ຂ່າວສານ

ເວທີປາໄສສື່ມວນຊົນທົ່ວປະເທດ 2025 ສ່ອງແສງຄວາມສົນໃຈແຖວໜ້າຂອງສື່ມວນຊົນໃນປະຈຸບັນ

ອິນເຕີເນັດ ແລະ ວິວັດການຫັນເປັນດີຈີຕອນໄດ້ນຳມາໃຫ້ໂອກາດຫຼາຍຢ່າງແກ່ວິທະຍຸກະຈາຍສຽງ.
(ທ່ານປະລິນຍາເອກ ດົ່ງແມ້ງຮຸ່ງ, ແບ່ງປັນທີ່ວາລະປຶກສາຫາລື)

ວັນທີ 20 ມິຖຸນາ, ເວທີປາໄສສື່ມວນຊົນທົ່ວປະເທດປີ 2025 ສືບຕໍ່ເຮັດວຽກ ດ້ວຍບັນດາວາລະປຶກສາຫາລືລົງເລິກ ສຸມໃສ່ບັນດາຫົວຂໍ້ສະພາບຕົວຈິງ, ສ່ອງແສງຖືກຕ້ອງບັນດາຄວາມສົນໃຈແຖວໜ້າຂອງສື່ມວນຊົນ ຫວຽດນາມ ໃນປະຈຸບັນ. ບັນດາຫົວຂໍ້ປຶກສາຫາລື, ຄື: ແຫຼ່ງລາຍຮັບໃນຍຸກສະໄໝດີຈີຕອນ; ໂທລະພາບເຂົ້າກັບສະພາບແວດລ້ອມສື່ມວນຊົນໃໝ່; ກົນໄກໃດເພື່ອໃຫ້ວິທະຍຸກະຈາຍສຽງພັດທະນາໃນໄລຍະປະຈຸບັນ?; ມະຕິເລກທີ 18 ແລະ ຄວາມຮຽກຮ້ອງປ່ຽນແປງໃໝ່ບຸກຄະລາກອນສື່ມວນຊົນ…

ໃນນັ້ນ, ເມື່ອແລກປ່ຽນກ່ຽວກັບຫົວຂໍ້: “ກົນໄກໃດເພື່ອໃຫ້ວິທະຍຸກະຈາຍສຽງພັດທະນາໃນໄລຍະປະຈຸບັນ?”, ທ່ານປະລິນຍາເອກ ດົ່ງແມ້ງຮຸ່ງ, ຮອງຫົວໜ້າປະທານຜູ້ປະຈຳການສາຂາສະມາຄົມນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ, ຫົວໜ້າຄະນະເລຂາບັນນາທິການ, ວິທະຍຸກະຈາຍສຽງ ຫວຽດນາມ (VOV) ຖືວ່າ, ອິນເຕີເນັດ ແລະ ວິວັດການຫັນເປັນດີຈີຕອນໄດ້ນຳມາໃຫ້ໂອກາດຫຼາຍຢ່າງແກ່ວິທະຍຸກະຈາຍສຽງ. ເຖິງຢ່າງໃດກໍ່ຕາມ, ທ່ານເນັ້ນໜັກວ່າ, ເລື່ອງມີພື້ນຖານຫັນເປັນດີຈີຕອນແມ່ນຍັງບໍ່ທັນພຽບພໍເທື່ອ, ບັນຫາຫຼັກແຫຼ່ງ ແລະ ສຳຄັນກວ່າແມ່ນກ່ຽວກັບດ້ານເນື້ອໃນ.

ຜ່ານບັນດາວາລະປຶກສາຫາລື, ບັນດານັກຂ່າວກໍຄືນັກສຶກສາສື່ມວນຊົນລ້ວນແຕ່ເຫັນໄດ້ບັນດາການກຳນົດທິດຂໍ້ມູນອາຊີບທີ່ຈຳເປັນ.

“ບັນຫາແມ່ນກ່ຽວຂ້ອງເຖິງຂໍ້ມູນ AI, ຫັນເນື້ອໃນເປັນສ່ວນຕົວ, ແຫຼ່ງລາຍຮັບຈາກການໂຄສະນາ, ແຫຼ່ງລາຍຮັບຂອງສື່ມວນຊົນ… ແມ່ນບັນດາເນື້ອໃນມີຄວາມຈຳເປັນທີ່ສຸດ ບໍ່ພຽງແຕ່ສຳລັບຜູ້ທີ່ເຮັດອາຊີບນີ້ເປັນເວລາຫຼາຍປີເທົ່ານັ້ນ, ຫາກຍັງສຳລັບຜູ້ຫາກໍ່ເຮັດອາຊີບ, ນັກສຶກສາສື່ມວນຊົນກໍ່ລ້ວນແຕ່ມີຄວາມຈຳເປັນ.”


top