ຂ່າວສານ

ເຫດແຜ່ນດິນໄຫວຢູ່ ອິນໂດເນເຊຍ: ມີ 5 ຄົນເສຍຊີວິດ, ຈຳນວນຜູ້ຮັບບາດເຈັບແລະເສຍຊີວິດອາດຈະເພີ່ມຂຶ້ນ

ອົງການຄຸ້ມຄອງໄພພິບັດທຳມະຊາດແຫ່ງຊາດ ຍັງອັບເດັດຂໍ້ມູນກ່ຽວກັບການສົ່ງຜົນກະທົບຂອງເຫດແຜ່ນດິນໄຫວຢູ່ບັນດາເຂດຖືກຜົນສະທ້ອນ.
  ເຫດແຜ່ນດິນໄຫວມີຄວາມແຮງ 7,7 ຣິກເຕີ (ພາບ: VNA)  

ອົງ​ການ​ອຸ​ຕຸ​ນິ​ຍົມ ແລະ ທໍ​ລະ​ນີ​ຟີ​ຊິກ​ ອິນ​ໂດ​ເນ​ເຊຍ ໃຫ້​ຮ​ູ້​ວ່າ ເຫດ​ແຜ່ນ​ດິນ​​ໄຫວ​ມີ​ຄວາມ​ແຮງ 7,7 ຣິກ​ເຕີ ພ້ອມ​ກັບ​ແຮງສັ່ນ​ສະເທື່ອນອີກ​ຫຼາຍ​ຄັ້ງ​ໄດ້​ເກີດ​ຂຶ້ນ​ຢູ່​ເຂດ​ທະ​ເລ​ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ປະ​ເທດນີ້​ໃນ​ຕອນ​ເຊົ້າ​ວັນ​ທີ 15 ສິ​ງ​ຫາ, ແລະ ເກີດມີ​ຄື້ນ​ຟອງ​ຍັກ​ຕ່ຳ​ກວ່າ 1ມ ຢູ່​ບາງ​ເຂດ.

ທ່ານ Emanuel Melkiades Laka Lena, ຜູ້​ວ່າ​ການ​ລັດ​ທາງ​ທິດ​ຕາ​ເວັນ​ອອກ Nusa Tenggara, ໃຫ້​ຮູ້​ວ່າ ມີ 5 ຄົນ​ເສຍ​ຊີ​ວິດ​ຍ້ອນ​ເຮືອນ​ຫຼັງ​ໜຶ່ງ​ຖືກຫັກ​ພັງ​ລົງ​ໃນ​ຂະ​ນະ​ທີ່​​ພວກ​ເຂົາພວມນອນ​ຢູ່. ໃນ​ຂະ​ນະ​ນັ້ນ, ຕົວ​ເລກ​ຂອງ​ອົງ​ການ​ຫຼຸດ​ຜ່ອນ​ໄພ​ທຳ​ມະ​ຊາດ​ແຫ່ງ​ຊາດ​ໃຫ້​ຮູ້​ວ່າ ມີ​ 2 ຄົນ​ເສຍ​ຊີ​ວິດ ແລະ 4 ຄົນ​ຮັບ​ບາດ​ເຈັບ​ຕື່ມ​ອີກ. ມີ​ພົນ​ລະ​ເມືອງປະ​ມານ 2.000 ຄົນ​ໄດ້​ອົບ​ພະ​ຍົບ ແລະ ມີ​ເຮືອນ​ຢູ່ອາ​ໄສ, ສາງ​ສິນ​ຄ້າ ແລະ ​ສຳ​ນັກ​ງານ​ລັດ​ຖະ​ບານ​ຈຳ​ນວນ​ໜຶ່ງ​ຖືກ​ເປ​ເພ.

ອົງ​ການ​ຄຸ້ມ​ຄອງ​ໄພ​ພິ​ບັດ​ທຳ​ມະ​ຊາດ​ແຫ່ງ​ຊາດ ຍັງ​ອັບ​ເດັດ​ຂໍ້​ມູນ​ກ່ຽວ​ກັບ​ການ​ສົ່ງ​ຜົນ​ກະ​ທົບ​ຂອງ​ເຫດ​ແຜ່ນ​ດິນ​ໄຫວ​ຢູ່​ບັນ​ດາ​ເຂດ​ຖືກ​ຜົນ​ສະ​ທ້ອນ.


top