ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ນາງ ເລທິທູຮັ່ງ ຢັ້ງຢືນວ່າ, ການຢ້ຽມຢາມສ້າງກຳລັງໜູນເພື່ອຫັນບັນດາຄຳໝັ້ນສັນຍາຂັ້ນສູງເປັນລະອຽດ ແລະ ເປີດແງ່ຫວັງເຊື່ອມຕໍ່ຢ່າງກ້ວາງຂວາງກວ່າ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານ Ilham Aliyev ປະທານາທິບໍດີ ສ.ອາເຊັກໄບຊານ (ພາບ: VNA)
ທ່ານ Ilham Aliyev ປະທານາທິບໍດີ ສ.ອາເຊັກໄບຊານ ແລະ ພັນລະຍາຫາກໍ່ສິ້ນສຸດການເດີນທາງໄປຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ (ແຕ່ວັນທີ 20 – 21 ພະຈິກ), ຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ. ເນື່ອງໃນໂອກາດນີ້, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຕອບສະພາບຕໍ່ສື່ມວນຊົນກ່ຽວກັບໝາກຜົນຂອງການຢ້ຽມຢາມ.
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ນາງ ເລທິທູຮັ່ງ ຢັ້ງຢືນວ່າ, ການຢ້ຽມຢາມສ້າງກຳລັງໜູນເພື່ອຫັນບັນດາຄຳໝັ້ນສັນຍາຂັ້ນສູງເປັນລະອຽດ ແລະ ເປີດແງ່ຫວັງເຊື່ອມຕໍ່ຢ່າງກ້ວາງຂວາງກວ່າ. ຫວຽດນາມ ຖື ອາເຊັກໄບຊານ ແມ່ນຄູ່ຮ່ວມມືສຳຄັນຢູ່ Kavkaz ໃຕ້ ແລະ ພາກພື້ນ Caspi, ພ້ອມທີ່ຈະເປັນຂົວເຊື່ອມຕໍ່ເພື່ອໃຫ້ ອາເຊັກໄບຊານ ເພີ່ມທະວີການພົວພັນກັບ ອາຊຽນ ແລະ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້.
ທ່ານນາງ ເລທິທູຮັ່ງ ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສຸມໃສ່ເຊື່ອມຕໍ່ວິສາຫະກິດ, ໜູນຊ່ວຍການເຂົ້າເຖິງຕະຫຼາດ ໃຫ້ບັນດາຜະລິດຕະພັນກະສິກຳ, ເຄື່ອງປາຂອງດົງ, ສິນໃນນ້ຳ. ພ້ອມທັງ, ສອງປະເທດເພີ່ມທະວີການຊຸກຍູ້ຮ່ວມມືໃນການສຳຫຼວດ, ຂຸດຄົ້ນ, ການບໍລິການດ້ານເຕັກນິກ ແລະ ບຳລຸງສ້າງຊັບພະຍາກອນມະນຸດນ້ຳມັນອາຍແກັດ.