ຕາມບັນດາຜູ້ຊ່ຽວຊານແລ້ວ, ສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ຫວຽດນາມ ໄດ້ມີການປະຕິຮູບຫຼາຍຢ່າງ, ແຕ່ກໍຍັງບໍ່ທັນສາມາດສ້າງເງື່ອນໄຂເພື່ອໃຫ້ກຸ່ມວິສາຫະກິດພາກເອກະຊົນພັດທະນາຈົນສຸດຄວາມສາມາດຂອງຕົນເທື່ອ. ທ່ານ ເດົ້າແອງຕ້ວນ ຫົວໜ້າພະແນກລະບອບກົດໝາຍຂອງຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ຖືວ່າ :
“ວິວັດການກວດກາ ແລະ ເຮັດໃຫ້ລະບຽບການດຳເນີນທຸລະກິດເປັນງ່າຍດາຍ ແມ່ນວິວັດການຕ້ອງປະຕິບັດເປັນປະຈຳ. ຕ້ອງມີກົນໄກຄວບຄຸມຢ່າງເປັນເອກະລາດ ກ່ຽວກັບການວາງອອກເງື່ອນໄຂໃໝ່ເພື່ອດຳເນີນທຸລະກິດ, ບັນດາໜັງສືອະນຸຍາດດຳເນີນທຸລະກິດໃໝ່. ຖ້າຫາກວ່າ ບັນດາກະຊວງ, ຂະແໜງການ ຕ່າງກໍສາມາດວາງອອກເງື່ອນໄຂດຳເນີນທຸລະກິດ ແຕ່ບໍ່ຊັງຊາເຖິງຜົນປະໂຫຍດຮ່ວມ, ບໍ່ຊັງຊາເຖິງສິດເສລີໃນການດຳເນີນທຸລະກິດນັ້ນ ກໍຖືວ່າ ຖືກວິວັດການປະຕິຮູບເງື່ອນໄຂດຳເນີນທຸລະກິດ ແລະ ລະບຽບການບໍລິຫານຂອງຫວຽດນາມຖືກປະລາໄຊ ”.
(ແຫຼ່ງຄັດຈາກ VOV)