ຂ່າວສານ

ເຫດແຜ່ນດິນໄຫວຢູ່ ຕວກກີ ແລະ ຊີຣີ: ຈຳນວນຜູ້ເສຍຊີວິດຂຶ້ນເຖິງກ່ວາ 37.000 ຄົນ

ທ່ານປະທານາທິບໍດີ ຊີຣີ Bashar al – Assad ໄດ້ເຫັນດີອະນຸຍາດໃຫ້ ສປຊ ຂົນສົ່ງເຄື່ອງຂອງອຸປະຖຳເຖິງເຂດຕາເວັນຕົກສ່ຽງເໜືອ ຊີຣີ ໂດຍຝ່າຍຄ້ານຄວບຄຸມຜ່ານດ່ານຊາຍແດນ
  ກຳລັງກູ້ໄພກູ້ຊີບກູ້ເອົາຊີວິດຂອງຜູ້ປະສົບເຄາະຮ້າຍ (ພາບ:TTXVN)  

ໄລ່ຮອດເວລາ 14 ໂມງ (ຕາມເວລາ UTC) ຂອງວັນທີ 13 ກຸມພາ, ຈຳນວນຜູ້ເສຍຊີວິດຍ້ອນເຫດແຜ່ນດິນໄຫວຢູ່ ຕວກກີ ແລະ ຊີີຣີ ໄດ້ຂຶ້ນເຖິງກ່ວາ 37.000 ຄົນ. ຢູ່ຕວກກີ, ຄາດວ່າຜົນເສຍຫາຍຍ້ອນເຫດແຜ່ນດິນໄຫວອາດຈະຂຶ້ນເຖິງຕົວເລກກ່ວາ 84 ຕື້ USD.

ວັນທີ 13 ກຸມພາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ ຊີຣີ Bashar al – Assad ໄດ້ເຫັນດີອະນຸຍາດໃຫ້ ສປຊ ຂົນສົ່ງເຄື່ອງຂອງອຸປະຖຳເຖິງເຂດຕາເວັນຕົກສ່ຽງເໜືອ ຊີຣີ ໂດຍຝ່າຍຄ້ານຄວບຄຸມຜ່ານດ່ານຊາຍແດນ ສອງແຫ່ງເພີ່ມເຕີມຈາກ ຕວກກີ ໃນຮອບເວລາ 3 ເດືອນ. ສ່ວນຢູ່ ຕວກກີ, ວຽກງານກູ້ໄພກູ້ຊີບພວມໄດ້ດຳເນີນໄປຢ່າງຮີບດ່ວນ.

ວັນທີ 14 ກຸມພາ, ສະຖານທູດ ຫວຽດນາມ ປະຈຳ ຕວກກີ ໄດ້ຮັບພະນັກງານ, ທະຫານ ຫວຽດນາມ 76 ຄົນ ໄປເຂົ້າຮ່ວມວຽກງານກູ້ໄພກູ້ຊີບ ແລະ ຕິດຕໍ່ພົວພັນກັບອົງການປ້ອງກັນຄວາມສະຫງົບຢູ່ປະເທດປະຈຳຖິ່ນເພື່ອມີມາດຕະການຮັບປະກັນຄວາມປອດໄພໃຫ້ແກ່ຄະນະປະຕິບັດງານ ຫວຽດນາມ.


top