ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ສະເໜີໃຫ້ທັງສອງຝ່າຍສືບຕໍ່ເສີມຂະຫຍາຍກົນໄກການຮ່ວມມືລະຫວ່າງແຂວງ ກວາງຕຸ້ງ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຫວຽດນາມ ໃຫ້ມີປະສິດທິຜົນ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ພົບປະກັບ ທ່ານ ຮວ່າງຄຸນໝິງ, ເລຂາຄະນະພັກແຂວງ ກວາງຕຸ້ງ (ພາບ: VNA)
ຕອນຄ່ຳວັນທີ 17 ພະຈິກ, ຢູ່ນະຄອນ ເຊີນເຈີ້ນ, ແຂວງ ກວາງຕຸ້ງ, ເນື່ອງໃນໂອກາດເຂົ້າຮ່ວມສັບປະດາສຸດຍອດ APEC 2026 ແລະ ເຮັດວຽກຢູ່ ຈີນ, ທ່ານ ໂຕນເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ພົບປະກັບ ທ່ານ ຮວ່າງຄຸນໝິງ, ເລຂາຄະນະພັກແຂວງ ກວາງຕຸ້ງ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ສະເໜີໃຫ້ທັງສອງຝ່າຍສືບຕໍ່ເສີມຂະຫຍາຍກົນໄກການຮ່ວມມືລະຫວ່າງແຂວງ ກວາງຕຸ້ງ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຫວຽດນາມ ໃຫ້ມີປະສິດທິຜົນ; ຊຸກຍູ້ການເຊື່ອມຕໍ່ລະຫວ່າງເຂດອ່າວໃຫຍ່ ກວາງຕຸ້ງ - ຮົ່ງກົງ - ມາເກົາ ກັບບັນດາແຂວງ, ນະຄອນຂອງ ຫວຽດນາມ; ນຳເຂົ້າບັນດາຜະລິດຕະພັນທີ່ມີທ່າແຮງຂອງ ຫວຽດນາມ ໃຫ້ຫຼາຍຂຶ້ນ; ຍູ້ແຮງການເຊື່ອມຕໍ່ logistics... ທ່ານປາດຖະໜາວ່າ ສອງຝ່າຍຈະຜັນຂະຫຍາຍປີຮ່ວມມືດ້ານການທ່ອງທ່ຽວ ຫວຽດນາມ-ຈີນ ໃຫ້ມີປະສິດທິຜົນ, ຕິດພັນກັບການຂຸດຄົ້ນບັນດາເຂດປູຊະນີຍະສະຖານປະຫວັດສາດທີ່ຕິດພັນກັບ ປະທານ ໂຮ່ຈິມິນ ແລະ ປະຫວັດສາດການປະຕິວັດຂອງທັງສອງປະເທດຢູ່ແຂວງ ກວາງຕຸ້ງ.
ສ່ວນທ່ານ ຮວ່າງຄຸນໝິງ, ເລຂາຄະນະພັກແຂວງ ກວາງຕຸ້ງ ຢືນຢັນວ່າ ແຂວງ ກວາງຕຸ້ງ ພ້ອມແລ້ວທີ່ຈະແບ່ງປັນຜົນງານໃນການພັດທະນາ, ສົ່ງເສີມວິສາຫະກິດໃຫຍ່, ເຕັກໂນໂລຢີສູງລົງທຶນເຂົ້າ ຫວຽດນາມ, ເປີດກວ້າງການການນຳເຂົ້າຜະລິດຕະພັນກະເສດ ແລະ ໝາກໄມ້ຂອງ ຫວຽດນາມ.