຊື້ເຮືອນຫຼັງນີ້ 2 ຄັ້ງ, ແຕ່ເຈົ້າ ຂອງ ເຮືອນຫຼັງນີ້ ໄດ້ປະ ຕິເສດ ບໍ່ຍອມຂາຍ.
ເຕັກນິກການແກະສະຫຼັກ ທີ່ສວຍງາມກ່ຽວກັບໂຄງສ້າງໄມ້ ຂອງ ເຮືອນບູຮານ. ພາບ: ແທງຮ່ວາ/VNP
ສຈ ສະຖາປະນິກ ຮວ່າງດ້າວກິ໋ງ, ເມື່ອມາເຖິງບ້ານບູຮານ ລົກອຽນ ຄັ້ງທຳອິດໄດ້ໃຫ້ຄຳເຫັນວ່າ: “ຖ້າປະຊາຊົນ ມາເຖິງ ທ້ອງຖິ່ນນີ້, ມາເຖິງໝູ່ບ້ານແຫ່ງນີ້, ເຂົາເຈົ້າຮູ້ທັນທີວ່າ ຢູ່ເຂດ ຫ່າງໄກສອກຫຼີກ, ຍັງມີບັນດາເຮືອນ ໄດ້ຮັບການກໍ່ສ້າງມີອາ ຍຸ ຫຼາຍຮ້ອຍປີ ດ້ວຍໂຄງສ້າງ, ທັງການຕົບແຕ່ງ ດ້ານສະຖາປັດຕະຍະກໍາ ທ່ີສົມບູນແບບ ອີກດ້ວຍ. ຖ້າພວກເຮົາສາມາດຮັກສາໝູ່ບ້ານ ລົກອຽນ ໄດ້, ພວກເຮົາຈະມີສະຖານທີ່ດຶງດູດນັກທ່ອງທ່ຽວ ໃນດິນແດນ ເຄິ່ງພູດອຍ”.
ປັດຈຸບັນ, ເຮືອນບູຮານ ລົກອຽນ ຍັງແມ່ນບ່ອນດຳລົງຊີວິດດ້ານວັດທະນະທຳ ທີ່ດຶງດູດໃຈເພື່ອຮັບໃຊ້ນັກທ່ອງທ່ຽວ. ພາບ: ແທງຮ່ວາ/VNP
ບົດ ແລະ ພາບ: VNP/ແທງຮ໋ວາ - ແປໂດຍ: ຢືຟຽນ