ນີ້ແມ່ນຖ້ຽວບິນຂົນສົ່ງຄັ້ງທີ 2 ທີ່ໄດ້ມອບສົ່ງຕົວຢ່າງອັດຖິທະຫານທີ່ເສຍສະຫຼະຊີວິດເພື່ອຊາດໄປຮັບໃຊ້ການກວດວິໄຈ ADN ຈາກນະຄອນໂຮ່ຈິມິນ ມາຍັງຮ່າໂນ້ຍ.
ພິທີມອບ-ສົ່ງຕົວຢ່າງອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ (ພາບ: VNA)
ຕອນບ່າຍວັນທີ 11 ກັນຍາ, ຕົວຢ່າງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ຍັງບໍ່ທັນຢັ້ງຢືນຊື່ ແລະ ນາມສະກຸນຈຳນວນ 13,563 ຕົວຢ່າງ ຈາກບັນດາແຂວງ, ນະຄອນ, ຄື: ດົ່ງນາຍ, ໄຕນິງ, ເລີມດົ່ງ ໄດ້ຖືກຂົນສົ່ງໂດຍເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດດ້ວຍເຮືອບິນທະຫານຂົນສົ່ງ Casa 295 ຈາກສະໜາມບິນ ເຕິນເຊີນເຍິດ (ນະຄອນ ໂຮ່ຈິມິນ) ລົງຈອດຢ່າງປອດໄພທີ່ສະໜາມບິນ ຢາເລິມ, ຮ່າໂນ້ຍ ເພື່ອມອບໃຫ້ທິມງານຕ່າງໆວິໄຈ ADN ຮັບໃຊ້ການຢັ້ງຢືນຊື່ ແລະ ນາມສະກຸນ.
ເພື່ອປະຕິບັດສຳເລັດໜ້າທີ່ຂົນສົ່ງ, ມອບ-ສົ່ງຕົວຢ່າງອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດກວ່າ 13.000 ຕົວຢ່າງໂດຍເຮືອບິນ ທີ່ບິນຈາກສະໜາມບິນ ເຕິນເຊີນເຍິດ ມາຍັງສະໜາມບິນ ຢາເລິມ, ທ່ານພົນຈັດຕະວາ ຫງວຽນຮຸຍຕ໋ວນ, ຮອງຫົວໜ້າການເມືອງເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ, ໃຫ້ຮູ້ວ່າ:
“ບັນດາ ຕົວຢ່າງຖືກສົ່ງໄປທີ່ສະຖາບັນບັນດິດວິທະຍາສາດ ກໍຄືສະຖາບັນນິຕິນິເວດກອງທັບ ເພື່ອກວດວິໄຈ ADN. ເພື່ອສືບຕໍ່ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນ, ເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດຈະສືບຕໍ່ປະຕິບັດການຂົນສົ່ງໃຫ້ທັນເວລາ, ລອບຄອບທີ່ຖ້ວນທີ່ສຸດ.”
ນີ້ແມ່ນຖ້ຽວບິນຂົນສົ່ງຄັ້ງທີ 2 ທີ່ໄດ້ມອບສົ່ງຕົວຢ່າງອັດຖິທະຫານທີ່ເສຍສະຫຼະຊີວິດເພື່ອຊາດໄປຮັບໃຊ້ການກວດວິໄຈ ADN ຈາກນະຄອນໂຮ່ຈິມິນ ມາຍັງ ຮ່າໂນ້ຍ.