ເວທີປາໄສ ອະນາຄົດ ອາຊຽນ ປີ 2026 ໄດ້ດໍາເນີນຢູ່ ຮ່າໂນ້ຍ ແຕ່ວັນທີ 9 – 10 ມິຖຸນາ ໄດ້ສ່ອງແສງໃຫ້ເຫັນບົດບາດທີ່ຕັ້ງໜ້າຂອງ ຫວຽດນາມ, ຫັນຈາກ “ການເຂົ້າຮ່ວມ” ໄປສູ່ການ “ສ້າງໂຄງການດຳເນີນງານຍຸດທະສາດຂອງ ອາຊຽນ”.
ທ່ານ Kao Kim Hourn ເລຂາທິການໃຫຍ່ ອາຊຽນ ໃຫ້ການສຳພາດນັກຂ່າວ VOV
ຕາມທ່ານ Kao Kim Hourn ເລຂາທິການໃຫຍ່ ອາຊຽນ ແລ້ວ, ເວທີປາໄສ ພວມຄ່ອຍໆສ້າງອິດທິພົນ, ເຄື່ອງໝາຍ ແລະ ແມ່ນຊ່ອງທາງແລກປ່ຽນທີ່ເປັນປະໂຫຍດ ແລະ ແທດຈິງ, ປະກອບສ່ວນໃຫ້ແກ່ບັນດາວິວັດທະນາການສ້າງກຳນົດນະໂຍບາຍ ແລະ ຊຸກຍູ້ການຮ່ວມມື ກໍຄືການເພີ່ມທະວີບົດບາດເປັນໃຈກາງຂອງ ອາຊຽນ.
“ເວທີປາໄສອະນາຄົດ ອາຊຽນ ແມ່ນຂໍ້ລິເລີ່ມສຳຄັນຂອງ ຫວຽດນາມ ແນໃສ່ຊຸກຍູ້ການທູດ ອາຊຽນ ໃນລະດັບພາກພື້ນ ແລະ ທົ່ວໂລກ. ຂ້າພະເຈົ້າຄິດວ່າ ນີ້ແມ່ນການປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ ອາຊຽນ. ປີ 2026, ຫວຽດນາມ ເປັນເຈົ້າພາບຈັດເວທີປາໄສ ອະນາຄົດ ອາຊຽນ ປະຈຳປີຄັ້ງທີ 3, ເສີມຂະຫຍາຍຜົນສຳເລັດຂອງສອງປີກ່ອນ. ພວກເຮົາຕ້ອງນຳ ອາຊຽນ ເຂົ້າແຜນທີ່ທົ່ວໂລກ. ເວທີປາໄສພິເສດນີ້ ແມ່ນໜຶ່ງໃນບັນດາເວທີປາໄສສຳຄັນ, ບ່ອນທີ່ຂ້າພະເຈົ້າຄິດວ່າ ຫວຽດນາມ ພວມສວມບົດບາດທີ່ມີລັກສະນະສ້າງສັນຂອງຕົນ ເພື່ອສ້າງບັນດາສານຍຸດທະສາດຂອງ ອາຊຽນ ຄືນໃໝ່. ພວກເຮົາຕ້ອງຮັບປະກັນວ່າ ມີສຽງເວົ້າຢ່າງເຂັ້ມແຂງຂອງ ອາຊຽນ ໃນບັນດາບັນຫາທົ່ວໂລກ. ຂ້າພະເຈົ້າຄິດວ່າ ສິ່ງເຫຼົ່ານັ້ນ ມີຄວາມສຳຄັນທີ່ສຸດ.”