ເວທີປາໄສໄດ້ປະກາດ 2 ຂໍ້ລິເລີມໃໝ່, ແມ່ນ: ໂຄງການປະດິດຄິດສ້າງເນື້ອໃນສື່ມວນຊົນສັງຄົມ ອາຊຽນ - ຈີນ ແລະ ລາຍການ tour ມໍລະດົກວັດທະນະທຳຊາວໜຸ່ມ ອາຊຽນ - ຈີນ ປີ 2026.
(ເວທີປາໄສຮ່ວມມືດ້ານສື່ສານ ອາຊຽນ - ຈີນ )
ວັນທີ 09 ມິຖຸນາ, ຢູ່ທາງທິດຕາເວັນອອກສ່ຽງເໜືອ ຈີນ ໄດ້ຈັດເວທີປາໄສຮ່ວມມືດ້ານສື່ສານ ອາຂຽນ - ຈີນ ປີ 2026 ດ້ວຍຫົວຂໍ້ “ການເຕົ້າໂຮມສື່ສານ ເພື່ອການເຕີບໂຕລວມ: ເປີດພາກໃໝ່ໃນການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ອາຊຽນ - ຈີນ”. ເວທີປາໄສໄດ້ດຶງດູດຜູ້ແທນປະມານ 150 ທ່ານທີ່ມາຈາກບັນດາອົງການລັດຖະບານ, ອົງການສື່ມວນຊົນ, ສະຖາບັນຄົ້ນຄວ້າ, ວິສາຫະກິດ ແລະ ບັນດາອົງການຈັດຕັ້ງສາກົນ.
ເວທີປາໄສໄດ້ປະກາດ 2 ຂໍ້ລິເລີມໃໝ່, ແມ່ນ: ໂຄງການປະດິດຄິດສ້າງເນື້ອໃນສື່ມວນຊົນສັງຄົມ ອາຊຽນ - ຈີນ ແລະ ລາຍການ tour ມໍລະດົກວັດທະນະທຳຊາວໜຸ່ມ ອາຊຽນ - ຈີນ ປີ 2026.
ທ່ານນາງ Napasorn Bhuvaboriank, ຫົວໜ້າພະແນກຖະແຫຼງຂ່າວ ແລະ ພົວພັນມະຫາຊົນສູນ ອາຊຽນ - ຈີນ, ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າເຫັນວ່າ ສື່ມວນຊົນໄດ້ສວມບົດບາດສຳຄັນທີ່ສຸດໃນການເຊື່ອມຕໍ່ກັບປະຊາຊົນ. ຜ່ານສື່ມວນຊົນ, ພວກເຮົາສາມາດສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນ, ນີ້ແມ່ນພື້ນຖານໃຫ້ການພົວພັນປະຊາຊົນຢ່າງສະໜິດແໜ້ນ. ແລະບົນພື້ນຖານນັ້ນ, ພວກເຮົາສາມາດຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ອາຊຽນ - ຈີນ ເພື່ອຜົນປະໂຫຍດຂອງປະຊາຊົນຢູ່ພາກພື້ນ”.