ແຂວງ ເທື່ອທຽນເຫ້ວ ມີນະຄອນ ເຫ້ວ ໄດ້ຮັກສາມໍລະດົກໂລກຫຼາຍແຫ່ງ, ມໍລະດົກຂອງພາກພື້ນແລະ ຍັງແມ່ນນະຄອນຂອງງານບຸນ, ເປັນສູນກາງຈັດຕັ້ງບັນດາເຫດການວັດທະນະທຳ ແລະ ງານບຸນໃຫຍ່ຂອງປະເທດ. ສະນັ້ນ, ແຂວງ ເທື່ອທຽນເຫ້ວ ຖືການທ່ອງທ່ຽວແມ່ນຂະແໜງເສດຖະກິດສຳຄັນ, ສູ້ຊົນກາຍເປັນມໍລະດົກວັດທະນະທຳໂລກຮອດປີ 2030, ດຶງດູດນັກທ່ອງທ່ຽວປະມານ 8 ລ້ານເທື່ອຄົນ, ເຄິ່ງໜຶ່ງແມ່ນແຂກທ່ອງທ່ຽວສາກົນ. ມໍລະດົກ, ວັດທະນະທຳ ແລະ ງານບຸນຍັງຖືກກຳນົດຢູ່ທ້ອງຖິ່ນເປັນຈຸດແຂງ ແລະ ແຮງຈູງໃຈເພື່ອພັດທະນາໃຫ້ເປັນເມືອງໃຈກາງ ແລະ ເປັນເມືອງມໍລະດົກ ແລະ ງານບຸນລະດັບໂລກ.
ແຂວງ ເທື່ອທຽນເຫ້ວ ມີນະຄອນ ເຫ້ວ ໄດ້ຮັກສາມໍລະດົກໂລກຫຼາຍແຫ່ງ, ມໍລະດົກຂອງພາກພື້ນແລະ ຍັງແມ່ນນະຄອນຂອງງານບຸນ, ເປັນສູນກາງຈັດຕັ້ງບັນດາເຫດການວັດທະນະທຳ ແລະ ງານບຸນໃຫຍ່ຂອງປະເທດ. ສະນັ້ນ, ແຂວງ ເທື່ອທຽນເຫ້ວ ຖືການທ່ອງທ່ຽວແມ່ນຂະແໜງເສດຖະກິດສຳຄັນ, ສູ້ຊົນກາຍເປັນມໍລະດົກວັດທະນະທຳໂລກຮອດປີ 2030, ດຶງດູດນັກທ່ອງທ່ຽວປະມານ 8 ລ້ານເທື່ອຄົນ, ເຄິ່ງໜຶ່ງແມ່ນແຂກທ່ອງທ່ຽວສາກົນ. ມໍລະດົກ, ວັດທະນະທຳ ແລະ ງານບຸນຍັງຖືກກຳນົດຢູ່ທ້ອງຖິ່ນເປັນຈຸດແຂງ ແລະ ແຮງຈູງໃຈເພື່ອພັດທະນາໃຫ້ເປັນເມືອງໃຈກາງ ແລະ ເປັນເມືອງມໍລະດົກ ແລະ ງານບຸນລະດັບໂລກ.
ເມືອງເກົ່າ ເຫວ້ - ນະຄອນມໍລະດົກ
ຜ່ານຜ່າໄລຍະເວລາອັນຍາວນານ ແລະ ມືດມົວຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19, ເມືອງເກົ່າ ເຫ້ວ ໄດ້ກ້າວເຂົ້າສູ່ລະດູການທ່ອງທ່ຽວ ລະດູຮ້ອນປີ 2022 ໂດຍໄດ້ເປີດຄືນ ບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງຕົນ, ໂດຍສະເພາະແມ່ນລະບົບ ວັງ, ວັດວາອາຮາມ ສະໄໝລາຊະວົງ ຫງວຽນ ຂຶ້ນກັບເຂດອະນຸສາວະລີມໍລະດົກໂລກ ເຫວ້ ເພື່ອຕ້ອນຮັບແຂກ, ບາງເທື່ອກໍ່ໄດ້ແຈກປີ້ເຂົ້າຊົມ ຟຣີ ດ້ວຍຄວາມຫວັງຢາກດຶງດູດແຂກທ່ອງທ່ຽວໃຫ້ນັບມື້ນັບເພີ່ມຂຶ້ນ.
ທ່ານ ຮ່ວາງດິງເທ໋, ຜູ້ນຳທ່ຽວ ສະເພາະການນຳທ່ຽວໃຫ້ແກ່ນັກທ່ອງທ່ຽວຕ່າງປະເທດໄປນະຄອນ ເຫ້ວ ໃຫ້ຮູ້ວ່າ: ກ່ອນທີ່ໂລກລະບາດເກີດຂຶ້ນ, ສ.ເກົາຫຼີ, ຈີນ, ເຢຍລະມັນ, ຝຣັ່ງ, ອັງກິດ... ມາ ເຫ້ວ ເປັນຈຳນວນຫຼວງຫຼາຍເພື່ອຢ້ຽມຢາມມໍລະດົກຂອງລາຊະວົງ ຫງວຽນ ແລະ ທັດສະນີຍະພາບ ຂອງເມືອງເກົ່າ ເຫວ້. ປະຈຸບັນ, ນັກທ່ອງທ່ຽວຕ່າງປະເທດເລີ່ມກັບຄືນມາແລ້ວ, ແຕ່ບໍ່ຫຼາຍປານໃດ, ລາວຈຶ່ງໄດ້ເປີດບໍລິການທ່ອງທ່ຽວໃຫ້ນັກທ່ອງທ່ຽວພາຍໃນປະເທດແບບຊົ່ວຄາວ. ຫວັງວ່າ ໃນອະນາຄົດອັນໃກ້ໆນີ້ ເມື່ອເສັ້ນທາງການບິນສາກົນຂອງ ຫວຽດນາມ ກັບຄືນສູ່ສະພາບປົກກະຕິ, ຈຳນວນນັກທ່ອງທ່ຽວຕ່າງປະເທດຈະມີຫຼາຍເທົ່າກັບແຕ່ກ່ອນ.
ປະຫວັດສາດໄດ້ສ້າງເມືອງ ເຫວ້, ເປັນດິນແດນພິເສດຂອງ ຫວຽດນາມ. ດ້ວຍຖານະທີ່ສຳຄັນ, ມີຮູບພາບພູເຂົາທີ່ສວຍງາມ ແລະ ມີສະເໜ່, ເຫ້ວ ຍາມໃດກໍ່ໄດ້ຮັບການເລືອກຕັ້ງຈາກບັນດາກະສັດໃນລຸ້ນກ່ອນໃຫ້ກາຍເປັນສູນການເມືອງ, ເສດຖະກິດ ແລະ ວັດທະນະທຳ. ນີ້ແມ່ນສິ່ງທີ່ເຮັດໃຫ້ເມືອງເຫ້ວ ມີມໍລະດົກທີ່ອຸດົມສົມບູນດ້ວຍຫຼາຍຮູບຫຼາຍແບບນັບແຕ່ວັດທະນະທຳທີ່ມີຕົວຕົນໄປຮອດບໍ່ມີຮູບຮ່າງເຊັ່ນ: ສະຖາປັດຕະຍະກຳ, ງານບຸນ, ການແກະສະຫຼັກ, ດົນຕີ, ຈິດຕະກຳ, ຫັດຖະກຳ...
ປະຈຸບັນ, ເຫ້ວ ບໍ່ພຽງແຕ່ມີຊື່ສຽງໂດ່ງດັງເປັນດິນແດນທີ່ມີທິວທັດທຳມະຊາດທີ່ງົດງາມເທົ່ານັ້ນ, ແຕ່ຍັງເປັນເມືອງເກົ່າແຫ່ງດຽວຂອງ ຫວຽດນາມ ທີ່ຍັງຮັກສາໄດ້ບັນດາສະຖາປັດຕະຍະກຳທັງໝົດຂອງ ປູຊະນີຍະສະຖານ, ວັງ, ສຸສານ, ວັດວາອາຮາມ ແລະ ຫໍບູຊາຕ່າງໆ. ໂດຍສະເພາະແມ່ນວັດຖຸບູຮານທີ່ຫາຍາກ ແລະ ມີຄ່າຈາກອະດີດ. ພິເສດ, ເຫ້ວ ແມ່ນທ້ອງຖິ່ນດຽວຂອງປະເທດທີ່ມີ 7 ມໍລະດົກທີ່ໄດ້ຮັບການຍົກອອກຈາກ UNESCO ເປັນມໍລະດົກໂລກ ແລະ ມໍລະດົກພາກພື້ນ, ໃນນັ້ນ 5 ແຫ່ງແມ່ນຂອງ ເຫວ້ ແລະ 2 ແຫ່ງແມ່ນຮ່ວມກັບທ້ອງຖິ່ນຕ່າງໆ. ສະນັ້ນ, ມັນບໍ່ແມ່ນເລື່ອງບັງເອີນທີ່ນັກຄົ້ນຄວ້າດ້ານວັດທະນະທຳ ເຫ້ວຫຼາຍຄົນໃຫ້ຄຳເຫັນວ່າ ເຫ້ວ ແມ່ນບົດປະພັນທີ່ມີປະສິດທິຜົນກ່ຽວກັບສະຖາປັດຕະຍະກຳຕົວເມືອງ, ຮັກສາຊັບສົມບັດອັນລ້ຳຄ່າ, ເປັນຫໍພິພິທະພັນທີ່ແປກປະຫຼາດຂອງວັດທະນະທຳທາງວັດຖຸຸ ແລະ ຈິດໃຈ ຂອງ ຫວຽດນາມ.
ມໍລະດົກວັດທະນະທຳອັນໃຫຍ່ຫຼວງນັ້ນແມ່ນ ຊັບສິນອັນລ້ຳຄ່າທີ່ບັນພະບຸລຸດໄດ້ປະໄວ້ໃຫ້ ເຫ້ວ. ເປັນແຫຼ່ງຊັບພະຍາກອນອັນລ້ຳຄ່າທີ່ເມືອງທຸລະຄົມຂຸດຄົ້ນເພື່ອພັດທະນາເສດຖະກິດ ແລະ ການທ່ອງທ່ຽວ; ແມ່ນພື້ນຖານ ແລະ ຊຸກຍູ້ໃຫ້ທ້ອງຖິ່ນກໍ່ສ້າງ ແລະ ພັດທະນາເປັນຕົວເມືອງມໍລະດົກ ແລະ ນະຄອນຂຶ້ນກັບສູນກາງ ບົນພື້ນຖານອະນຸລັກຮັກສາ ແລະ ເຊີດຊູຄຸນຄ່າມໍລະດົກເມືອງເກົ່າ ແລະ ເອກະລັກວັດທະນະທຳ ເຫ້ວ.
ນະຄອນງານບຸນທີ່ເປັນເອກະລັກຂອງ ອາຊີ
ຈຸດພົ້ນເດັ່ນຂອງເມືອງ ເຫ້ວ ໃນການເຊີດຊູບັນດາທ່າໄດ້ປຽບຂອງມໍລະດົກ ແລະ ວັດທະນະທຳ ເພື່ອພັດທະນາເສດຖະກິດ, ການທ່ອງທ່ຽວ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ໂຄສະນາພາບພົດຂອງທ້ອງຖິ່ນໃຫ້ແກ່ໂລກ ແມ່ນການກໍ່ສ້າງ ແລະ ຈັດຕັ້ງງານບຸນ ເຫ້ວ ປະສົບຜົນສຳເລັດ. ນັບແຕ່ການຈັດຕັ້ງຄັ້ງທຳອິດໃນປີ 1992, ເຖິງປະຈຸບັນ Festival ເຫ້ວ ໄດ້ຜ່ານ 11 ລະດູການ, ໄດ້ສ້າງຄວາມປະທັບໃຈທີ່ສຸດກັບບັນດາການເຄື່ອນໄຫວວັດທະນະທຳ, ສິລະປະລະດັບສາກົນ.
Festival ເຫ້ວ ແມ່ນລາຍການສິລະປະທີ່ໃຫຍ່ຫຼວງ, ໄດ້ຮັບການຜັນຂະຫຍາຍຢ່າງລະອຽດລະອໍ, ເປັນອາຊີບ ແລະ ເປັນມູນເຊື້ອ, ໄດ້ດຳເນີນໃນໄລຍະເວລາເກືອບເຄິ່ງເດືອນໃນຊຸມປີມໍ່ໆມານີ້, ແລະ ບັນດາເຫດການໄດ້ຮັບການຈັດຂຶ້ນຢ່າງບໍ່ຢຸດຢັ້ງຢູ່ຫຼາຍແຫ່ງໃນທົ່ວນະຄອນ ເຫ້ວ ແລະ ເຂດອ້ອມຂ້າງ. ນອກຈາກບັນດາລາຍການທີ່ສະແດງໃຫ້ເຫັນສັນຍາລັກພະລາຊະວັງ, ວັດທະນະທຳພື້ນເມືອງຂອງເມືອງ ເຫ້ວ ເຊັ່ນ: ຍາມກາງຄືນ, ງານລາຕີ, ພິທີແຫ່ຂະບວນ, ງານບຸນ ອ໋າວຢ່າຍ... Festival ເຫ້ວ ຍັງມີຫຼາຍກິດຈະກຳ, ລາຍການສະແດງສິລະປະໃໝ່, ຖືລົມຫາຍໃຈແຫ່ງຍຸກສະໃໝໂດຍຄະນະສິລະປະທີ່ມີຊື່ສຽງຈາກຫຼາຍປະເທດເຊັ່ນ: ປະເທດ ຝຣັ່ງ, ອັງກິດ, ອິນເດຍ, ແບນຊິກ, ກຳປູເຈຍ, ເດນມາກ, ສ. ເກົາຫຼີ, ອາເມລິກາ, ອິດສະຣາແອນ, ອີຕາລີ, ລາວ, ມົງໂກເລຍ, ເມັກຊິໂກ, ຣັດເຊຍ, ຍີ່ປຸ່ນ, ໄທ, ສະເປນ, ຕວກກີ, ສະວິດເຊີແລນ, ຈີນ, ອົດສະຕາລີ ...
ປະຊາຊົນ ແລະ ນັກທ່ອງທ່ຽວນັບໝື່ນຄົນເດີນຕາມຖະໜົນຫົນທາງ ເພື່ອຊົມບັນຍາກາດງານບຸນ Festival ເຫ້ວ ລະດູຮ້ອນ 2022. ພາບ: ກົງດາດ/VNP
ນັບແຕ່ນັ້ນມາ, Festival ເຫ້ວ ໄດ້ຮັບການປ່ຽນໃໝ່ຢ່າງບໍ່ຢຸດຢັ້ງ, ແຕ່ລະໄລຍະໄດ້ດຶງດູດນັກສະແດງນັບພັນຄົນ ແລະ ຄະນະສິລະປະສາກົນນັບໝື່ນຄົນມາສະແດງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານວັດທະນະທຳ, ສິລະປະທີ່ນັບມື້ນັບເພີ່ມຂຶ້ນຂອງປະຊາຊົນ ແລະ ນັກທ່ອງທ່ຽວນັບພັນເທື່ອຄົນ, ພ້ອມທັງປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈສາມັກຄີ ແລະ ການແລກປ່ຽນລະຫວ່າງບັນດາປະເທດ.
ເປັນການສະແດງໃຫ້ເຫັນວ່າ, ເມື່ອກ່ອນ, ແຕ່ລະວັນບຸນເຫ້ວລ້ວນແຕ່ໄດ້ຈັດຕັ້ງໃນໄລຍະເວລາໃດໜຶ່ງຂອງປີ, ແຕ່ປີ 2022 Festival ເຫ້ວ ຈະໄດ້ຮັບການປ່ຽນໃໝ່ໃນຮູບແບບຂອງວັນບຸນ 4 ລະດູການ. ແຕ່ລະລະດູຂອງປີ, ຈະມີງານບຸນທີ່ມີລັກສະນະ ແລະ ສີສັນແຕກຕ່າງກັນ, ແທດເໝາະກັບສະພາບດິນຟ້າອາກາດ, ວັດທະນະທຳ, ຮີດຄອງປະເພນີ, ນິໄສ ແລະ ການດຳລົງຊີວິດຂອງເມືອງ ເຫ້ວ. ສະນັ້ນ, Festival ເຫ້ວ ຈະດຳເນີນໄປຢ່າງບໍ່ຢຸດຢັ້ງຕະຫຼອດປີ, ດັ່ງນັ້ນນັກທ່ອງທ່ຽວສາມາດເລືອກເຟັ້ນເວລາ ແລະ ເນື້ອໃນຂອງງານບຸນທີ່ເໝາະສົມເພື່ອມາສຳຫຼວດ ແລະ ສຳຜັດ.
ທ່ານ Meynardo Los Banos Montealegre, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຟີລິບປິນ ປະຈຳ ຫວຽດນາມ, ບໍ່ອາດປິດບັງຄວາມຮູ້ສຶກຂອງຕົນວ່າ: “ເປັນການດີທີ່ Festival ເຫວ້ ໄດ້ຈັດຂຶ້ນອີກເທື່ອໜຶ່ງ ແລະ ພວກຂ້າພະເຈົ້າຂອບໃຈທີ່ໄດ້ຮັບເຊີນເຂົ້າຮ່ວມລາຍການນີ້. .” ແລະ ທ່ານ Andrey Borodenko, ຮອງຫົວໜ້າສູນວິທະຍາສາດ ແລະ ວັດທະນະທຳ ຣັດເຊຍ ປະຈຳ ຮ່າໂນ້ຍ, ໃຫ້ຮູ້ວ່າ: “ເຖິງວ່າສະພາບການເດີນທາງລະຫວ່າງບັນດາປະເທດຍັງຫຍຸ້ງຍາກຍ້ອນຜົນກະທົບຈາກໂລກລະບາດ, ແຕ່ Festival ເຫ້ວ ຄັ້ງນີ້ ໄດ້ເຊີນຄະນະສິລະປະສາກົນຫຼາຍຄະນະມາສະແດງ, ລວມທັງສະຫະພັນ ຣັດເຊຍ. ພວກຂ້າພະເຈົ້າຫວັງວ່າ ນັກທ່ອງທ່ຽວຈະມີຄວາມສຸກ”.
ທ່ານ ຟານແທງຫາຍ, ຫົວໜ້າພະແນກວັດທະນະທຳ ແລະ ກິລາ ແຂວງ ເທື່ອທຽນເຫ້ວ ໃຫ້ຮູ້ວ່າ: Festival ເຫ້ວ ແມ່ນບຸນວັດທະນະທຳທີ່ຈຳເປັນ. ຄວາມເຂັ້ມແຂງທີ່ສຸດຂອງ ເຫ້ວ ແມ່ນວັດທະນະທຳ ແລະ ມໍລະດົກ, ສະນັ້ນ ການຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງມໍລະດົກເປັນວັດຖຸໃຫ້ແກ່ງານບຸນແມ່ນຈຸດສຳຄັນທີ່ສຸດ. ສະນັ້ນ, ຫົວຂໍ້ຂອງ Festival ເຫວ້ ແມ່ນ “ມໍລະດົກວັດທະນະທຳເຊື່ອມໂຍງ ແລະ ພັດທະນາ”. ພິເສດ, ສຳລັບ Festival ເຫວ້, ບັນດາປັດໄຈສາກົນ ຍາມໃດກໍ່ມີບົດບາດສຳຄັນ. ສະນັ້ນ, ໃນໂອກາດ Festival ເຫວ້ ຄັ້ງທີ 11 ນີ້, ເຖິງວ່າ ຫາກໍ່ຜ່ານຜ່າ ກວ່າ 2 ປີແຫ່ງການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງ, ແຕ່ການເປີດປະຕູຂອງບັນດາປະເທດໃນທົ່ວໂລກບໍ່ຄືກັນ, ແຕ່ນະຄອນ ເຫ້ວ ກໍ່ນຳໃຊ້ໂອກາດດັ່ງກ່າວຢ່າງເພື່ອນຳເອົາບັນດາປັດໄຈສາກົນເຂົ້າໄປໃນງານບຸນ ເຫ້ວ ເພື່ອໃຫ້ສົມກັບຫົວຂໍ້ Festival ວັດທະນະທຳ - ໂລກ - ເຊື່ອມໂຫຍງ.
ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ, ວິທີກໍ່ສ້າງ ແລະ ພັດທະນາ ເຫ້ວ ໃຫ້ກາຍເປັນນະຄອນ Festival, ແມ່ນສູນງານບຸນຂອງພາກພື້ນ ແລະ ໂລກ ບົນພື້ນຖານກຳລັງແຮງຂອງມໍລະດົກ ແລະ ວັດທະນະທຳ ເຫ້ວ ແມ່ນທິດທາງທີ່ຍືນຍົງ ແລະ ຫຼີກລ່ຽງບໍ່ໃຫ້ນະຄອນ ເຫວ້ ຖືກລະລາຍໃນທ່າອ່ຽງໂລກາພິວັດໃນປະຈຸບັນ. ຫວັງວ່າ, ໃນໄວໆນີ້, ເຫ້ວ ຈະເພີ່ມຊື່ເຂົ້າໃນແຜນທີ່ຂອງນະຄອນ Festival ທີ່ມີຊື່ສຽງໃນໂລກເຊັ່ນ Festival Avignon ຂອງ ຝຣັ່ງ, Festival of Adelaide ຂອງ ອົດສະຕຣາລີິ, ຫຼື Festival Edingburgh ຂອງ ອັງກິດ.../.
ບົດ: VNP/ແທງຮ່ວາ - ພາບ: ແທງຮ່ວາ, ກົງດາດ - ແປໂດຍ: ຢືຟຽນ