ຂ່າວສານ

ເວ​ທີ​ປາ​ໄສ​ເຊື່ອມ​ຕໍ່​ການ​ຄ້າ ແລະ ການ​ທ່ອງ​ທ່ຽວ ຍີ່​ປຸ່ນ - ໄທ - ຫວຽດ​ນາມ

ວັນທີ 15 ມີນາ, ຢູ່ແຂວງ ອຸດອນ ທານີ, ໄທ, ໄດ້ດຳເນີນເວທີປາໄສເຊື່ອມຕໍ່ການຄ້າ, ການທ່ອງທ່ຽວ ຫວຽດນາມ - ໄທ - ຍີ່ປຸ່ນ.
ບັນດາວິສາຫະກິດ ໄທ ແລະ ຍີ່ປຸ່ນ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມື 4 ສະບັບ

ມີວິສາຫະກິດກວ່າ 100 ແຫ່ງເຂົ້າຮ່ວມເວທີປາໄສ ໄດ້ສະໜອງຂໍ້ມູນຂ່າວສານກ່ຽວກັບບັນດາຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນຢູ່ 3 ປະເທດ ຫວຽດນາມ, ໄທ ແລະ ຍີ່ປຸ່ນ, ສຸມໃສ່ບັນດາຂົງເຂດການທ່ອງທ່ຽວ, logistics, ຜະລິດ ແລະ ປຸງແຕ່ງອາຫານ, ເຕັກໂນໂລຢີ ແລະ ນະວັດຕະກຳ, ພະລັງງານທົດແທນ, ອຸດສາຫະກຳໜູນຊ່ວຍ ແລະ ເຄື່ອງອາໄຫຼ່ເອເລັກໂຕນິກ. ບັນດາຂົງເຂດດັ່ງກ່າວກໍໄດ້ຮັບຄວາມຫວັງວ່າ ຈະປະກອບສ່ວນຊຸກຍູ້ການຮ່ວມມື ແລະ ຄວາມຜູກພັນລະຫວ່າງ 3 ພື້ນຖານເສດຖະກິດ ຫວຽດນາມ, ໄທ, ຍີ່ປຸ່ນ.

        ໃນຂອບເຂດເວທີປາໄສ, ບັນດາວິສາຫະກິດ ໄທ ແລະ ຍີ່ປຸ່ນ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມື 4 ສະບັບ ໃນບັນດາຂົງເຂດພັດທະນາຕາໜ່າງດຳເນີນທຸລະກິດລະຫວ່າງ  ໄທ ແລະ ຍີ່ປຸ່ນ; ພັດທະນາແຫຼ່ງຊັບພະຍາກອນມະນຸດ ໄທ - ຍີ່ປຸ່ນ ແລະ ການຮ່ວມມືພັດທະນາການຄ້າ, ການສົ່ງອອກນຳເຂົ້າ ຍີ່ປຸ່ນ - ຫວຽດ - ໄທ.


top