ຂ່າວສານ

ເວທີປາໄສເສດຖະກິດຝ່າຍຕາເວັນອອກ

ໜຶ່ງໃນບັນດາໜ້າທີ່ສຳຄັນແມ່ນ ຫັນປ່ຽນບັນດາການກຳນົດທິດການຮ່ວມມືໃຫ້ກາຍເປັນໂຄງການລະອຽດ, ສ້າງບັນດາກະແສການຄ້າ ແລະ ການລົງທຶນຢ່າງແທ້ຈິງ.
  ບັນ​ດ​າ​ຜູ້​ແທນ​ເຂົ້າ​ຮ່ວມວາລະໂອ້ລົມສົນທະນາດຳເນີນທຸລະກິດ ລັດເຊຍ - ອາຊຽນ (ພາບ: VNA)  

ວົງ​ເງິນການ​ຄ້າ​ລະ​ຫວ່າງ ລັດ​ເຊຍ ແລະ ອາ​ຊຽນ ໄດ້​ເພີ່ມ​ຂຶ້​ນ​ເກືອບ 58% ໃນ​ໜຶ່ງ​ທົດ​ສະ​ວັດ​ຜ່ານ​ມາ, ບັນ​ລຸ​ປະ​ມານ 21 ຕື້ USD ໃນ​ປີ 2025. ນີ້​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ ໂງວັນ​ຕວັນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ຫວຽດ​ນາມ, ເມື່ອ​ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ໂອ້​ລົມ​ສົນ​ທະ​ນາ​ດຳ​ເນີນ​ທຸ​ລະ​ກິດ ລັດ​ເຊຍ - ອາ​ຊຽນ ຈັດ​ຂຶ້​ນ​ໃນ​ວັນ​ທີ 02 ກັນ​ຍາ, ໃນ​ຂອບ​ເຂດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ຝ່າຍ​ຕາ​ເວັນ​ອອກ​ຄັ້ງ​ທີ 11 ຢູ່ Vladivostok, ເຂດ​ຕາ​ເວັນ​ອອກ​ໄກ, ສະ​ຫະ​ພັນ ລັດ​ເຊຍ.

ຕາມ​ທ່ານ​ລັດ​ຖະ​ມົນ​ຕີ ໂງວັນ​ຕວັນ, ໜຶ່ງ​ໃນ​ບັນ​ດາ​ໜ້າ​ທີ່​ສຳ​ຄັນ​ແມ່ນ ຫັນ​ປ່ຽນ​ບັນ​ດາ​ການ​ກຳ​ນົດ​ທິດ​ການ​ຮ່ວມ​ມື​ໃຫ້​ກາຍ​ເປັນ​ໂຄງ​ການ​ລະ​ອຽດ, ສ້າງ​ບັນ​ດາ​ກະ​ແສ​ການ​ຄ້າ ແລະ ການ​ລົງ​ທຶນ​ຢ່າງ​ແທ​້​ຈິງ.

“ໃນ​ການ​ພົວ​ພັນ ລັດ​ເຊຍ - ອາ​ຊຽນ, ຫວຽດ​ນາມ ມີ​ທີ່​ຕັ້​ງ​ພິ​ເສດ, ວົງ​ເງິນ​ການ​ຄ້າ​ກັບ ລັດ​ເຊຍ ບັນ​ລຸ​ປະ​ມານ 4,77 ຕື້ USD ໃນ​ປີ 2025, ເທົ່າ​ກັບ​ປະ​ມານ ¼ ວົງ​ເງິນ​ການ​ຄ້າ ລັດ​ເຊຍ - ອາ​ຊຽນ; ພ້ອມ​ກັນ​ນັ້ນ ຫວຽດ​ນາມ ​ແມ່ນ​ປະ​ເທດ ອາ​ຊຽນ​ ທຳ​ອິດ​ເຊັນ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ກັບ​ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ (EAEU). ດ້ວຍ​ເຄືອ​ຂ່າຍ FTA ກວ້າງ​ໃຫຍ່, ຫວຽດ​ນາມ ອາດ​ສາ​ມາດ​ກາຍ​ເປັນ​ຂົ​ວ​ເຊື່ອມ​ຕໍ່​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ ລັດ​ເຊຍ ເຂົ້າ​ເຖິງ​ຕະ​ຫຼາດ ອາ​ຊຽນ ແລະ ບັນ​ດາ​ຕະ​ຫຼາດ​ສາ​ກົນ, ໃນ​ຂະ​ນະ​ນັ້ນ, ເຂດ​ຕາ​ເວັນ​ອອກ​ໄກ​ຂອງ ລັດ​ເຊຍ ສາ​ມາດ​ເປີດ​ໂອ​ກາດ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ອາ​ຊຽນ ເຂົ້າ​ເຖິງ​ຕະ​ຫຼາດ ລັດ​ເຊຍ ແລະ ເຂດ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ”.

ສິ່ງ​ທີ່​ໜ້າ​ສົນ​ໃຈ, ຫວຽດ​ນາມ ສະ​ເໜີ​ຄົ້ນ​ຄວ້າ​ສ້າງ​ແລວ logistics ຕາ​ເວັນ​ອອກ​ໄກ - ຫວຽດ​ນາມ - ອາ​ຊຽນ, ເຊື່ອມ​ຕໍ່​ການ​ຂົ​ນ​ສົ່ງ​ຢູ່​ທ່າ​ກຳ​ປັ່ນ, ສາງ​ເກັບ, ສາງ​ແຊ່​ເຢັນ, ສູນ​ຈຳ​ໜ່າຍ ແລະ ບັນ​ດາ​ຮາກ​ຖານ​ຜະ​ລິດ.


top