ຂ່າວສານ

ເສີມຂະຫຍາຍຂໍ້ລິເລີ່ມຂອງວົງການນັກວິສະວະກອນ ອາຊຽນ ໃນການກໍ່ສ້າງປະຊາຄົມຍືນຍົງ

      ກອງປະຊຸມສະຫະພັນບັນດາອົງການວິສະວະກອນ ອາຊຽນ - CAFEO 38 ດ້ວຍຫົວຂໍ້ ເສີມຂະຫຍາຍຂໍ້ລິເລີ່ມ ແລະ ການກະທຳຂອງ ສະຫະພັນນັກວິສະວະກອນ ອາຊຽນ ໃນການສ້າງປະຊາຄົມ ອາຊຽນ ຍືນຍົງ ແລະ ວັດທະນາຖາວອນຖືກໄຂຂຶ້ນໃນຕອນເຊົ້າວັນທີ 25 ພະຈິກ ຢູ່ຮ່າໂນ້ຍ.

ນັກວິສະວະກອນ ມີການປະກອບສ່ວນຫຼາຍຢ່າງຕໍ່ການພັດທະນາຂອງ ອາຊຽນ (ພາບ: VGP) 
      ກອງປະຊຸມແນໃສ່ປັບປຸງບົດບາດແກ່ນສານຂອງບັນດານັກວິສະວະກອນ ອາຊຽນ ໃນການປະຕິບັດເປົ້າໝາຍພັດທະນາແບບຍືນຍົງ; ລິເລີ່ມບັນດາໂຄງການຮ່ວມມືດ້ານເຕັກນິກທີ່ມີຄຸນນະພາບສູງ, ຊຸກຍູ້ການນຳໃຊ້ເຕັກໂນໂລຢີ, ເຕັກນິກດີຈີຕອນ ເພື່ອສ້າງປະຊາຄົມ ອາຊຽນ ໃຫ້ມີການເຊື່ອມຕໍ່ຢ່າງຍຸຕິທຳ ແລະ ວັດທະນາຖາວອນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ຢັ້ງຢືນບົດບາດສຳຄັນຂອງນັກວິສະວະກອນ, ນັກເຕັກນິກລຸ້ນຕ່າງໆໃນ ອາຊຽນ ວ່າ:
            “ປີ 2015 ເມື່ອປະຊາຄົມຂອງພວກເຮົາໄດ້ຮັບການສ້າງຕັ້ງ, ພາກພື້ນຂອງພວກເຮົາໄດ້ກ້າວໄປສູ່ສະພາບການໃໝ່. ອາຊຽນ ສືບຕໍ່ໄດ້ຮັບຄວາມຫວັງວ່າ ແມ່ນພາກພື້ນທີ່ເຕັມໄປດ້ວຍພະລັງຊີວິດ, ມີກຳລັງໜູນພັດທະນາກ່ຽວກັບເສດຖະກິດ ເພື່ອຊຸກຍູ້ການຈໍລະຈອນສິນຄ້າ, ການບໍລິການ, ຊັບພະຍາກອນມະນຸດ, ເງິນລົງທຶນ, ບໍ່ພຽງແຕ່ໃນພາກພື້ນເທົ່ານັ້ນ ຫາກນັບທັງລະຫວ່າງພາກພື້ນ ກັບ ໂລກອີກດ້ວຍ. ຫົວຂໍ້ຂອງກອງປະຊຸມນີ້ ໄດ້ສະແດງໃຫ້ເຫັນຄວາມຮັບຮູ້ ແລະ ຄວາມຮັບຜິດຊອບຂອງວົງການນັກວິສະວະກອນ ອາຊຽນ ໄດ້ຢ່າງເລິກເຊິ່ງ”.

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ (ພາບ: VGP)
      ທ່ານຮອງນາຍົກລັດຖະມົນຕີ ກໍຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຢັ້ງຢືນສືບຕໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດານັກວິສະວະກອນ ຫວຽດນາມ ແລະ ອາຊຽນ ສືບຕໍ່ພັດທະນາ ເພື່ອເຂົ້າຮ່ວມໃນບັນດາໂຄງການຮ່ວມມື, ຂໍ້ລິເລີ່ມຕ່າງໆ ຂອງສະຫະພັນນັກວິສະວະກອນ ອາຊຽນ, ຂອງແຕ່ລະປະເທດ ເພື່ອພາກພື້ນ ອາຊຽນ ສັນຕິພາບ, ຮ່ວມມື ແລະ ວັດທະນາຖາວອນ.
 (ແຫຼ່ງຄັດຈາກ VOV)


top