ຂ່າວສານ

ເຫດ​ໄຟ​ໄໝ້ຄັ້ງ​ໃຫຍ່​ຢູ່ ຮົ່ງ​ກົງ (ຈີນ) ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ​ສຸດ 44 ຄົນ

ທ່ານປະທານປະເທດ ຈີນ ສິຈິ້ນຜິງ ໄດ້ຮຽກຮ້ອງໃຫ້ວົງການເຈົ້າໜ້າທີ່ທ້ອງຖິ່ນມານະພະຍາຍາມ ກູ້ຊ່ວຍຢ່າງຮອບດ້ານ ເພື່ອຫຼຸດຜ່ອນຜົນເສຍຫາຍ.
ເຫດໄຟໄໝ້ຄັ້ງໃຫຍ່ຢູ່ ຮົ່ງກົງ (ຈີນ) (ພາບ: REUTERS/Tyrone Siu)

ເຫດໄຟໄໝ້ຢ່າງຮ້າຍແຮງທີ່ເກີດຂຶ້ນຢູ່ເຂດຄອນໂດມີນຽມ Wang Fuk Court ຢູ່ຮົ່ງກົງ ໃນຕອນແລງວັນທີ 26 ພະຈິກ. ຕາມຂໍ້ມູນຈາກສະຖານີໂທລະພາບສູນກາງ ຈີນແລ້ວ, ມາຮອດຕອນເຊົ້າວັນທີ 27 ພະຈິກ ໄດ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 44 ຄົນ, ລວມມີນັກດັບເພີງທີ່ພວມປະຕິບັດໜ້າທີ່ 01 ຄົນ, ມີຜູ້ຫາຍສາບສູນນັບຮ້ອຍຄົນ ແລະ ຜູ້ເຂົ້າໂຮງໝໍ 58 ຄົນ. ໂດຍໄດ້ຮູ້ວ່າ ເຂດຄອນໂດມີນຽມ ມີຕຶກອາຄານ 8 ຕຶກດ້ວຍເຮືອນເກືອບ 2.000 ຫ້ອງ. ຕໍ່ລັກສະນະຄວາມຮ້າຍແຮງຂອງເຫດໄຟໄໝ້, ທ່ານປະທານປະເທດ ຈີນ ສິຈິ້ນຜິງ ໄດ້ຮຽກຮ້ອງໃຫ້ວົງການເຈົ້າໜ້າທີ່ທ້ອງຖິ່ນມານະພະຍາຍາມ ກູ້ຊ່ວຍຢ່າງຮອບດ້ານ ເພື່ອຫຼຸດຜ່ອນຜົນເສຍຫາຍ.


top