ຂ່າວສານ

ເວທີປາໄສ ແຊງຊາງ ປັກກິ່ງ ປີ 2026 ມຸ່ງໄປເຖິງບັນດາຈຸດຮ້ອນເຮັ່ງດ້ານຄວາມໝັ້ນຄົງທົ່ວໂລກ

ວັນ​ທີ 08 ພຶດ​ສະ​ພາ, ມີ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຊາດ, ນັກ​ຮ​ຽນ​ຮູ້ ແລະ ຜູ້​ຕາງ​ໜ້າກວ່າ 120 ທ່ານ​ທີ່​ມາ​ຈາກກວ່າ 40 ປະ​ເທດ ພ້ອມ​ດ້ວຍ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​​ຈັດກຽມ​ເວ​ທີ​ປາ​ໄສແຊ​ງ​ຊາງ ປັກ​ກິ່ງ ແນ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ຈຸດ​ຮ້ອນ​ເຮັ່ງ​ດ້ານ​ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ ແລະ ສາ​ກົນ, ກໍ​ຄື​ໃນ​ອະ​ນາ​ຄົດ​ຂອງ​ການ​ບໍ​ລິ​ຫານ​ທົ່ວ​ໂລກ.
  ເວທີປາໄສ ແຊງຊາງ ປັກກິ່ງ ປີ 2026 (ພາບເອ​ກະ​ສານ: qdnd.vn)  

ໃນ​ຂອບ​ເຂດກອງ​ປະ​ຊຸມ​ທີ່​ແກ່​ຍາວ​ແຕ່​ວັນ​ທີ 8 – 9 ພຶດ​ສະ​ພາ, ບັນ​ດາ​ຜູ້​ແທນ​ທີ່​ມາ​ຈາກ ບ​ຣາ​ຊິນ, ເຢຍ​ລະ​ມັນ, ຝ​ລັ່ງ, ລັດ​ເຊຍ ແລະ ຫຼາຍ​ປະ​ເທດ​ອື່ນ ໄດ້​ເຂົ້າ​ຮ່ວມ​ບັນ​ດາ​ວາ​ລະ​ປຶກ​ສາ​ຫາ​ລື​ໂຕ​ະ​ມົນ​ປິ່ນ​ອ້ອມຫຼາຍ​ຫົວ​ຂໍ້​ຄື​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ສາ​ກົນ ແລະ ອຳ​ນາດ​ກົດ​ໝາຍ, ບັນ​ດາ​ສິ່ງ​ທ້າ​ທາຍ​​ຕໍ່ຄວາມ​ໝັ້ນ​ຄົງ​ທີ່​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ​ຢູ່ ອາ​ຊີ - ປາ​ຊີ​ຟິກ, ຄວາມ​ຮັບ​ຜິດ​ຊອບ​ລວມ​ສຳ​ລັບ​ຄວາມ​ໝັ້ນ​ຄົງ​ທົ່ວ​ໂລກ, ກໍ​ຄື​ບັນ​ດາ​ຄວາມ​ສ່ຽງ ແລະ ກົນ​ໄກ​ບໍ​ລິ​ຫານ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ໝູນ​ໃຊ້​ການ​ທະ​ຫານ​ຂອງ​ບັນ​ດາ​ເຕັກ​ໂນ​ໂລ​ຢີ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ.

ກອງ​ປະ​ຊຸມ​ປີ​ນີ້ ສ້າງ​ຂີດ​ໝາຍສະ​ເຫຼີມ​ສະຫຼອງ 20 ປີ​ແຫ່ງ​ການ​ສ້​າງ​ຕັ້ງ​ເວ​ທີ​ປາ​ໄສ ແຊງ​ຊາງ ປັກ​ກິ່ງ. ເນື່ອງ​ໃນ​ໂອກ​າດ​ນີ້, ກອງ​ປະ​ຊຸມ​ພິ​ເສດ​ຈ​ະ​ຖືກ​​ດຳ​ເນີນ​ໃນ​ຂອບ​ເຂດກອງ​ປະ​ຊຸມ​ຈັດກຽມ, ​ເຕົ້າໂຮມ​ບັນ​ດາ​ນັກ​ຊ່ຽວ​ຊານ​ດ້ານ​ປ້ອງ​ກັນຊາດ ແລະ ຄວາມ​ໝັ້ນ​ຄົງ​ແຖວ​ໜ້າ​ໂລກ ແນ​ໃສ່​ຕີ​ລາ​ຄາ​ບົດ​ບາດ​ຂອງ​ເວ​ທີ​ປາ​ໄສ​ໃນ​ການ​ຊຸກ​ຍູ້​ການ​ສົນ​ທະ​ນາ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ແລະ ຮັດ​ແຄບ​ຄວາມ​ແຕກ​ຕ່າງ​ກັນ​ລະ​ຫວ່າງ​ບັນ​ດາ​ຝ່າຍ.


top