ຫວຽດນາມ ສັງກາດໃໝ່

ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ພາຍ​ໃນ​ຂອງວັດ​ທະ​ນະ​ທຳ ຫວຽດ​ນາມ

 ເອກະສານກອງປະຊຸມໃຫ່ຍຄັງທີ 14 ຂອງພັກກອມມູນິດ ຫວຽດນາມ ໄດ້ຢັ້ງຢືນຄວາມຕັດສິນໃຈດ້ານການເມືອງສູງຂອງພັກ ໃນການຈັດວັດທະນະທຳ ແລະ ມະນຸດເຂົ້າໃນທີ່ຕັ້ງໃຈກາງຂອງຍຸດທະສາດພັດທະນາປະເທດຊາດ. ກ່ອນໜ້ານັ້ນ, ມະຕິເລກທີ 80 ( 80-NQ/TW) ກ່ຽວກັບການພັດທະນາວັດທະນະທຳ ຫວຽດນາມ ໂດຍກົມການເມືອງປະກາດໃຊ້ (ວັນທີ 7 ມັງກອນ ປີ 2026) ກໍ່ໄດ້ກຳນົດວັດທະນະທຳຢູ່ທີ່ຕັ້ງໃຈກາງ, ທັງແມ່ນພື້ນຖານດ້ານຈິດໃຈຂອງສັງຄົມ, ທັງແມ່ນແຫຼ່ງກຳລັງພາຍໃນສຳຄັນ, ແມ່ນກຳລັງໜູນ ແລະ ລະບົບດັດສົມໃຫ້ແກ່ການພັດທະນາປະເທດຊາດຢ່າງວ່ອງໄວ ແລະ ຍືນຍົງ.
ສະແດງຂັບເສິມຢູ່ງານບຸນວັນທະນະທຳໂລກຄັ້ງທີ 1 (ພາບ: ເລະຈີ)

ການຈັດວັດທະນະທຳເຂົ້າໃນທີ່ຕັ້ງໃຈກາງຂອງຍຸດທະສາດພັດທະນາປະເທດຊາດບໍ່ພຽງແຕ່ແມ່ນການສືບທອດທັດສະນຂອງພັກຢ່າງສະເໝີຕົ້ນສະເໝີປາຍ ຜ່ານບັນດາໄລຍະເທົ່ານັ້ນ, ຫາກຍັງແມ່ນບາດກ້າວພັດທະນາໃໝ່ໃນຈິນຕະນາການຍຸດທະສາດ, ເລີ່ມຈາກຄວາມຮຽກຮ້ອງພັດທະນາປະເທດຊາດໃນສະພາບການໃໝ່ຢ່າງໄວວາ ແລະ ຍືນຍົງອີກດ້ວຍ.

ທ່ານ ຫງວຽນວັນຮຸ່ງ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ (ພາບ: VOV)

ບາດກ້າວພັດທະນາໃໝ່ໃນຈິນຕະການການຍຸດທະສາດ  

  ໃນເອກະສານສະບັບຕ່າງໆ, ຈິນຕະນາການກ່ຽວກັບການພັດທະນາວັດທະນະທຳສືບຕໍ່ໄດ້ຮັບການຍົກລະດັບ. ວັດທະນະທຳບໍ່ພຽງແຕ່ແມ່ນພື້ນຖານດ້ານຈິດໃຈຂອງສັງຄົມເທົ່ານັ້ນ, ຫາກຍັງໄດ້ກຳນົດຄືດັ່ງ “ລະບົບດັດສົມ” ສຳຄັນອີກດ້ວຍ, ປະກອບສ່ວນກຳນົດທິດການກະທຳ, ດຸ່ນດ່ຽງຜົນປະໂຫຍດ, ກົມກຽວບັນດາການພົວພັນໃນວິວັດການພັດທະນາແບບຍືນຍົງ. ວັດທະນະທຳຕ້ອງມີໜ້າໃນທຸກຂົງເຂດ, ຈາກການວາງແຜນນະໂຍບາຍ ຕະຫຼອດຮອດການປະຕິບັດ, ຈາກຊີວິດຕົວຈິງຮອດສະພາບແວດລ້ອມດີຈີຕອນ.

Festival Hue (ພາບ: VOV)

ໜ້າທີ່ອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳຂອງຊາດໃນວິວັດການເຊື່ອມໂຍງເຂົ້າກັບສາກົນ; ຮັກສາ ແລະ ແຜ່ກະຈາຍບັນດາຄຸນຄ່າທີ່ເປັນມູນເຊື້ອອັນດີງາມ, ມໍລະດົກວັດທະນະທຳ, ພາສາ ຫວຽດ, ຮີດຄອງປະເພນີ, ພ້ອມທັງເປັນເຈົ້າການຮັບສິ່ງຍອດຍິ່ງວັດທະນະທຳຂອງມວນມະນຸດເພື່ອເພີ່ມທະວີສີສັນວັດທະນະທຳຊາດ, ຍົກສູງກຳລັງແຮງດຶງດູດດ້ານວັດທະນະທຳ ແລະ ພາບພົດຂອງ ຫວຽດນາມ ບົນເວທີສາກົນ… ກໍ່ໄດ້ເຕື້ອງເຖິງ. ກ່າວຄຳເຫັນທີ່ກອງປະຊຸມໃຫ່ຍຄັງທີ 14 ຂອງພັກກອມມູນິດ ຫວຽດນາມ, ທ່ານ ຫງວຽນວັນຮຸ່ງ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຢືນຢັນວ່າ:

ໃນສະພາບການແກ້ງແຍ້ງຮອບດ້ານກ່ຽວກັບພູມປັນຍາ, ວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກຳ ແລະ ບັນດາຄຸນຄ່າວັດທະນະທຳ, ການເສີມຂະຫຍາຍປະສິດທິຜົນກຳລັງແຮງວັດທະນະທຳ ແລະ ມະນຸດ ກາຍເປັນເງື່ອນໄຂຕັດສິນເພື່ອໃຫ້ປະເທດຊາດກຳແໜ້ນທ່າໄດ້ປຽບການພັດທະນາໃນໄລຍະຍາວນານ. ບົນພື້ນຖານນັ້ນ, ກໍ່ຕ້ອງສ້າງຄົນ ຫວຽດນາມ ໃນໄລຍະໃໝ່ໃຫ້ພັດທະນາຢ່າງຮອບດ້ານກ່ຽວກັບອຸດົມການ, ຄຸນນະທາດ, ພູມປັນຍາ, ຄຸນສົມບັດ, ແບບແຜນການດຳລົງຊີວິດ ແລະ ກຳລັງຄວາມສາມາດປະດິດຄິດສ້າງ, ພັດທະນາວັດທະນະທຳຄົບຊຸດ, ກົມກຽວກັບເສດຖະກິດ, ການເມືອງ, ສັງຄົມ.

ຜັນຂະຫຍາຍຫຼາຍການກຳນົດທິດ ແລະ ມາດຕະການຍຸດທະສາດຢ່າງຄົບຊຸດ

ເພື່ອຫັນຄວາມຄາດຫວັງພັດທະນາປະເທດວັດທະນາຖາວອນ ແລະ ຜາສຸກໃຫ້ປະກົດຜົນເປັນຈິງ ແລະ ຍົກສູງທີ່ຕັ້ງບົດບາດຂອງປະເທດຊາດນັ້ນ, ຫວຽດນາມຕ້ອງຜັນຂະຫຍາຍຫຼາຍການກຳນົດທິດ ແລະ ມາດຕະການຍຸດທະສາດຢ່າງຄົບຊຸດ, ມີລັກສະນະບຸກທະລຸໃນສະໄໝກອງປະຊຸມໃຫຍ່ຄັ້ງທີ 14 ແລະ ຊຸມປີຕໍ່ໄປ. ທ່ານ ຫງວຽນວັນຮຸ່ງ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຖືວ່າ:

 ການພັດທະນາອຸດສາຫະກຳວັດທະນະທຳ ແລະ ເສດຖະກິດປະດິດຄິດສ້າງຢ່າງແຮງ ຄືດັ່ງກຳລັງໜູນການເຕີບໂຕໃໝ່ ແລະ ເສົາຄ້ຳກຳລັງແຮງດຶງດູດດ້ານວັດທະນະທຳແຫ່ງຊາດ; ຊຸກຍູ້ການຮ່ວມສຳພັນລະຫວ່າງ ລັດ-ວິສາຫະກິດ-ປະຊາຄົມປະດິດຄິດສ້າງ-ຕະຫຼາດ-ເຕັກໂນໂລຊີດີຈີຕອນ ເພື່ອກຳນົດເຄື່ອງໝາຍວັດທະນະທຳ ຫວຽດນາມ ໃນແຜນທີ່ປະດິດຄິດສ້າງທົ່ວໂລກ.

 ສ່ວນບັນດາທ້ອງຖິ່ນຂອງ ຫວຽດນາມ ກໍ່ໄດ້ເປັນເຈົ້າການຂຸດຄົ້ນແຫຼ່ງກຳລັງວັດທະນະທຳເພື່ອພັດທະນາ. ທ່ານ ຫງວຽນຈີຕ່າຍ ຮອງເລຂາຄະນະພັກນະຄອນ ເຫ້ວ ໃຫ້ຮູ້ວ່າ:

 ນະຄອນ ເຫ້ວ ຈະສຸມໃສ່ລົງທຶນສ້າງນະຄອນກາຍເປັນຈຸດນັດພົບວັດທະນະທຳທ່ອງທ່ຽວອັນດັບໜຶ່ງຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຜ່ານການຍົກສູງຄຸນນະພາບການບໍລິການການທ່ອງທ່ຽວ, ສ້າງບັນດາຜະລິດຕະພັນທ່ອງທ່ຽວໃໝ່, ພັດທະນາອຸດສາຫະກຳວັດທະນະທຳ ແລະ ເສດຖະກິດປະດິດຄິດສ້າງຢ່າງແຮງ, ສ້າງບັນດາພື້ນທີ່ປະດິດຄິດສ້າງ, ສູນສະແດງສິລະປະ, ຫໍພິພິຕະພັນດີຈີຕອນ, ຫໍສະໝຸດເປີດ, ສົ່ງເສີມວິສາຫະກິດ, ອົງການຈັດຕັ້ງ ແລະ ສ່ວນບຸກຄົນເຂົ້າຮ່ວມປະດິດສ້າງຜະລິດຕະພັນວັດທະນະທຳທີ່ມີຄຸນຄ່າສູງ, ປະກອບສ່ວນສ້າງວຽກເຮັດງານທຳ, ພັດທະນາເສດຖະກິດ ໄປຄຽງຄູ່ກັບການຮັກສາສີສັນວັດທະນະທຳ.   

ວັດທະນະທຳ ຫວຽດນາມ ພວມຢືນຢູ່ຕໍ່ໜ້າໂອກາດໃຫຍ່ຫຼວງເພື່ອບຸກທະລຸ, ຢັ້ງຢືນທີ່ຕັ້ງສຳຄັນໃນການພັດທະນາຂອງປະເທດຊາດ. ເມື່ອວັດທະນະທຳກາຍເປັນແຫຼ່ງກຳລັງແຮງພາຍໃນຢ່າງແທ້ຈິງ, ກຳລັງແຮງດຶງດູດດ້ານວັດທະນະທຳ ຫວຽດນາມ ຈະປະກອບສ່ວນປັບປຸງກຳລັງພາຍໃນປະເທດຊາດ ກໍ່ຄືສ້າງຂີດໝາຍສະເພາະຂອງ ຫວຽດນາມ ໃນແຜນທີ່ວັດທະນະທຳໂລກ./. 


top