ຂ່າວສານ

ເຫ້ວ​ເສີ​ມ​ຂະ​ຫຍາຍ​ຄຸນ​ຄ່າ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳບໍ່​ເປັນ​ວັດ​ຖຸ​ຂອງ​ງານບຸນ ວັງ​ເຫ້ວ​ນາມ

ງານ​ບຸນ​ວັງ​ເຫ້ວ​ນາມ​ແມ່ນ​ການ​ກິດ​ຈະ​ກຳ​​ວັດ​ທະ​ນະ​ທຳ​ທາງດ້ານ​ຈິດ​ວິນ​ຍານ​ທີ່​ພົ້ນ​ເດັ່ນ​ຕິ​ດ​ພັນ​ກັບ​ຄວາມ​ເຫຼື​້ອມ​ໃສ​ໃນ​ການເຊື່​ອ​ຖື​ພະ​ແມ່ ອີ​ອາ​ນາ ເຊິ່ງ​ໄດ້​ຈັດ​ຂຶ້ນ​ໃນ​ເດືອນ​ສາມ ແລະ ເດືອນ ເຈັດ​ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນຂອງ​ທຸກ​ປີ ຢູ່​ນະ​ຄອ​ນ​ເຫ້ວ.
(ພາບປະກອບ: VNA)
ຕອນ​ບ່າຍ​ວັນ​ທີ 19 ສິງ​ຫາ,ຢູ່​ນະ​ຄອນ​ເຫ້ວ, ສູນ​ອະ​ນຸ​ລັກ​ຮັກ​ສາ​ມໍ​ລະ​ດົກ​ກຸງ​ເກົ່າ​ເຫ້ວ ໄດ້​ປະ​ສານ​ສົມ​ທົບ​ກັບ​ສະ​ຖານ​ບັນ​ຄົ້ນ​ຄ້​ວາ ແລະ ພັດ​ທະ​ນາ​ພະແມ່ ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ, ປົກ​ປ້ອງ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​​ງານ​ບຸນ ວັງ​ເຫ້ວ​ນາມ​ໃນ​ຊີ​ວິດ​ແຫ່ງ​ຍຸກ​ສະ​ໄໝ. ງານ​ບຸນ​ວັງ​ເຫ້ວ​ນາມ​ແມ່ນ​ການ​ກິດ​ຈະ​ກຳ​​ວັດ​ທະ​ນະ​ທຳ​ທາງດ້ານ​ຈິດ​ວິນ​ຍານ​ທີ່​ພົ້ນ​ເດັ່ນ​ຕິ​ດ​ພັນ​ກັບ​ຄວາມ​ເຫຼື​້ອມ​ໃສ​ໃນ​ການເຊື່​ອ​ຖື​ພະ​ແມ່ ອີ​ອາ​ນາ ເຊິ່ງ​ໄດ້​ຈັດ​ຂຶ້ນ​ໃນ​ເດືອນ​ສາມ ແລະ ເດືອນ ເຈັດ​ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນຂອງ​ທຸກ​ປີ ຢູ່​ນະ​ຄອ​ນ​ເຫ້ວ. ງານ​ບຸນ​ມີ​ການ​ປະ​ສົມ​ປະ​ສານ​ລະ​ຫວ່າງ​ຄວາມ​ເຊື່ອ​ຖື​ແບບ​ພື້ນ​ເມືອງ ແລະ ບັນ​ດາ​ປັດ​ໄຈ​ວັດ​ທະ​ນະ​ທຳ​ພະ​ລາດ​ຊະ​ວັງ​ເຫ້ວ. ຜ່ານຫຼາຍ​ລຸ້ນ​ຄົນ, ຊຸມ​ຊົນ​ຍັງ​ຮັກ​ສາ​​ການ​ຈັດ​ງານ​ບຸນ 2 ຄັ້ງ/ປີ ດ້ວຍ​ບັນ​ດາ​ພິ​ທີ​ກຳ​ທີ່​ເປັນປະ​ເພ​ນີ.

top