ຂ່າວສານ

ເວ​ທີ​ປາ​ໄສ​ປັນ​ຍາ​ຊົນ​ໜຸ່ມ ຫວຽດ​ນາມ​ທົ່ວ​ໂລກ ຄັ້ງ​ທີ 3 ຈະ​ດຳ​ເນີນ​ໃນ​ເດືອນ ພະ​ຈິກ 2020

 ເວທີປາໄສປັນຍາຊົນໜຸ່ມ ຫວຽດນາມ ທົ່ວໂລກ ຄັ້ງທີ 3, ປີ 2020 ດ້ວຍຫົວຂໍ້ “ຫວຽດນາມ ປີ 2045” ຄາດວ່າຈະດຳເນີນຢູ່ນະຄອນໂຮ່ຈີມິນ ໃນລະຫວ່າງວັນທີ 26 – 28 ພະຈິກ 2020.

 ເວທີປາໄສປັນຍາຊົນໜຸ່ມ ຫວຽດນາມ ທົ່ວໂລກ ຄັ້ງທີ 2, ປີ 2019(ພາບ: tuoitrethudo.vn)

 ເວທີປາໄສແມ່ນໂອກາດເພື່ອໃຫ້ບັນດາຜູ້ແທນສະເໜີບັນດາກົນໄກ, ນະໂຍບາຍ ເສີມຂະຫຍາຍປັນຍາຊົນໜຸ່ມ ຫວຽດນາມ ເພື່ອເປັນເຈົ້າການ, ມານະພະຍາຍາມອຸທິດສ່ວນ, ປະກອບສ່ວນເຂົ້າໃນພາລະກິດແຫ່ງການປ່ຽນແປງໃໝ່, ປະດິດຄິດສ້າງຂອງປະເທດຊາດ.

        ສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ຮັບສຳເນົາເອກະສານຂອງບັນດາຜູ້ແທນທີ່ເຂົ້າຮ່ວມເວທີປາໄສຄັ້ງນີ້ ນັບແຕ່ວັນທີ 10 – 30 ກັນຍາ 2020. ຜູ້ແທນສາມາດຈົດທະບຽນເຂົ້າຮ່ວມເວທີປາໄສໄດ້ ທີ່ເວັບໄຊ: http://trithuctrevietnam.vn.

(ແຫຼ່ງຄັດຈາກ VOV)


top