ຂ່າວສານ

ເສັ້ນລ້ອນ ມັນສາຄູ ບັກກ້ານ ຖືກລະບຸໄວ້ໃນເວທີການຄ້າ ເອເລັກໂຕຣນິກ ຂອງ alibaba

ຍ້ອນດິນຟ້າອາກາດທີ່ເອື້ອອໍານວຍ, ແນວພັນ ມັນສາຄູ (ວັດຖຸດິບໃນການເຮັດເສັ້ນລ້ອນ) ທີ່ປູກຢູ່ແຂວງ ບັກກ້ານ ເຕີບໂຕ ໄດ້ດີ, ທັງໄດ້ຜັນຂະຫຍາຍຈາກນະໂຍບາຍບຸລິມະສິດ ຂອງແຂວງ ໃນການຊ່ວຍພັດທະນາ, ຜະລິດຕະພັນເສັ້ນລ້ອນ ມັນສາຄູ ບັກກ້ານ ໄດ້ຮັບການຈຳໜ່າຍຢ່າງກວ້າງຂວາງ ຢູ່ຕະຫຼາດພາຍໃນ ແລະ ສົ່ງອອກໄປຍັງ ເອີຣົບ.

ຍ້ອນດິນຟ້າອາກາດທີ່ເອື້ອອໍານວຍ, ແນວພັນ ມັນສາຄູ (ວັດຖຸດິບໃນການເຮັດເສັ້ນລ້ອນ) ທີ່ປູກຢູ່ແຂວງ ບັກກ້ານ ເຕີບໂຕ ໄດ້ດີ, ທັງໄດ້ຜັນຂະຫຍາຍຈາກນະໂຍບາຍບຸລິມະສິດ ຂອງແຂວງ ໃນການຊ່ວຍພັດທະນາ, ຜະລິດຕະພັນເສັ້ນລ້ອນ ມັນສາຄູ ບັກກ້ານ ໄດ້ຮັບການຈຳໜ່າຍຢ່າງກວ້າງຂວາງ ຢູ່ຕະຫຼາດພາຍໃນ ແລະ ສົ່ງອອກໄປຍັງ ເອີຣົບ.

  ມັນສາຄູ ໄດ້ຊາວເມືອງ ບັກກ້ານ ປູກມາແຕ່ ບູຮານນະການ ຢູ່ຕາມເນີນພູ ເພື່ອເປັນວັດຖຸດິບເຮັດ ເສັ້ນລ້ອນ. ພາບ: ອານແທ່ງດາດ 

 ມັນສາຄູ ໄດ້ຊາວເມືອງ ບັກກ້ານ ປູກມາແຕ່ ບູຮານນະການ ຢູ່ຕາມເນີນພູ ເພື່ອເປັນວັດຖຸດິບເຮັດ ເສັ້ນລ້ອນ. ພາບ: ອານແທ່ງດາດ  

 

ຜູ້​ທີ່​ມີ​ສ່ວນ​ຮ່ວມ ຜູ້ທໍາອິດ ໃນ​ການ​ນຳ​ເອົາ​ການ​ປູກ ​ແລະ ປຸງ​ແຕ່ງ​ເສັ້ນ ລ້ອນ ມັນສາຄູ ​ຢູ່​ແຂວງ ບັກ​ກ້ານ ​ແມ່ນ​ອະດີດ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫງວຽນ​ຊວນ​ເກື່ອງ ​ເມື່ອ​ເພິ່ນດຳ ລົງ​ຕຳ​ແໜ່​ງ​ເປັນ​ເລຂາ​ຄະນະ​ພັກ​ແຂວງ ບັກ​ກ້ານ. ​ໃນ​ເວລາ​ນັ້ນ, ທ່ານ​ ຫງວຽນ​ຊວນ​ເກື່ອງ ເຫັນ​ໄດ້​ຄວາມ​ສາມາດ​ບົ່ມ​ຊ້ອນ ​ຂອງ ເສັ້ນລ້ອນ ມັນສາຄູ ບັກ​ກ້ານ ​ແລະ ຊີ້​ນຳ​ທຸກ​ຂັ້ນ, ສາຂາ ​ແລະ ທ້ອງ​ຖິ່ນ​ປະຕິບັດ​ຢ່າງ​ຕັ້ງໜ້າ. ນັບ​ແຕ່​ນັ້ນ​ມາ, ການ​ປູກ​ ​ແລະ ປຸງ​ແຕ່ງ​ ເສັ້ນລ້ອນ ມັນສາຄູ ຢູ່​ແຂວງ ບັກ​ກ້ານ ​ໄດ້​ມີ​ບາດກ້າວ​ທຳ​ອິດ​ໃນ​ການ​ຜະລິດ​ເປັນ​ສິນ ຄ້າ​ແບບ​ຍືນ​ຍົງ. ​ໄລຍະ 2015 - 2020, ​ແຂວງ ບັກ​ກ້ານ ​ໄດ້​ມີ​ເນື້ອ​ທີ່​ປູກມັນສາຄູ ຢ່າງ​ໝັ້ນຄົງ ​ໂດຍ​ມີ​ເປົ້າ​ໝາຍ​ສ້າງ​ຕ່ອງ​ໂສ້​ມູນ​ຄ່າ​ຜະລິດ ​ຕະພັນ​ເສັ້ນລ້ອນ ຈາກ ມັນສາຄູ ຢ່າງຄົບວົງຈອນ, ບໍ່​ປູກ​ ​ເພື່ອ​ຂາຍຫົວມັນສາຄູ ແລະ ແປ້ງ ​ໄປຍັງຕ່າງແຂວງ. 

ຢູ່​ຕາ​ແສງ ຟຸກ​ລົກ (ເມືອງ ບາ​ເບ), ມັນສາຄູ ສ່ວນຫຼາຍໄດ້​ປູກ​ ຢູ່ 5 ໝູ່ບ້ານ​ຄື: ນ່າ​ມາ, ຟຽງຈີ, ເຟຍຟ້າ, ກົກ​ມ່ວຍ, ກົກ​ຢ້ຽນ ແລະ ພວມ​ກາຍ​ເປັນ​ພືດ ທີ່ສ້າງລາຍ​ຮັບ ​ທີ່​ດີ​ມາໃຫ້​ແກ່ພໍ່ແມ່ປະຊາຊົນຢູ່ທີ່ນີ້. ໃນຊຸມປີ 2017 - 2018, ລາຄາແປ້ງ ມັນສາຄູ ເພີ່ມຂຶ້ນ, ຫຼາຍຄອບຄົວ ມີລາຍຮັບແຕ່ 400 - 500 ລ້ານດົ່ງຈາກການປູກ ມັນສາຄູ ແລະ ສາມາດຊື້ດິນເພື່ອ ຍ້າຍເຮືອນ ຈາກເຂດພູດອຍ ມາຢູ່ໃຈກາງຕາແສງ.

 

ມັນສາຄູ ຫຼັງຈາກປຸງແຕ່ງເປັນເສັ້ນລ້ອນ ຈະມີສີຂາວແກມສີເຖົາອ່ອນ, ຈືດໆ, ມີສີເຫຼືອງເລັກນ້ອຍ, ເສັ້ນລ້ອນແຫ້ງ ແລະ ແຂງ. ພາບ: ອານແທ່ງດາດ
ຂັ້ນຕອນການຕາກເສັ້ນລ້ອນ ມັນສາຄູ ຢູ່ ສະ​ຫະ​ກອນ ເສັ້ນລ້ອນ ຕ່າຍຮວານ. ພາບ: ອານແທ່ງດາດ
ຂັ້ນຕອນການຕາກເສັ້ນລ້ອນ ມັນສາຄູ ຢູ່ ສະ​ຫະ​ກອນ ເສັ້ນລ້ອນ ຕ່າຍຮວານ. ພາບ: ອານແທ່ງດາດ
  ຂະ​ບວນ​ການ​ຫຸ້ມ​ຫໍ່​ ຜະ​ລິດ​ຕະ​ພັນ ເສັ້ນລ້ອນມັນສາຄູ ຂອງ​ ສະ​ຫະ​ກອນ ເສັ້ນລ້ອນ ຕ່າຍຮວານ​. ພາບ: ອານແທ່ງດາດ   

ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ ຕາ​ແສງ ຟຸກ​ລົກ ໂນງວັນເຍືອກ ໃຫ້ຮູ້ວ່າ ເມື່ອ​ທຽບ​ໃສ່​ຕົ້ນເຂົ້າ​, ສາ​ລີ​, ໃນ​ຊຸມ​ປີ​ມໍ່ໆ​ ມາ​ນີ້, ມັນສາຄູ ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ພາບ​ດ້ານ​ເສດ​ຖະ​ກິດ ​ສູງ​ກວ່າ​ຫຼາຍ​ເທົ່າ ແລະ ກາຍ​ເປັນ​ພືດ ທີ່​ເຂັ້ມ​ແຂງ​ຂອງ​ຕາ​ແສງ. ເພາະສະນັ້ນ, ໃນປີ 2022, ທົ່ວຕາແສງ ມີເນື້ອທີ່ປູກ ມັນສາຄູ 95,7 ເຮັກຕາ, ເພີ່ມຂຶ້ນ 30 ເຮັກຕາ ເມື່ອທຽບໃສ່ປີ 2021; ປັດຈຸ​ບັນ, ທົ່ວ​ຕາ​ແສງ​ ມີ 39 ຄອບຄົວ​ທີ່​ປຸງ​ແຕ່ງ​ແປ້ງ​ ມັນສາຄູ.

ດ້ວຍທ່າແຮງ, ຄວາມໄດ້ປຽບຂອງດິນ ແລະ ເງື່ອນໄຂສະພາບອາກາດ ໃນການພັດທະນາ ມັນສາຄູ, ຄະນະກຳມະການ ປະຊາຊົນ ແຂວງ ໄດ້ເລືອກເອົາ ມັນສາຄູ ເປັນໜຶ່ງໃນບັນດາປະເພດພືດຕົ້ນຕໍ ແລະ ຜະລິດຕະພັນ ເສັ້ນລ້ອນ ມັນສາຄູ ເປັນຜະລິດຕະພັນຫຼັກ ຂອງແຂວງ. ປັດຈຸ​ບັນ, ມັນສາຄູ​ ​ໄດ້​​ປູກ​ຢູ່ 73 ຕາ​ແສງ ​ໃນ 7 ​ເມືອງ​ຂອງ​ແຂວງ​ ບັກ​ກ້ານ ດ້ວຍ​ເນື້ອ​ທີ່ 445 ​ເຮັກຕາ. ຄາດ​ວ່າ​ຮອດ​ປີ 2025, ​ແຂວງ​ ຈະ​ພະຍາຍາມ ຮັກສາ​ເນື້ອ​ທີ່​ປູກມັນສາຄູໃຫ້​ໝັ້ນ​ຄົງ​ແຕ່ 800 - 1.000 ​ເຮັກຕາ/ປີ, ​ໃຫ້​ໄດ້​ຜົນຜະລິດ 59.000 ​ໂຕນ.

ດ້ວຍເປົ້າໝາຍນັ້ນ, ແຂວງ ບັກກ້ານ ໄດ້ນຳໃຊ້ແຫຼ່ງກຳລັງ ຂອງບັນດາໂຄງການຕ່າງໆ ເພື່ອລົງທຶນ, ຊ່ວຍເຫຼືອບັນດາສະຫະກອນ, ໜ່ວຍງານຜະລິດ, ບໍລິໂພກ ເສັ້ນລ້ອນ ກວ່າ 1.000 ໂຕນ, ສ້າງລາຍຮັບນັບຮ້ອຍຕື້ດົ່ງຕໍ່ປີ. ພ້ອມ​ກັນນັ້ນ, ​ແຂວງ​ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່ ​ຊີ້​ນຳ​ການ​ສ້າງ ເຄື່ອງໝາຍການຄ້າ, ຍົກ​ສູງ​ຄຸນ​ນະພາ​ບ, ປັບປຸງ​ເຄື່ອງຫຸ້ມ​ຫໍ່, ການອອກ​ແບບ ​ແລະ ຊຸກຍູ້​ການ​ຄ້າ ​ເພື່ອ​ໃຫ້​ຜະ ລິດ​ຕະ​ພັນ​ ເສັ້ນລ້ອນ ມັນສາຄູ ​ບັກກ້ານ ​ສາມາດຢືນຢັນໄດ້ ເຄື່ອງໝາຍການຄ້າ ຢູ່ຕະຫຼາດ ນັບ​ມື້​ນັບ​ໝັ້ນຄົງ. ຮອດ​ປີ 2022, ແຂວງ​ ບັກ​ກ້ານ ມີ​ໂຮງ​ງານ​ປຸງ​ແຕ່ງ​ເສັ້ນລ້ອນ 50 ກວ່າ​ແຫ່ງ, ​ໃນ​ນັ້ນ ​ມີ​ບັນດາໂຮງງານປຸງແຕ່ງເສັ້ນລ້ອນ ມັນສາຄູ ຄົບວົງຈອນ. 

ຜ່ານ​ການ​ແລກປ່ຽນ ​ແລະ ​ເຮັດ​ວຽກ​ກັບ​ສະຖານທູດ ຫວຽດນາມ ​ແລະ ສະມາຄົມ​ຊາວ ຫວຽດນາມ ປະຈຳ ສາທາລະນະລັດ ເຊັກ​, ​ແຂວງ ບັກ​ກ້ານ ​ໄດ້​ກຳ​ແໜ້ນ​ຄວາມ​ຕ້ອງການ ​ແລະ ຄວາມ​ສາມາດ​ ຕອບ​ສະໜອງ​ຕະຫຼາດ ​ເອີ​ຣົບ. ແຂວງ​ ໄດ້​ເຫັນ​ດີ​ເລືອກ​ເອົາ​ສະຫະກອນ ຕ່າຍຮວານ, ຕາ​ແສງ ກົນ​ມິນ, ​ເມືອງ ນາ​ຣີ ​ເປັນ​ຄູ່​ຮ່ວມ​ມື​ສົ່ງ​ອອກ​ ເສັ້ນລ້ອນ ​ໄປ​ຍັງ ​ເອີ​ຣົບ ​ແລະ ​​ຊ່ວຍ​ເຫຼືອສະຫະກອນແຫ່ງ​ນີ້​ ກໍ່ສ້າງໂຮງງານ​ປຸງ​ແຕ່ງໃຫ້ສົມບູນແບບ. ແຂວງ ​ຊ່ວຍເຫຼືອ 2 ຕື້​ດົ່ງ ​ໃຫ້​ສະຫະກອນ​ ໃນ​ການ​ຈັດ​ຊື້​ເຄື່ອງ​ຈັກ, ອຸປະກອນ, ​ເຮືອນ​ອົບ​ແຫ້ງເສັ້ນລ້ອນ... ​ກຳລັງ​ປຸງ​ແຕ່ງ​ຂອງ​ໂຮງງານ ​ໄດ້​ເພີ່ມ​ຂຶ້ນ​ຈາກ 10 ​ໂຕນ/ປີ ​ເປັນ​ກວ່າ 300 ​ໂຕນ/ປີ.

ທ່ານ ຫງວຽນ​ທິຮວານ ຜູ້ອຳນວຍການ​ສະຫະກອນ ເສັ້ນລ້ອນ ມັນສາຄູ ຕ່າຍຮວານ ​ໃຫ້​ຮູ້​ວ່າ: ​ເພື່ອ​ສົ່ງ​ອອກ​ຜະລິດ​ຕະພັນ ​ເສັ້ນລ້ອນ ມັນສາຄູ ​ໄປ​ຍັງ​ຕະຫຼາດ ​ເອີ​ຣົບ, ສະຫະກອນ​ ໄດ້​ໃຊ້​ເວລາ​ກວ່າ 3 ​ເດືອນ ເພື່ອ​ຜ່ານ​ການ​ກວດກາ​ຄຸນ​ນະພາ​ບ ຢ່າງ​ເຂັ້ມ​ງວດ. ເຖິງ​ເດືອນ​ ສິງຫາ 2020, ສະຫະກອນ ​ໄດ້​ສົ່ງ​ອອກ​ເສັ້ນລ້ອນ ​ຊຸດ​ທຳ​ອິດ 5,3 ​ໂຕນ​ໄປ​ຍັງ​ ສາທາລະນະລັດ ​ເຊັກ ດ້ວຍມູນ​ຄ່າ​ການ​ສັ່ງ​ຊື້​ ​ເກືອບ 15.000 ​ໂດ​ລາສະຫະລັດ. ​ໃນ​ເດືອນ ​ພຶດສະພາ 2021, ສະຫະກອນ ​ໄດ້​ສືບ​ຕໍ່​ສົ່ງ​ອອກ​ເສັ້ນລ້ອນ ​ອີກ 10,5 ​ໂຕນ​ໄປ​ຍັງ ​ສາທາລະນະລັດ ​ເຊັກ ດ້ວຍ​ມູນ​ຄ່າ ​ການ​ສັ່ງ​ຊື້​ 29.000 ໂດລາສະຫະລັດ. ​ໃນ​ປີ 2022, ສະຫະກອນ ​ຕ່າຍຮວານ ​ໄດ້​ສົ່ງ​ອອກເສັ້ນລ້ອນ ​ເກືອບ 10 ​ໂຕນ​ໄປ​ຍັງ​ ເອີຣົບ.

ປັດ​ຈຸ​ບັນ, ເສັ້ນລ້ອນ ມັນສາຄູ ຂອງ ​ສະ​ຫະ​ກອນ ​ຕ່າຍຮວານ ​ແມ່ນ​ຜະ​ລິດ​ຕະ​ພັນ​ດຽວ​ ຂອງ​ແຂວງ​ ບັກ​ກ້ານ ​ທີ່​ໄດ້​ຮັບ​ການ​ຮັບ​ຮອງ OCOP 5 ດາວ​ແຫ່ງ​ຊາດ. ການ​ທີ່​ສະຫະກອນແຫ່ງໜຶ່ງ ຂອງຊາວ​ເຜົ່າ​ສ່ວນ​ໜ້ອຍ ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ​ ສາມາດສົ່ງອອກ​ຜະລິດ​ຕະພັນ​ໄປ​ຕະຫຼາດທ່ີເອົາໃຈຍາກເຊັ່ນ​ ເອີ​ຣົບ ໄດ້​ສ້າງ​ “ການຊຸກຍູ້” ອັນ​ໃຫຍ່​ຫຼວງ​ ໃຫ້​ແກ່​ການ​ປູກ​ ​ແລະ ປຸງ​ແຕ່ງ​ເສັ້ນລ້ອນ ມັນສາຄູ ​ຂອງ ແຂວງ ​ບັກ​ກ້ານ.


top