ເມື່ອໂລກຖືກຜົນກະທົບຢ່າງຈະແຈ້ງຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ການຊ່ວງເສັງກ່ຽວກັບມາດຕະຖານສີຂຽວນັບມື້ນັບເພີ່ມຂຶ້ນ, ຫວຽດນາມ ບໍ່ອາດຢືນຢູ່ຮອບນອກໄດ້. ນັບແຕ່ຮ່າງເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຕະຫຼອດຮອດບັນດາການວິໄຈຢູ່ເວທີປາໄສເສດຖະກິດລະດູໃບໄມ້ຫຼົ່ນປີ 2025 ທີ່ຫາກໍ່ສິ້ນສຸດຢູ່ນະຄອນ ໂຮ່ຈີມິນ, ໄດ້ຊີ້ໃຫ້ເຫັນວ່າ: ເສດຖະກິດສີຂຽວກາຍເປັນຈຸດພົ້ນເດັ່ນຂອງຈິນຕະນາການພັດທະນາແຫ່ງຊາດ. ນີ້ແມ່ນການເລືອກເຟັ້ນຍຸດທະສາດເພື່ອໃຫ້ ຫວຽດນາມ ບໍ່ຖືກຕົກຢູ່ໃນທ່າຖອຍຫຼັງ ແລະ ໄປທຽບທັນກັບບັນດາການປ່ຽນແປງທີ່ເຕັມໄປດ້ວຍກຳລັງກົດດັນໃນໂຄງສ້າງເສດຖະກິດທົ່ວໂລກ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນໃນເວທີປາໄສເສດຖະກິດລະດູໃບໄມ້ຫຼົ່ນ (ພາບ: VGP)
ເສດຖະກິດສີຂຽວ, ການຫັນເປັນສີຂຽວແມ່ນເສັ້ນທາງສ້າງກຳລັງໜູນການເຕີບໂຕໃໝ່ ແລະ ປົກປັກຮັກສາທີ່ຕັ້ງແຫ່ງຊາດໃນທົດສະວັດແກ້ງແຍ້ງໃນຂ້າງໜ້າ.
ເສດຖະກິດສີຂຽວ: ກຳລັງໜູນພັດທະນາໃໝ່
ຈຸດເດັ່ນໃນຮ່າງເອກະສານທີ່ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກແມ່ນເສດຖະກິດສີຂຽວບໍ່ພຽງແຕ່ໄດ້ເຕື້ອງເຖິງຄືດັ່ງການກຳນົດທິດເພື່ອສຶກສາຄົ້ນຄວ້າອີກແລ້ວ, ຫາກຍັງກາຍເປັນກຳລັງໜູນພັດທະນາໃໝ່, ຕິດພັນກັບບັນດາເສົາຄ້ຳຄື: ການຫັນເປັນດີຈີຕອນ - ນະວັດຕະກຳ - ຍົກສູງຄຸນນະພາບການເຕີບໂຕ. ໃນຮ່າງເອກະສານກໍໄດ້ຍົກອອກການຫັນປ່ຽນທີ່ສຳຄັນ: ເສດຖະກິດສີຂຽວ, ເສດຖະກິດໝູນວຽນ ແລະ ເສດຖະກິດພູມປັນຍາ ເຊິ່ງໄດ້ວາງອອກຄືສາມທິດທາງພັດທະນາຫຼັກແຫຼ່ງ. ເປົ້າໝາຍຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວລົງເປັນ “0” ໃນປີ 2050 ນັ້ນ ໄດ້ຫັນເປັນລະອຽດດ້ວຍບັນດາເຄື່ອງມືນະໂຍບາຍ: ພາສີກາກບອນ, ຕະຫຼາດກາກບອນ, ມາດຕະຖານສີຂຽວໃນການລົງທຶນພາກລັດ. ຄຸນນະພາບການເຕີບໂຕໄດ້ຖືເປັນສຳຄັນກວ່າປະລິມານ, ໃຫ້ບຸລິມະສິດແກ່ບັນດາຂະແໜງເຕັກໂນໂລຢີສູງ, ພະລັງງານທົດແທນ, ການຜະລິດສະອາດ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ພັກເຫັນໄດ້ເຖິງຄວາມຮຽກຮ້ອງອັນຮີບດ່ວນຢ່າງຈະແຈ້ງ: ຢາກບືນຕົວຂຶ້ນກາຍເປັນປະເທດມີລາຍຮັບສູງໃນປີ 2045 ນັ້ນ, ຫວຽດນາມ ບໍ່ສາມາດກ້າວເດີນໄປໃນເສັ້ນທາງສາຍເກົ່າໄດ້.
ເລື່ອງລາວກ່ຽວກັບເສດຖະກິດສີຂຽວ, ການຫັນເປັນດີຈີຕອນຂອງ ຫວຽດນາມ ໂດຍ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ກ່າວແຈ້ງກັບປະຊາຄົມວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດ ກໍຄືກັບບັນດາຄູ່ຮ່ວມມືສາກົນຢູ່ເວທີປາໄສເສດຖະກິດລະດູໃບໄມ້ຫຼົ່ນປີ 2025.
“ການຫັນເປັນສີຂຽວໃນສັງກາດດີຈີຕອນແມ່ນທ່າອ່ຽງທີ່ຈຳເປັນ, ແມ່ນການເລືອກເຟັ້ນຍຸດທະສາດ, ແມ່ນຄຳຮຽກຮ້ອງພາວະວີໄສ ແມ່ນບຸລິມະສິດແຖວໜ້າຂອງບັນດາປະເທດເພື່ອພັດທະນາຢ່າງວ່ອງໄວ ແລະ ຍືນຍົງ. ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາຈະຮ່ວມມືກັບບັນດາຄູ່ຮ່ວມມື, ວິສາຫະກິດຢ່າງແໜ້ນແຟ້ນ ເພື່ອພ້ອມກັນພັດທະນາ”.
ຫວຽດນາມ ພວມຖືກຳມະສິດ “ບໍ່ຄຳສີຂຽວ” ດ້ວຍຂອບຂະໜາດທີ່ຫາຍາກໃນພາກພື້ນ. ນັ້ນແມ່ນກຳລັງບົ່ມຊ້ອນຂອງພະລັງງານໄຟຟ້າແຮງລົມຢູ່ນອກຝັ່ງ ທີ່ມີກໍາລັງຕິດຕັ້ງເຖິງ 600 GW; ພະລັງງານໄຟຟ້າແສງຕາເວັັນອາດລື່ນກາຍຕົວເລກ 300 GW; ບັນດາຂະແໜງການເສດຖະກິດສີຂຽວ ສາມາດປະກອບສ່ວນແຕ່ 10 – 12% GDP ໃນປີ 2030. ເຖິງແນວນັ້ນກໍຕາມ, ປັດຈຸບັນ, ຫວຽດນາມ ຍັງບໍ່ທັນຂຸດຄົ້ນໄດ້ກຳລັງບົ່ມຊ້ອນອັນໃຫຍ່ຫຼວງນັ້ນເທື່ອ.
ບັນດາທິດທາງຍຸດທະສາດ
ການຫັນເປັນສີຂຽວຢາກປະສົບຜົນສຳເລັດຕ້ອງກາຍເປັນຍຸດທະສາດແຫ່ງຊາດທີ່ເປັນເອກະພາບ. ສິ່ງທຳອິດທີ່ ຫວຽດນາມ ກຳນົດແມ່ນຕ້ອງປັບປຸງລະບອບລະບຽບການ, ມີກອບກົດໝາຍກ່ຽວກັບເສດຖະກິດໝູນວຽນ, ຂໍ້ມູນດີຈີຕອນ, ການຫຼຸດຜ່ອນການປ່ອຍອາຍພິດກາກບອນ, ການເງິນສີຂຽວ… ໃຫ້ສົມບູນແບບ ເພື່ອໃຫ້ວິສາຫະກິດມີຄວາມອຸ່ນອຽນໃຈລົງທຶນໃນໄລຍະຍາວ.
ໄປຄຽງຄູ່ກັນນັ້ນ, ລັດ ຫວຽດນາມ ຈະສວມບົດບາດ “ເປັນນັກສະຖາປະນິກ”, ພາທາງ. ກົນໄກເປີດ, ຈະແຈ້ງ, ສົ່ງເສີມຫົວຄິດປະດິດສ້າງ ຈະແມ່ນພື້ນຖານໃຫ້ແກ່ການພັດທະນາເສດຖະກິດສີຂຽວ.
ໄປຄຽງຄູ່ກັນນັ້ນ, ພື້ນຖານໂຄງລ່າງດີຈີຕອນ ແລະ ພື້ນຖານໂຄງລ່າງສີຂຽວ ຕ້ອງໄດ້ຮັບຖືວ່າແມ່ນພາກສ່ວນທີ່ເປັນເອກະພາບ.
ມີປັດໄຈໜຶ່ງ ທີ່ມີຄວາມສຳຄັນບໍ່ໜ້ອຍ ນັ້ນແມ່ນມະນຸດ. ການຫັນເປັນດີຈີຕອນ ຫຼື ຫັນເປັນສີຂຽວ ບໍ່ພຽງແຕ່ແມ່ນເລື່ອງຂອງເຕັກໂນໂລຢີ, ຫາກຍັງແມ່ນການປ່ຽນແປງຈິນຕະນາການ. ຫວຽດນາມ ຈະບຳລຸງສ້າງລຸ້ນແຮງງານທີ່ມີຄວາມສາມາດເຮັດວຽກດ້ວຍຂໍ້ມູນ, ດ້ວຍພູມປັນຍາມະນຸດ, ແຕ່ພ້ອມດຽວກັນນັ້ນ ກໍມີຄຸນສົມບັດທາງດ້ານວິຊາຊີບ ແລະ ຄວາມຮູ້ອ້ອມຕົວ. ການພັດທະນາແບບຍືນຍົງບໍ່ໝາຍຄວາມວ່າໄປຊ້າໆ. ກົງກັນຂ້າມ, ແມ່ນວິທີໄປໄວກວ່າ ແລະ ໄກກວ່າ ເມື່ອມີພື້ນຖານທີ່ໝັ້ນຄົງ.
ໂລກພວມກຳນົດຄືນຄວາມເປັນລະບຽບຮຽບຮ້ອຍທາງດ້ານເສດຖະກິດດ້ວຍສອງມາດຕະຖານໃໝ່: ນັ້ນແມ່ນ ສີຂຽວ ແລະ ດີຈີຕອນ. ປະເທດໃດທີ່ກວມເອົາທັງ 2 “ສະໜາມຮົບ” ດັ່ງກ່າວ ຈະກາຍເປັນໃຈກາງຂອງລະບົບມູ່ນຄ່າໃໝ່”.
ຮ່າງເອກະສານທີ່ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກຄອມມູນິດ ຫວຽດນາມ ແລະ ບັນດາຂໍ້ສະເໜີແນະທີ່ເວທີປາໄສເສດຖະກິດລະດູໃບໄມ້ຫຼົ່ນປີ 2025 ໄດ້ຈອດກັນໃນທັດສະນະທີ່ວ່າ: ການຫັນເປັນສີຂຽວແມ່ນການລົງທຶນໃຫ້ແກ່ອະນາຄົດ. ຖ້າຍາດແຍ້ງໄດ້ບັນດາໂອກາດທີ່ດີນັ້ນ, ຫວຽດນາມ ອາດສາມາດກາຍເປັນສູນພະລັງງານທົດແທນ, ຮັບກະແສທຶນສີຂຽວ ແລະ ສ້າງຮູບແບບການເຕີບໂຕດ້ວຍສະມັດຕະພາບສູງ - ສະອາດ - ຍືນຍົງ. ແລະໃນທົດສະວັດທີ່ມີການຜັນແປຫຼາຍຢ່າງນີ້, ການຄັດເລືອກສີຂຽວ ບໍ່ພຽງແຕ່ເມື່ອໄປໄວກວ່າເທົ່ານັ້ນ, ຫາກຍັງເພື່ອໄປໄກກວ່າອີກດ້ວຍ ແລະສິ່ງສຳຄັນກວ່ານັ້ນ: ແມ່ນໄປຖືກທິດ./.