ຂ່າວສານ

ເສດຖະກິດຂອງເຂດ Eurozone ເຕີບໂຕ 0.4% ໃນໄຕມາດທີສາມ, ລື່ນກາຍການຄາດຄະເນ

ໝາກຜົນໃນໄຕມາດທີສາມສະແດງໃຫ້ເຫັນວ່າ Eurozone ຍັງຄົງຮັກສາທ່າເຕີບໂຕໄວ້, ແຕ່ຍັງບໍ່ທັນບໍ່ສະໝໍ່າສະເໝີ ແລະ ຍັງອີງໃສ່ກຳລັງໜູນໃດໜຶ່ງ.
(ພາບ​ປະ​ກອບ: VNA)

ເສດຖະກິດຂອງເຂດໃຊ​້​ສະ​ກຸນ ເອີໂລ (Eurozone) ເຕີບໂຕ 0.4%, ສູງກວ່າການ​ຄາດ​ຄະ​ເນໃນໄຕມາດທີສາມຂອງປີ 2026, ​ໂດຍບໍ່​ຫົວ​ຊາ​ຕໍ່​ທ່າ​ຊ້າ​ລົງ​ເມື່ອ​ທຽບ​ໃສ່​ໄຕ​ມາດ​ກ່ອນ. ໝາກຜົນນີ້ສະແດງໃຫ້ເຫັນເຖິງ​ຄວາມ​ຕ້ານ​ທານຂອງ​ພື້ນ​ຖານເສດ​ຖະ​ກິດພາກພື້ນ, ແຕ່ການຟື້ນ​ຟູຍັງບໍ່ສະ​ໜ່ຳສະເໝີ​ລະ​ຫວ່າງບັນດາປະເທດສະມາຊິກ. ຕາມອົງການສະຖິຕິຂອງສະຫະພາບ ເອີຣົບ (Eurostat), ລະ​ດັບເຕີບໂຕນີ້ຕໍ່າກວ່າ 0.6% ຂອງໄຕມາດທີສອງ ແຕ່​ສູງ​ທົບສອງເທົ່າ​ເມື່ອ​ທຽບ​ໃສ່ການຄາດຄະເນ 0.2% ​ຂອງ​ບັນ​ດານັກເສດຖະສາດໂດຍ Bloomberg ສຳຫຼວດ.

ໝາກຜົນໃນໄຕມາດທີສາມສະແດງໃຫ້ເຫັນວ່າ Eurozone ຍັງຄົງ​ຮັກ​ສາ​ທ່າ​ເຕີບ​ໂຕໄວ້, ແຕ່​ຍັງ​ບໍ່​ທັນບໍ່ສະໝໍ່າສະເໝີ ແລະ ​ຍັງ​ອ​ີງ​ໃສ່​ກຳ​ລັງ​ໜູນ​ໃດ​ໜຶ່ງ. ການລົງທຶນເຂົ້າ​ປັນ​ຍາ​ປະ​ດິດ (AI), ການປ້ອງກັນຊາດ ແລະ ພື້ນຖານໂຄງລ່າງ, ພ້ອມກັບການບໍລິໂພກ​ຄອບ​ຄົວ ແລະ ຄວາມຕ້ອງການຈາກຕະຫຼາດຕ່າງປະເທດ, ໄດ້ປະກອບສ່ວນ​ໜູນ​ຊ່ວຍການເຕີບໂຕຂອງພາກພື້ນ.


top