ຂ່າວສານ

ເຮັດ​ໃຫ້​ບັນ​ດາ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ເລິກ​ເຊິ່ງ​ກວ່າ​ອີກ

ໃນລະຫວ່າງວັນທີ 5 – 6 ກຸມພາ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຈະດຳເນີນການຢ້ຽມຢາມລັດຖະກິດຢູ່ ລາວ ແລະ ກຳປູເຈຍ, ພ້ອມທັງເຂົ້າຮ່ວມການພົບປະກັບການນຳ ສາມພັກ ຫວຽດນາມ - ລາວ - ກຳປູເຈຍ. ນີ້ບໍ່ພຽງແຕ່ແມ່ນການເຄື່ອນໄຫວທາງການທູດປະຈຳປີເທົ່ານັ້ນ, ຫາກຍັງແມ່ນເຫດການທີ່ມີຫຼາຍຄວາມໝາຍ ໄດ້ດຳເນີນໃນສະພາບການທີ່ພາກພື້ນ ແລະ ໂລກພວມມີການຫັນປ່ຽນຢ່າງວ່ອງໄວ ແລະ ສັບສົນ. ການຢ້ຽມຢາມປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ກັບ ລາວ ແລະ ກຳປູເຈຍ ເລິກເຊິ່ງກວ່າອີກ.
ພາບປະກອບ: nhandan.vn

ກ່ອນອື່ນໝົດ, ການຢ້ຽມຢາມໄດ້ຢັ້ງຢືນຄືນໃໝ່ລັກສະນະພິເສດ, ຄວາມຊື່ສັດບໍລິສຸດ ແລະ ຍຸດທະສາດໃນການພົວພັນສາມປະເທດບ້ານໃກ້ເຮືອນຄຽງ, ບັນດາປະເທດທີ່ມີປະຫວັດສາດຮ່ວມກັນໃນການຕໍ່ສູ້ຍາດເອົາເອກະລາດ, ມີຄວາມສະໜິດຕິດພັນກ່ຽວກັບຊາຕະກຳ ແລະ ພ້ອມກັນເລືອກເອົາເສັ້ນທາງພັດທະນາທີ່ມີຫຼາຍຈຸດຄ້າຍຄືກັນ.

ນີ້ກໍ່ແມ່ນການເດີນທາງໄປປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດຂອງ ທ່ານ ເລຂາທິການໃຫຍ່ ໂຕເລິມ ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ທີ່ໄດ້ຈັດຕັ້ງຢ່າງສຳເລັດຜົນທີ່ສຸດ. ຜ່ານນັ້ນ, ຫວຽດນາມ ກໍ່ສືບຕໍ່ແຜ່ກະຈາຍສານສະເໝີຕົ້ນສະເໝີປາຍທີ່ວ່າ: ການພົວພັນກັບ ລາວ ແລະ ກຳປູເຈຍ ຍາມໃດກໍ່ຖືຢູ່ລະດັບບູລິມະສິດແຖວໜ້າ, ແມ່ນເສົາຄ້ຳສຳຄັນໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ.

ການຢ້ຽມຢາມມີຄວາມໝາຍພິເສດຫຼາຍຢ່າງ

ສຳລັບລາວ, ການຢ້ຽມຢາມຂອງ ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ດຳເນີນໃນສະພາບການສອງປະເທດ ຫາກໍ່ຈັດຕັ້ງສຳເລັດກອງປະຊຸມໃຫຍ່ຂອງພັກ ຢູ່ແຕ່ລະປະເທດ (ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນປະຕິວັດ ລາວ ແຕ່ວັນທີ 6 – 8 ມັງກອນ 2026 ແລະ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແຕ່ວັນທີ 19 – 23 ມັງກອນ 2026), ກ້າວເຂົ້າສູ່ອາຍຸການໃໝ່ດ້ວຍບັນດາການກຳນົດທິດພັດທະນາທີ່ໄດ້ກຳນົດແລ້ວ. ສິ່ງນີ້ເຮັດໃຫ້ການຢ້ຽມຢາມ ບໍ່ພຽງແຕ່ມີຄວາມໝາຍທາງພິທີທາງການເທົ່ານັ້ນ ຫາກຍັງແມ່ນການເຊື່ອມຕໍ່ໂດຍໄວກ່ຽວກັບວິໄສທັດ ແລະ ບູລິມະສິດຍຸດທະສາດລະຫວ່າງ ສອງພັກກຳອຳນາດ, ສ້າງພື້ນຖານການເມືອງຢ່າງໝັ້ນແກ່ນໃຫ້ແກ່ການຜັນຂະຫຍາຍການຮ່ວມມືສອງຝ່າຍ ແລະ ການປະສານສົມທົບຢູ່ພາກພື້ນໃນໄລຍະໃໝ່. ທ່ານ ຫງວຽນແມັ້ງເກືອງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ:

 “ໃນການຢ້ຽມຢາມຄັ້ງນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ຈະພ້ອມກັບການນຳລາວ ແລກປ່ຽນ, ຕີລາຄາການພົວພັນຮ່ວມມືລະຫວ່າງສອງພັກ, ສອງປະເທດໃນໄລຍະຜ່ານມາ, ພ້ອມທັງກຳນົດບັນດາທິດທາງສຳຄັນເພື່ອແນໃສ່ຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ, ຫັນຂອບເຂດການພົວພັນທີ່ຫາກໍ່ໄດ້ຍົກລະດັບ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດ” ໃຫ້ປະກົດຜົນເປັນຈິງ”.

ຢັ້ງຢືນການຜັນຂະຫຍາຍເນື້ອໃນ “ຫຸ້ນສວ່ນຍຸດທະສາດ” ທີ່ມີຄວາມໝາຍພິເສດໃນການຢ້ຽມຢາມຄັ້ງນີ້, ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຖືວ່າ:

ນີ້ແມ່ນວິວັດການຫັນບັນດາມະຕິຂອງກອງປະຊຸມໃຫຍ່ໃຫ້ເປັນລະອຽດດ້ວຍການປະສານສົມທົບຢ່າງແໜ້ນແຟ້ນ, ຄົບຊຸດ ແລະ ມີປະສິດທິຜົນລະຫວ່າງສອງພັກ, ສອງລັດ. ເປົ້າໝາຍຍຸດທະສາດຂອງສອງຝ່າຍແມ່ນສືບຕໍ່ນຳການພົວພັນ ຫວຽດນາມ - ລາວ ສືບຕໍ່ມີຄວາມສະໜິດຕິດພັນ ບໍ່ພຽງແຕ່ໃນຂົງເຂດການເມືອງເທົ່ານັ້ນ ຫາກຍັງໃນຂົງເຂດເສດຖະກິດອີກດ້ວຍ ໂດຍຜ່ານການເຊື່ອມຕໍ່ພື້ນຖານໂຄງລ່າງ, ການວາງແຜນກຳນົດພັດທະນາເສດຖະກິດ ແລະ ຄວາມສະໜິດຕິດພັນແບບພິເສດລະຫວ່າງປະຊາຊົນສອງປະເທດ, ເສີມຂະຫຍາຍບັນດາມູນເຊື້ອ, ບັນດາກົນໄກ ແລະ ວິທີການທີ່ມີຢູ່ແລ້ວ.

ໃນຂະນະນັ້ນ, ສຳລັບ ກຳປູເຈຍ, ການຢ້ຽມຢາມຂອງ ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ດຳເນີນໃນສະພາບການພົວພັນສອງປະເທດສືບຕໍ່ພັດທະນາເປັນປົກກະຕິ ດ້ວຍຫຼາຍຈຸດພົ້ນເດັ່ນ. ການຮ່ວມມືລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນ ກຳປູເຈຍ ຮັກສາບົດບາດກຳນົດທິດສັງລວມ; ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບສືບຕໍ່ແມ່ນເສົາຄ້ຳ, ນັບມື້ນັບແໜ້ນແຟ້ນ ແລະ ແທ້ຈິງ, ເປັນຕົ້ນແມ່ນໃນການສົມທົບກັນຮັບປະກັນຄວາມໝັ້ນຄົງດ້ານຊາຍແດນ, ການປ້ອງກັນຕ້ານອາດຊະຍາກຳຂ້າມຊາດ ແລະ ການຕໍ່ສູ້ເຮັດໃຫ້ບັນດາກົນອຸບາຍຕ້ານ, ມ້າງທຳລາຍ ຖືກປະລາໄຊ.

ໃນຂົງເຂດເສດຖະກິດ, ປັດຈຸບັນ ຫວຽດນາມ ແມ່ນຄູ່ຮ່ວມມືທາງການຄ້າໃຫຍ່ອັນດັບທີ 3 ຂອງ ກຳປູເຈຍ, ພ້ອມທັງແມ່ນຢູ່ຮ່ວມມືທາງການຄ້າໃຫຍ່ທີ່ສຸດຂອງ ກຳປູເຈຍ ໃນ ອາຊຽນ. ນີ້ແມ່ນບັນດາພື້ນຖານສຳຄັນສ້າງທ່ວງທ່າໃຫ້ແກ່ການພົວພັນ “ຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ” ລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

ສ້າງພື້ນຖານການປະສານສົມທົບຍຸດທະສາດໃຫ້ແໜ້ນແຟ້ນກວ່າເກົ່າ

ຈຸດພົ້ນເດັ່ນຂອງການຢ້ຽມຢາມຄັ້ງນີ້ແມ່ນເລື່ອງ ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮວ່ມການພົບປະຂັ້ນສູງລະຫວ່າງການນຳສູງສຸດສາມພັກ ຫວຽດນາມ - ລາວ - ກຳປູເຈຍ. ນີ້ແມ່ນກົນໄກທີ່ມີຄວາມໝາຍການເມືອງຢ່າງເລິກເຊິ່ງ, ຍ້ອນວ່າຢູ່ທັງສາມປະເທດ, ພັກກຳອຳນາດສວມບົດບາດກຳນົດທິດຍຸດທະສາດ ໃຫ້ແກ່ການພັດທະນາປະເທດຊາດ. ເລື່ອງເພີ່ມທະວີການແລກປ່ຽນຢູ່ຂັ້ນສູງສຸດ ສະແດງໃຫ້ເຫັນຄວາມຕັດສິນໃຈໃນການປັບປຸງພື້ນຖານດ້ານການເມືອງ, ປັດໄຈຫຼັກແຫຼ່ງຮັບປະກັນຄວາມຍືນຍົງ ແລະ ຍາວນານຂອງການພົວພັນສາມປະເທດ ໃນສະພາບການພາກພື້ນ ແລະ ສາກົນ ສືບຕໍ່ມີການຜັນແປທີ່ຍາກຈະຄາດຄະເນລ່ວງໜ້າໄດ້.

ໃນສະພາບການແຕ່ລະປະເທດລ້ວນແຕ່ຢືນຢູ່ບັນດາຄວາມຮຽກຮ້ອງຕ້ອງການພັດທະນາໃໝ່ - ຫວຽດນາມ ເພີ່ມຄວາມໄວໃນການປະຕິບັດບັນດາເປົ້າໝາຍຮອດປີ 2030, ວິໄສທັດຮອດປີ 2045; ລາວ ແລະ ກຳປູເຈຍ ຍູ້ແຮງການປະຕິຮູບ ແລະ ຍົກສູງຄວາມສາມາດໃນການຄຸ້ມຄອງບໍລິຫານປະເທດຊາດ, ການຢ້ຽມຢາມຂອງ ທ່ານເລຂາທິການໃຫຍ່ ໂຕເລິມ ມີຄວາມໝາຍສືບທອດ ແລະ ພັດທະນາມູນເຊື້ອສາມັກຄີລະຫວ່າງສາມປະເທດ, ສ້າງພື້ນຖານໃຫ້ແກ່ການປະສານສົມທົບຍຸດທະສາດອັນແໜ້ນແຟ້ນກວ່າໃນໄລຍະພັດທະນາໃໝ່.


top