ໂຄງການສຸມໃສ່ກະກຽມຄວາມຮູ້, ທັກສະທີ່ຈຳເປັນເພື່ອໃຫ້ນັກສຳມະນາກອນອາດສາມາດແກ້ໄຂບັນດາກໍລະນີສຸກເສີນຢ່າງມີປະສິດທິຜົນ ກ່ອນເວລາກຳລັງການແພດສະເພາະກິດເຂົ້າເຖິງສະຖານທີ່ເກີດເຫດ.
ນັກສຳມະນາກອນປະຕິບັດສຳເລັດຊຸດຝືກອົບຮົບ (ພາບ: suckhoedoisong.vn)
ເພື່ອແນໃສ່ຍົກສູງຄວາມສາມາດໃນການຮັບມືກັບບັນດາກໍລະນີດ່ວນດ້ານການແພດສຸກເສີນ ໃຫ້ແກ່ກຳລັງປົກປັກຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້, ວັນທີ 13 ມິຖຸນາ, ໂຮງໝໍກາງສະໜາມລະດັບສອງ ເລກ 7 ຂອງ ຫວຽດນາມ ໄດ້ຈັດຊຸກຝືກອົບຮົບດ້ວຍຫົວເລື່ອງ “ທັກສະໃນການປິ່ນປົວເບື້ອງຕົ້ນໃຫ້ແກ່ກຳລັງປົກປັກຮັກສາສັນຕິພາບ UNMISS” ສະຫງວນໃຫ້ແກ່ນາຍທະຫານນັກສັງເກດການທະຫານ ສປຊ (UNMO) ຈາກ 5 ປະເທດພວມປະຕິບັດງານຢູ່ເຂດ Bentiu, ເຂດທາງທິດເໜືອ, ຄະນະປະຕິບັດງານ UNMISS.
ໂຄງການສຸມໃສ່ກະກຽມຄວາມຮູ້, ທັກສະທີ່ຈຳເປັນເພື່ອໃຫ້ນັກສຳມະນາກອນອາດສາມາດແກ້ໄຂບັນດາກໍລະນີສຸກເສີນຢ່າງມີປະສິດທິຜົນ ກ່ອນເວລາກຳລັງການແພດສະເພາະກິດເຂົ້າເຖິງສະຖານທີ່ເກີດເຫດ. ກ່າວຄຳເຫັນພາຍຫຼັງຊຸດຝືກອົບຮົບ, ທ່ານ ຮ້ອຍເອກ ຫົວໜ້າກຸ່ມ UNMO, ໃຫ້ຮູ້ວ່າ:
ໂດຍຕາງໜ້າໃຫ້ແກ່ກຳລັງຢູ່ພາກພື້ນ Bentiu, ຂ້າພະເຈົ້າຂໍຂອບໃຈໂຮງໝໍກາງສະໜາມລະດັບສອງ ຫວຽ,ນາມ ຍ້ອນໂຄງການຝືກອົບຮົບນີ້. ນີ້ແມ່ນໂຄງການຝືກອົບຮົບທີ່ສຳຄັນທີ່ສຸດສຳລັບພວກຂ້າພະເຈົ້າ, ບັນດານາຍທະຫານສັງເກດການດ້ານການທະຫານ. ເມື່ອປະຕິບັດໜ້າທີ່ຢູ່ນອກຖານທີ່ໝັ້ນ, ໃນບໍ່ວ່າກໍລະນີໃດ ກໍ່ອາດສາມາດເກີດຂຶ້ນ ແລະ ຂະນະນັ້ນ ພວກເຮົາ ອາດສາມາດນຳໃຊ້ທັກສະປິ່ນປົວເບື້ອງຕົ້ນ, ວິວັດການກູ້ຊ່ວຍ ແລະ ນຳສົ່ງຜູ້ເຮັບບາດເຈັບ (CASEVAC), ກໍ່ຄືບັນດາເນື້ອໃນທີ່ກ່ຽວຂ້ອງເຖິງການຂົນສົ່ງແບບສຸກເສີນ.