ຂ່າວສານ

ເຮັດ​ໃຫ້​ການ​ພົວ​ພັນ​ຮ່ວມ​ມື ຫວຽດ​ນາມ - ເຢຍ​ລະ​ມັນ​ ເລິກ​ເຊິ່ງກວ່​າ​ອີກ

ໃນການແລກ​ປ່ຽນ​ກ່ຽວ​ກັບ​ກາ​ນ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ເຢຍ​ລະ​ມັນ ​ເລິກ​ເຊິ່ງກວ່າ​ອີກ.
  ທ່ານ ເລ​ຮວ່າຍ​ຈຸງ ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ​ໃຫ້​ກາ​ນ​ຕ້ອນ​ຮັບ ​ທ່ານ Geza Andreas von Geyr ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ພັນ ເຢຍ​ລະ​ມັນ (ພາບ: baoquocte.vn)  

ຕອນ​ບ່າຍ​ວັນ​ທີ 11 ມິ​ຖຸ​ນາ, ຢູ່​ ຮ່າ​ໂນ້ຍ, ທ່ານ ເລ​ຮວ່າຍ​ຈຸງ ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ໃຫ້​ກາ​ນ​ຕ້ອນ​ຮັບ ​ທ່ານ Geza Andreas von Geyr ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ພັນ ເຢຍ​ລະ​ມັນ ເນື່ອ​ງ​ໃນ​ໂອ​ກາດ​ມາ​ຢ້ຽມ​ຢາມ ແລະ ເປັນ​ປະ​ທານ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ​ຍຸດ​ທະ​ສາດ ຫວຽດ​ນາມ - ເຢຍ​ລະ​ມັນ​ ຄັ້ງ​ທີ 8.

ໃນການແລກ​ປ່ຽນ​ກ່ຽວ​ກັບ​ກາ​ນ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ເຢຍ​ລະ​ມັນ ​ເລິກ​ເຊິ່ງກວ່າ​ອີກ. ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ເລ​ຮວ່າຍ​ຈຸງ ສະ​ເໜີ​ສອງ​ຝ່າຍໝູນໃຊ້​ບັນ​ດາ​ທ່າ​ແຮງ​​​ໜູນ​ຊ່ວຍ​ເຊິ່ງ​ກັນ​ແລະ​ກັນຢ່າງມີປະສິດທິຜົນກວ່າໃນ​ບັນ​ດາ​ຂົງ​ເຂດ ​ຄື: ການ​ຄ້າ​ການ​ລົງ​ທຶນ, ການ​ປ້ອງ​ກັນ​ຊາດ​ - ປ້ອງ​ກັນ​ຄວາມ​ສະ​ຫງົບ, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ, ການ​ສຶກ​ສາ - ບຳ​ລຸງ​ສ້າງ, ການພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ…

ສ່​ວນ​ທ່ານ Geza Andreas von Geyr ລັ​ດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຢັ້ງ​ຢືນ​ວ່າ ເຢຍ​ລະ​ມັນ ​ຖື ຫວຽດ​ນາມ ​ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ແຖວ​ໜ້າ​ຂອງ ເຢຍ​ລະ​ມັນ ​ຢູ່​ພາກ​ພື້ນ. ໃນ​ສະ​ພາບ​ການ​ສາ​ກົນ ແລະ ພາກ​ພື້ນ​ມີ​ການ​ຜັນ​ແປ​ທີ່​ສັບສົນ, ກາ​ນ​ພົວ​ພັນ​ຄູ່​ຮ່ວມ​ມື​ທີ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ຫວຽດ​ນາມ - ເຢຍ​ລະ​ມັນ ​ມີ​ຄວາມ​ໝາຍ​ສຳ​ຄັນສຳລັບ​ຜົນ​ປະ​ໂຫຍດ​ຂອງ​ສອງ​ປະ​ເທດ ​ກໍ່​ຄື​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ຢູ່​ສອງ​ພາກ​ພື້ນ.


top